ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ Francis ຊົງບອກໃຫ້ຝູງຊົນ ໃນໂປແລນ ຮັບເອົາ "ມະນຸດຊາດສຳພັນແນວໃໝ່"


ພະສັນຕະປາປາ Francis ກຳລັງທຳ ພິທີສວດມົນພາວະນາ
ໃນຂະນະທີ່ສະເຫຼີມສະຫຼອງ Holy Mass ໃນເມືອງ Brzegi, ຢູ່ໃກ້ໆກັບ ນະຄອນ Krakow ຂອງໂປແລນ, ວັນທີ 31 ກໍລະກົດ 2016.
ພະສັນຕະປາປາ Francis ກຳລັງທຳ ພິທີສວດມົນພາວະນາ ໃນຂະນະທີ່ສະເຫຼີມສະຫຼອງ Holy Mass ໃນເມືອງ Brzegi, ຢູ່ໃກ້ໆກັບ ນະຄອນ Krakow ຂອງໂປແລນ, ວັນທີ 31 ກໍລະກົດ 2016.

ພະສັນຕະປາປາ Francis ໄດ້ຊົງກ່າວໂອວາດຕໍ່ພວກສະແຫວງບຸນ ຫຼາຍແສນຄົນ ເມື່ອວັນອາທິດວານນີ້ ໃນນະຄອນ Krakow ປະເທດໂປແລນ ວ່າ ໃຫ້ “ເຊື່ອຖື ໃນ ມະນຸດຊາດໃໝ່” ທີ່ບໍ່ນຳໃຊ້ເຂດແດນ ມາເປັນທາງກີດຂວາງ ແລະ ໃຫ້ປະຕິເສດຕໍ່ ຄວາມກຽດຊັງຕໍ່ກັນແລະກັນ.

ພວກຜູ້ສັດທາ ຄອຍຖ້າ ການເດີນໄປເຖິງ ຂອງພະສັນຕະປາປາ Francis ໃນວາລະ ພິທີສວດມົນ ຢູ່ໃນການມ້ວນທ້າຍ ວັນເຍົາວະຊົນໂລກ ໃນນະຄອນ Krakow, ຂອງໂປແລນ, ວັນທີ 31 ກໍລະກົດ 2016.
ພວກຜູ້ສັດທາ ຄອຍຖ້າ ການເດີນໄປເຖິງ ຂອງພະສັນຕະປາປາ Francis ໃນວາລະ ພິທີສວດມົນ ຢູ່ໃນການມ້ວນທ້າຍ ວັນເຍົາວະຊົນໂລກ ໃນນະຄອນ Krakow, ຂອງໂປແລນ, ວັນທີ 31 ກໍລະກົດ 2016.

ພະສັນຕະປາປາ Francis ໄດ້ຊົງໃຫ້ຄຳໂອວາດຕໍ່ບັນດາສະມາຊິກຂອງສາສະໜາ ທີ່ມາຈາກທົ່ວສາລະທິດຂອງໂລກ ຜູ້ທີ່ໄດ້ໄປເຕົ້າໂຮມກັນ ຢູ່ສະໜາມຫຍ້າອັນກວ້າງ ໃຫຍ່ ໃນມື້ສຸດທ້າຍຂອງການເດີນທາງຢ້ຽມຢາມ 5 ມື້ ທາງພາກໃຕ້ຂອງໂປແລນ.

ໃນການຍອມຮັບ ຕໍ່ໂລກທີ່ຄອບງຳໂດຍອິນເຕີເເນັດ ພະສັນຕະປາປາ Francis ຊົງ ຮຽກຮ້ອງ ຝູງຊົນດັ່ງກ່າວ ໃຫ້ “ດາວໂລດເອົາລິ້ງທີ່ດີທີ່ສຸດທັງໝົດ ທີ່ເປັນໝາກຫົວໃຈ ຊຶ່ງແນມເຫັນ ແລະ ສື່ສານຄຸນງາມຄວາມດີ ໂດຍປາດສະຈາກຄວາມອ່ອນເພຍໃຈ ທີ່ເກີດຂຶ້ນນັ້ນ.

ຕໍ່ຈາກນັ້ນ ຢູ່ໃນເຮືອບິນໃນຂະນະທີ່ບິນກັບຄືນໄປຍັງ Rome ບັນດານັກຂ່າວ ໄດ້ຖາມ ພະສັນຕະປາປາ Francis ວ່າເປັນຫຍັງພະອົງ ຈຶ່ງບໍ່ເຄີຍໃຊ້ຄຳວ່າ “ອິສລາມ” ໃນ ເວລາກ່າວປະນາມການກໍ່ການຮ້າຍ. ພະອົງໄດ້ຕອບວ່າ “ຂ້າພະເຈົ້າບໍ່ໄດ້ຄິດວ່າ ມັນ ເປັນສິ່ງທີ່ຖືກຕ້ອງ ທີ່ຈະປຽບທຽບ ອິສລາມໃສ່ກັບຄວາມຮຸນແຮງ. ໃນເກືອບໝົດ ທຸກສາສະໜາ ກໍມີ ກຸ່ມພວກຄົນນ້ອຍໆ ທີ່ເຊື່ອຖືໃນຫຼັກການພື້ນຖານ ຢູ່ສະເໝີ. ພວກເຮົາກໍມີພວກຄົນເຫຼົ່ານັ້ນຄືກັນ...ຖ້າຂ້າພະເຈົ້າ ຕ້ອງໄດ້ເວົ້າກ່ຽວກັບຄວາມ ຮຸນແຮງ ຂອງອິສລາມ ຂ້າພະເຈົ້າຕ້ອງເວົ້າ ກ່ຽວກັບ ຄວາມຮຸນແຮງຂອງຄຣິສຕຽນ ຄືກັນ. ທຸກໆມື້ ຢູ່ໃນໜັງສືພິມ ຂ້າພະເຈົ້າເຫັນຄວາມຮຸນແຮງ ໃນອີຕາລີ ຄົນຜູ້ໜຶ່ງ ຂ້າແຟນສາວຂອງລາວ ອີກຜູ້ໜຶ່ງຂ້າແມ່ເຖົ້າຂອງລາວ ແລະ ຈຳພວກນີ້ ໄດ້ເຂົ້າເປັນ ຄາໂທລິກແລ້ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Pope Poland
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG