ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພະສັນຕະປາປາ Francis ປະພາດໄປຍັງ ທະວີບອາເມຣິກາໃຕ້ ເປັນເວລາ 8 ມື້


ພະສັນຕະປາປາ Francis ຊົງໂບກມືອຳລາ ບັນດານັກຂ່າວ ຢູ່ທີ່ ສະໜາມບິນນາໆຊາດ Fiumicino ຂອງໂຣມ ໃນວັນທີ 5 ກໍລະກົດ 2015, ໃນຂະນະທີ່ພະອົງຂຶ້ນຍົນ ເພື່ອເດີນທາງໄປຍັງ ນະຄອນຫຼວງ Quito ປະເທດ ເອກົວດໍ.
ພະສັນຕະປາປາ Francis ຊົງໂບກມືອຳລາ ບັນດານັກຂ່າວ ຢູ່ທີ່ ສະໜາມບິນນາໆຊາດ Fiumicino ຂອງໂຣມ ໃນວັນທີ 5 ກໍລະກົດ 2015, ໃນຂະນະທີ່ພະອົງຂຶ້ນຍົນ ເພື່ອເດີນທາງໄປຍັງ ນະຄອນຫຼວງ Quito ປະເທດ ເອກົວດໍ.

ພະ​ສັນຕະປາປາ Francis ຊຶ່ງ​ເປັນສັນ​ຕະປາ​ປາ​ ຊາວ​ອາ​ເມຣິກາ
​ໃຕ້ ​ອົງ​ທຳ​ອິດ ທີ່​ໄດ້​ຕ່າວ​ກັບ​ຄືນ ​ປະພາດໄປ​ຍັງ​ທະວີບ​ຂອງ​ພະ​ອົງ
​ເພື່ອ​ເລີ້ມ​ຕົ້ນການ​ຢ້ຽມຢາມ ​ປະ​ເທດ Ecuador, Bolivia ​ແລະ
Paraguay ເປັນ​ເວລາ 8 ມື້.

ພະ​ສັນຕະປາປາ Jesuit ​ອາຍຸ 78 ພັນ​ສາ ​ໄດ້​ເດີນທາງ​ໄປ​ເຖິງ
ນະຄອນຫຼວງ Quito ຂອງປະ​ເທດ ​ເອກົວ​ດໍ ​ແລ້ວ​ໃນ​ຕອນ​ບ່າຍ
ວັນ​ອາທິດ​ວານ​ນີ້ ​ໃນຂາ​ທຳ​ອິດຂອງ​ການ​ຢ້ຽມຢາມ ຂອງ​ພະ​ອົງນັ້ນ.
ຢູ່ທີ່​ສະໜາມ​ບິນ ພະ​ອົງ​ໄດ້​ຖືກ​ຕ້ອນຮັບ ​ໂດຍ​ລັດຖະບານ ​ແລະ
ບັນ​ດາ​ຊົງ​ຄຸນ​ວຸດ​ທິຈາກ​ໂບດ​ຕ່າງ​ໆ ພ້ອມ​ກັນ​ກັບ ພວກ​ເດັກນ້ອຍ​
ທີ່​ແຕ່ງ​ກາຍ​ດ້ວຍ​ເຄື່ອງນຸ່ງ ທີ່​ມີ​ສີສັນຫຼາກຫຼາຍ ​ແລະ ພວກ​ຜູ້​ໃຫຍ່ ​ແກ່ວງທຸງສັນຍາ​ລັກ​ສັນຕະປາປາ ​ແລະ ຢືນ​ຢູ່​ຕາມ​ຂອບ​ພົມ​ສີ​ແດງຍາວຢຽດ ທັງ​ສອງ​ຂ້າງ.

ຝຸງ​ຊົນ​ຈຳນວນຫຼວງຫຼາຍ ຍັງ​ເຕົ້າ​ໂຮມ​ກັນ ຕາມ​ເສັ້ນທາງ ຈາກສະໜາມ​ບິນ ​ໄປ​ຍັງ​ຫໍ​ພັກ nuncio ຂອງ​ພະ​ສັນຕະປາປາ ບ່ອນ​ທີ່​ພະ​ສັນຕະປາປາ Francis ຈະ​ພັກ​ເຊົາ​ຢູ່.

ພະ​ສັນຕະປາປາ Francis ຈະ​ຍົກ​ເວັ້ນການ​ປະພາດປະ​ເທດ Argentina ຊຶ່ງ​ເປັນ​ບ້ານ​ເກີດຂອງພະ​ອົງ​ເອງ ​ໃນ​ການຢ້ຽມຢາມ​ຄັ້ງນີ້ ​ແຕ່​ມີ​ແຜນ ທີ່​ຈະ​ເດີນທາງ​ໄປ​ຍັງ​ບ້ານ​ເກີດ​ຂອງ​ພະ​ອົງ ​ໃນ​ປີໜ້າ. ມັນ​ເປັນ​ການ​ເດີນທາງໄປ​ຕ່າງປະ​ເທດ​ຄັ້ງທີ 9 ຂອງ​ພະ​ອົງ ຕັ້ງແຕ່ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ພະ​ສັນຕະປາປາ ຫຼາຍກວ່າ 2 ປີ​ຜ່ານ​ມາ​.

Pope South America Visit
please wait

No media source currently available

0:00 0:01:13 0:00

XS
SM
MD
LG