ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສັນຕະປາປາ Francis ພົບຜູ້ນຳ ຂອງ ສາສະໜາຄຣິສຕ໌ ນິກາຍ ອອ໋ກໂທດອ໊ກສ໌


ພະສັນຕະປາປາ Francis ຊົງສືບຕໍ່ໃນການສະເດັດປະພາດ
ເທີກີ ເປັນເວລາ 3 ມື້ ໃນວັນເສົາມື້ນີ້ ດ້ວຍການໄປຢ້ຽມຢາມ
ນະຄອນອິສຕັນບູລ ບ່ອນທີ່ພະອົງຊົງມີກຳນົດທີ່ຈະພົບປະກັບ
ພະສັງຄະລາດໃຫຍ່ Bartholomew ຂອງ ສາສະໜາຄຣິສຕ໌
ນິກາຍອອ໋ກໂທດອ໊ກສ໌ທີ່ມີຜູ້ນັບຖື 300 ລ້ານຄົນຢູ່ໃນທົ່ວໂລກ
ນັ້ນ.

ພະສັນຕະປາປາ Francis ແມ່ນຜູ້ນຳສາສະໜາກາໂຕລິກ
ອົງທີສີ່ ທີ່ໄດ້ສະເດັດໄປຢ້ຽມຢາມເທີກີ ຫລັງຈາກທີ່ໄດ້ມີການສະເດັດປະພາດ ທີ່ຄ້າຍຄື
ກັນນີ້ ໃນໄລຍະຜ່ານມາ ຂອງພະສັນຕະປາປາ Paul ທີ 6 ພະສັນຕະປາປາ John Paul ທີ 2 ແລະພະສັນຕະປາປາ Benedict ທີ 16. ການສະເດັດໄປຢ້ຽມຢາມເທີກີ ຊຶ່ງເປັນປະ
ເທດທີ່ຜູ້ຄົນ ສ່ວນໃຫຍ່ນັບຖືສາສະໜາອິສລາມ ແຕ່​ປົກຄອງ​ດ້ວຍລັດຖະທຳມະນູນ ທີ່ບໍ່
ໃຫ້ສາສະໜາ ເຂົ້າໄປຍຸ່ງກ່ຽວນັ້ນມີຂຶ້ນ ໃນຂະນະທີ່ປະເທດດັ່ງກ່າວພວມດີ້ນຮົນຕໍ່ສູ້ຮັບມື
ກັບການຫລັ່ງ ໄຫລຂອງອົບພະຍົບຫລາຍກວ່າ 1 ລ້ານ 6 ແສນຄົນ ຊຶ່ງສ່ວນໃຫຍ່ແລ້ວ
ແມ່ນຊາວຊີເຣຍ ທີ່ໄດ້ຫລົບໜີການສູ້ລົບຢູ່ໃນປະເທດຂອງເຂົາເຈົ້າ.

ໃນມື້ວັນສຸກວານນີ້ ພະສັນຕະປາປາ Francis ຊົງຮຽກຮ້ອງໃຫ້ຍຸດຕິ ພວກທີ່ນັບຖືສາສະ ໜາຫົວຮຸນແຮງຈັດແລະພວກກໍ່ການຮ້າຍ ໂດຍຜ່ານການເຈລະຈາລະຫວ່າງສາສະໜາທີ່ ອີງຕາມພວກທີ່ມີຄວາມເຊື່ອທັງມວນ ຕ່າງກໍມີສິດທິເທົ່າທຽມກັນ.

ໃນການຖະແຫລງ ຫລັງຈາກການພົບປະກັບ ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ທີ່ນະຄອນອັງກາຣາແລ້ວນັ້ນ ພະສັນຕະປາປາຊົງປະນາມການໂຈມຕີຂອງກຸ່ມ ລັດອິສລາມ ຕໍ່ຊາວຄຣິສຕຽນແລະສາສະໜາກຸ່ມນ້ອຍອື່ນໆຢູ່ໃນອີຣັກແລະຊີເຣຍ. ນອກ ນັ້ນແລ້ວ ພະອົງຍັງຊົງຂອບໃຈ ຕໍ່ເທີກີ ທີ່ໃຫ້ບ່ອນພັກພາອາໄສແກ່ພວກອົບພະຍົບ ທີ່ໄດ້ ຂ້າມເຂົ້າໄປໃນເທີກີເພື່ອຫລົບໜີການສູ້ລົບແລະຄວາມໂຫດຮ້າຍປ່າເຖື່ອນໃນບໍລິເວນທີ່ ເລາະຕາມເຂດຊາຍແດນກ້ຳໃຕ້ຂອງປະເທດດັ່ງກ່າວບ່ອນທີ່ພວກກະບົດໄດ້ປະກາດສ້າງ ຕັ້ງລັດ ທີ່ປົກຄອງໂດຍອິສລາມຂຶ້ນ. ພະສັນຕະປາປາ ຊົງກ່າວວ່າ ປະຊາຄົມນາໆຊາດ ມີ ພັນທະໃນດ້ານສິນທຳທີ່ຈະຊ່ອຍເຫຼືອອັງກາຣາສະໜອງການຊ່ອຍເຫຼືອຕໍ່ພວກອົບພະຍົບ
ເຫຼົ່ານີ້.

ທ່ານ Erdogan ເອງ ກໍໄດ້ກ່າວປະນາມກຸ່ມຕ່າງໆ ເຊັ່ນກຸ່ມລັດອິສລາມ ແຕ່ກໍໄດ້ກ່າວຫາ ບັນດາປະເທດຕາເວັນຕົກວ່າ ນຳໃຊ້ມາດຕະຖານ ທີ່ແຕກຕ່າງກັນ ໃນຄວາມບໍ່ສາມາດທີ່ ຈະປະເຊີນໜ້າກັບປະທານາທິບໍດີຊີເຣຍທ່ານ Bashar al-Assad. ທ່ານ Erdogan ໄດ້ ເຕືອນໃນສິ່ງທີ່ທ່ານເອີ້ນວ່າ ການມີອະຄະຕິຕໍ່ສາສະໜາອິສລາມ ໂດຍເວົ້າວ່າ ການກົດຂີ່ ຕໍ່ຊາວມຸສລິມ ແມ່ນເປັນການເປີດໂອກາດໃຫ້ມີການສວຍໃຊ້ໂດຍກຸ່ມກໍ່ການຮ້າຍຕ່າງໆ.

POPE FRANCIS TURKEY VO
please wait

No media source currently available

0:00 0:00:41 0:00

XS
SM
MD
LG