ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສັນຕະປາປາ Francis ສະເດັດ ໄປເຖິງ ປະເທດຈໍແດັນ ແລ້ວ (ວີດີໂອ)


ພະສັນຕະປາປາ Francis ທັກທາຍກັບພວກນັກຂ່າວ ຢູ່ເທິງເຮືອບິນ ທີ່ພວມເດີນທາງ ໄປນະຄອນຫຼວງອຳມານ ຂອງຈໍແດັນ (24 ພຶດສະພາ 2014)
ພະສັນຕະປາປາ Francis ທັກທາຍກັບພວກນັກຂ່າວ ຢູ່ເທິງເຮືອບິນ ທີ່ພວມເດີນທາງ ໄປນະຄອນຫຼວງອຳມານ ຂອງຈໍແດັນ (24 ພຶດສະພາ 2014)
ພະສັນຕະປາປາ Francis ຜູ້ນຳຂອງສາສະໜາໂຣມັນກາໂຕລິກ
ໄດ້ສະເດັດໄປເຖິງ ປະເທດຈໍແດັນ ໃນວັນເສົາມື້ນີ້ ຊຶ່ງເປັນບ່ອນ
ຢຸດແວ່ ແຫ່ງທຳອິດ ໃນການສະເດັດປະພາດ ພາກຕາເວັນອອກ
ກາງເປັນເວລາ 3 ມື້ຂອງພະອົງ.

ທີ່ປະເທດຈໍແດັນ ພະສັນຕະປາປາ Francis ຈະຊົງໄດ້ພົບປະກັບ
ກະສັດ Abdullah ປະກອບພິທີທາງສາສະໜາທີ່ສະໜາມກິລາໃນ ນະຄອນຫຼວງອຳມານ ແລະໃນບໍລິເວນແຄມຝັ່ງແມ່ນ້ຳຈໍແດັນ ຮັບ ຟັງເລື່ອງລາວຕ່າງໆ ກ່ຽວກັບຄວາມທຸກທໍລະມານ ໂດຍກົງ ຈາກ
ພວກອົບພະຍົບຊີເຣຍ.

ໃນວັນອາທິດມື້ືອື່ນ ພະສັນຕະປາປາຈະສະເດັດໄປຍັງເມືອງ Bethlehem ບ່ອນທີ່ພະອົງ ຊົງ ຈະພົບປະກັບປະທານາທິບໍດີີປາແລສໄຕນ໌ ທ່ານ Mahmoud Abbas ກ່ອນທີ່ຈະສະເດັດໄປ ຮັບປະທານອາຫານທ່ຽງ ກັບບັນດາຄອບຄົວຊາວປາແລສໄຕນ໌ ທີ່ສູນອົບພະຍົບແຫ່ງນຶ່ງ.

ພະສັນຕະປາປາ Francis ຍັງຈະສະເດັດໄປຢ້ຽມຢາມວັດໃຫຍ່ al-Aqsa ຂອງສາສະໜາ ອິສລາມ ໃນມື້ວັນຈັນຈະມານີ້ ແລະຈະຊົງພົບປະກັບເຈົ້າໜ້າທີ່ສູງສຸດ ທາງດ້ານກົດໝາຍ ຂອງສາສະໜາອິສລາມ ຫລື Grand Mufti ໃນນະຄອນເຈຣູຊາແລັມ ທ່ານ Mohammed Hussein. ນອກນັ້ນ ພະອົງຈະສະເດັດໄປຍັງສຸສານແຫ່ງຊາດຂອງອິສຣາແອລທີ່ພູ Herzl ແລະອະນຸສອນສະຖານ ລະນຶກເຖິງພວກທີ່ເສຍຊີວິດ ໃນການຂ້າລ້າງເຊື້ອຊາດ ຊາວຢິວ Yad Vashem.

ພະສັນຕະປາປາ Francis ຍັງມີໝາຍກຳນົດ ທີ່ຈະພົບປະກັບປະທານາທິບໍດີອິສຣາແອລ ທ່ານ Shimon Peres ແລະນາຍົກລັດຖະມົນຕີ Benjamin Netanyahu.
MIDEAST POPE VO
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG