ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ Francis ຊົງສິ້ນສຸດ ການປະພາດ ບຣາຊິລ (ວີດິໂອ/ສະໄລດ໌)


ພະສັນຕະປະປາ Francis ໃນລະຫວ່າງການຢ້ຽມຢາມ ບຣາຊິລ
ພະສັນຕະປະປາ Francis ໃນລະຫວ່າງການຢ້ຽມຢາມ ບຣາຊິລ
ພະສັນຕະປະປາ Francis ສິ້ນສຸດການຢ້ຽມຢາມບຣາຊິລ
ດ້ວຍການທໍາພິທີມີຊາ ຫລືການສູດມົນໃຫຍ່ ຢູ່ຫາດຊາຍ
Copacabana ທີ່ມີຊື່ສຽງຂອງໂລກ.

ປະມານ 3 ລ້ານຄົນໄດ້ໄປເຕົ້າໂຮມກັນເພື່ອເຂົ້າຮ່ວມການ
ສວດມົນຢູ່ແຄມມະຫາສະມຸດ ໃນວັນອາທິດວານນີ້ ເພື່ອ
ເປັນຂີດໝາຍການສິ້ນສຸດລົງຂອງການສະເຫລີມສະຫຼອງວັນ
ຊາວໜຸ່ມໂລກຂອງສາສະໜາກາໂຕລິກ.

ພະສັນຕະປະປາທີ່ເກີດຢູ່ Argentina ໄດ້ຊົງຮຽກຮ້ອງໃຫ້
ຊາວກາໂຕລິກໄປຫາ “ບ່ອນທີ່ທຸກຍາກສຸດຂອງສັງຄົມ” ແລະສືບຕໍ່ເຜີຍແຜ່ຄໍາເທດສະໜາ
ຂອງສາສະໜາກາໂຕລິກ.

ພິທີດັ່ງກ່າວ ຊຶ່ງລວມມີທັງການອ່ານພະຄໍາພີ ແລະຄອນເສິຕດົນຕີ ມີບັນຍາກາດຄ້າຍກັບ
ຢູ່ງານບຸນ ໂດຍທີ່ພະສັນຕະປະປາ Francis ໄດ້ຊົງຖືກຮັບຕ້ອນດ້ວຍຄວາມຕື່ນເຕັ້ນ ຈາກຜູ້ຄົນທີ່ພາກັນໂບກທຸງ, ຮ້ອງເພັງ ແລະເຕັ້ນລໍາ.

ພິທີສວດມົນດັ່ງກ່າວ ແມ່ນມີປະທານາທິບໍດີຂອງບຣາຊິລ ທ່ານນາງ Dilma Rousseff,
ພ້ອມກັບປະທານາທິບໍດີ Christina Kirchner ຂອງ Argentina ແລະປະທານາທິບໍ
ດີ Evo Morales ຂອງໂບລີເວຍ ເຂົ້າຮ່ວມນໍາ.

ໃນເວລາຕໍ່ມາຂອງວັນດຽວກັນນັ້ນ ພະສັນຕະປະປາ Francis ຍັງພົບກັບຄະນະບາດ ຫລວງໃນຂົງເຂດອາເມຣິກາລາຕິນ ກ່ອນຈະຊົງເດີນທາງກັບໄປກຸງໂຣມ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ພະສັນຕະປະປາ Francis
please wait

No media source currently available

0:00 0:02:40 0:00



ໃນການສະເດັດປະພາດປະເທດບຣາຊີລເປັນເວລານຶ່ງອາທິດນັ້ນ ພະສັນຕະປະປາໄດ້
ຊຸກຍູ້ໃຫ້ບາດຫລວງ ແລະອາຈານ ແລະນັກບວດອື່ນໆທັງຫລາຍ ພາກັນອອກໄປເຜີຍ
ແຜ່ຄໍາສອນຂອງພະເຢຊູ. ໃນວັນພະຫັດຜ່ານມາ ພະອົງໄດ້ສະເດັດໄປພົບບັນດາຄົນ
ທຸກຈົນ ຢູ່ໃນເຂດຢູ່ອາໄສ ຂອງພວກຄົນທຸກຈົນ ຫລືເຂດສະລໍາທີ່ມີຊື່ສຽງເໜົ່າເໝັນຂອງ
ນະຄອນ Rio de Janeiro.

ພ້ອມດຽວກັນ ພະສັນຕະປະປາໄດ້ຊົງປະກາດວ່າ ການສະເຫລີມສະຫຼອງວັນຊາວໜຸ່ມ ໂລກຂອງສາສະໜາກາໂຕລິກ ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ເມືອງ Krakow ປະເທດ Poland ຊຶ່ງເປັນບ້ານເກີດເມືອງນອນຂອງພະສັນຕະປະປາປະອົງກ່ອນ ກໍຄືໂປບ John Paul II.

ປະມວນພາບການຢ້ຽມຢາມບຣາຊິລຂອງພະສັນຕະປະປາ Francis
XS
SM
MD
LG