ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ ແຟຣນຊິສ ຢ້ຽມຢາມ ບຣາຊິລ (ວີດີໂອ)


ການກະກຽມຫ້າງຫາ ເພື່ອຕ້ອນຮັບ ພະ​ສັນຕະປາປາ Francis ​ທີ່ຈະທໍາການ​ຢ້ຽມຢາມ ​ນຶ່ງ​ອາທິດ ທີ່​ປະ​ເທດ​ ບຣາຊີ​ລ ທີ່​ມີຄົນ​ນັບຖື​ສາສະໜາ ​ໂຣ​ມັນຄາ​ໂທ​ລິກ ຫລາຍ​ທີ່​ສຸດ​ໃນ​ໂລກ
ການກະກຽມຫ້າງຫາ ເພື່ອຕ້ອນຮັບ ພະ​ສັນຕະປາປາ Francis ​ທີ່ຈະທໍາການ​ຢ້ຽມຢາມ ​ນຶ່ງ​ອາທິດ ທີ່​ປະ​ເທດ​ ບຣາຊີ​ລ ທີ່​ມີຄົນ​ນັບຖື​ສາສະໜາ ​ໂຣ​ມັນຄາ​ໂທ​ລິກ ຫລາຍ​ທີ່​ສຸດ​ໃນ​ໂລກ
ໃນ​ວັນ​ຈັນ​ມື້​ນີ້ ພະ​ສັນຕະປາປາ Francis ​ໄດ້​ເປີດ​ການ​ຢ້ຽມ
ຢາມ​ເປັນ​ເວລາ​ນຶ່ງ​ອາທິດ ທີ່​ປະ​ເທດ​ບຣາຊີ​ລ ຊຶ່ງ​ເປັນ​ປະ​ເທດ​
ທີ່​ມີຄົນ​ນັບຖື​ສາສະໜາ ​ໂຣ​ມັນຄາ​ໂທ​ລິກ ຫລາຍ​ທີ່​ສຸດ​ໃນ​ໂລກ
​ແຕ່​ເມື່ອ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ປະສົບ​ກັບ ​ການ​ປະ​
ທ້ວງຕໍ່ຕ້ານລັດຖະບານ ຢ່າງ​ໃຫຍ່​ຫລາຍໆ​ບັ້ນ.

ຄາດ​ວ່າ ຈະ​ມີຊາວ​ໜຸ່ມຄາ​ໂທ​ລິກ ​ຫລາຍ​ກວ່າ 1 ລ້ານ​ຄົນພາ
ກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ Rio de Janeiro ​ເພື່ອສະ​ແດງ​
ຄວາມ​ເຄົາລົບ​ແລະ​ຊື່ນ​ຊົມ​ຕໍ່ ພະ​ສັນຕະປາປາ ອົງ​ໃໝ່. ລາຍ
ການ​ຢ້ຽມຢາມຂອງ​ພະ​ອົງ ​ແມ່ນຮວມ​ທັງການ​ປະ ​ຊຸ​ມກັບບັນ
ດາ​ຜູ້​ນໍາ​ທ້ອງ​ຖິ່ນ ​ແລະ​ລະດັບ​ຊາດ ​ແລະ​ເຂົ້າ​ຮ່ວມ​ໃນ​ພິທີ
ຕ່າງໆທີ່​ ​ພົວພັນ​ກັບ​ວັນ​ຊາວ​ໜຸ່່ມ​ໂລກ ຄືວັນ​ພະຫັດຈະ​ມາ​ເຖິງ​ນີ້.

ນັກສະ​ແຫວ​ງບຸນ ທ້າວ Matheus Fernandes ກ່າວ​ວ່າ:

“​ມັນເປັນ​ໂອກາດ​ອັນ​ດີ​ງາ​ມສໍາລັບໂບດ ​ສໍາລັບໂລກ ​ກໍ​ຄື​ໂລກຂອງ​ຊາວຄາ​ໂທ​ລິກ​ ​ເວລາ
ເຮົາ​ໄດ້​ພົບ​ພໍ້ ມາ​ຮ່ວມ​ສວດ​ມົນ​ພາ​ວັນນານໍາ​ກັນ ສະ​ແດງ​ຄວາມ​ເຊື່ອ​ຖື ຊຸກຍູ້​ຄວາມ​ເຊື່ອ​
ຖືຂອງ​ພວກ​ເຮົາ ປ້ອນ​ຄວາມ​ຫວັງ​ໃຫ້​ແກ່​ພວກ​ເຮົາ ​ແລະ​ການ​ໃຫ້​ທານເຮັດບຸນ​ກຸສົນ​ຂອງ​
ພວກ​ເຮົາ.”

​ເຈົ້າ​ໜ້າ​ທີ່ຕໍາຫລວດ ປະມານ 10,000 ຄົນ ​ແລະ​ທະ​ຫານ​ອີກ 14,000 ຄົນ ​ໄດ້​ຖືກ​ສົ່ງ​
ອອກ​ມາ​ປະຕິບັດ​ງານ ​ໃນ​ລະຍະ​ການ​ຢ້ຽມຢາມ​ຂອງ ພະ​ສັນຕະປາປາ Francis ຊຶ່ງ​ເປັນ​
ການທ້າ​ທາຍ​ດ້ານ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ໃຫຍ່​ຫລວງ​ແກ່ ​ພວກເຈົ້າ​ໜ້າ​ທີ່ ບຣາຊິ​ລ. ​
ໃນ​ການກ່າວ​ຕໍ່​ບັນດາ​ນັກ​ຂ່າວ ອາທິດແລ້ວ​ນີ້ ​ເຈົ້າ​ໜ້າທີ່ທີ່ຮັບຜິດຊອບ ການ​ດໍາ​ເນີນ​
ຄວາມ​ພະຍາຍາມ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ເປີດ​ເຜີຍເຖິງ​ຄວາມ​ເປັນ​ຫ່ວງ​ໃນ​
ຄວາມ​ປອດ​ໄພ​ຂອງພະ​ສັນຕະປາປາ. ນາຍ​ພົນ Jose Abreu ຂອງ​ກອງທັບ ບຣາຊິ​ລ
ກ່າວ​ວ່າ:

“​ແນ່ນອນ ການ​ທີ່ ພະ​ອົງ ​ບໍ່​ເອົາ​ລົດ​ກັນ​ກະ​ສຸນມານັ້ນ ​ເປັນເລື້ອງທີ່​ພວກ​ເຮົາ
ບໍ່​ຄ່ອຍ​ດີ​ໃຈ​ນໍາ​ປານ​ໃດ. ຂ້າພະ​ເຈົ້າ​ແມ່ນຈະ​ດີ​ໃຈ​ຫລາຍ​ກ່ວາ ຖ້າ​ຫາກ ພະ​ອົງ ​
ເອົາ​ລົດແວ່ນ​ໂຕ​ເອງພະ​ອົງ ທີ່​ກັນ​ລູກປືນ​ນັ້ນ​ມາ​ນໍາ.”


ປະຊາຊົນພາກັນລຸຫຼັ່ງໄປຍັງ Rio de Janeiro ເພື່ອສະຫຼອງການຢ້ຽມຢາມ ຂອງພະສັນຕະປາປາ:

pope
please wait
Embed

No media source currently available

0:00 0:02:06 0:00
XS
SM
MD
LG