ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປະປາ ເບເນດິກ ຊົງລາອອກ ຢ່າງກະທັນຫັນ (ສະໄລດ໌/ວີດີໂອ)


ພະສັນຕະປະປາ Benedict ສິບຫົກ ຈະລາອອກຈາກໜ້າທີ່ ໃນວັນທີ 28 ເດືອນ ກູມພານີ້.
ພະສັນຕະປະປາ Benedict ສິບຫົກ ຈະລາອອກຈາກໜ້າທີ່ ໃນວັນທີ 28 ເດືອນ ກູມພານີ້.
ມີ​ການ​ຄາດ​ຄະເນ​ກັນຫຼາຍ​ຂື້ນ​ວ່າ ຜູ້​ໃດ​ຈະ​ຖືກ​ຄັດ​ເລື​ອກ​ໃຫ້​
ເປັນ​ຜູ້​ນໍາ​ ສາສະໜາໂຣ​ມັນຄາ​ໂຕ​ລິກ ຄົນ​ຕໍ່​ໄປ ນຶ່ງ​ມື້​ຫລັງ​
ຈາກພະ​ສັນ​ຕະປະ​ປາ Benedict ​ໄດ້ຊົງ​ສ້າງ​ຄວາມ​ຕື່ນ​ຕົກ
​ໃຈ​ໃຫ້​ແກ່ໂລກ ດ້ວຍ​ການ​ປະກາດ​ວ່າ ພະ​ອົງຈະລາ​ອອກ​
ຈາກ​ໜ້າ​ທີ່.

ພະສັນ​ຕະປະ​ປາ ຊຶ່ງ​ເປັນ​ຄົນເຢຍຣະມັນ ທີ່​ຮູ້​ກັນ​ໃນ​ເມື່ອ​ກ່ອນ​ວ່າ ພະ ກາ​ດີ​ນານ Joseph Ratzinger ນັ້ນ ​ຊົງ​ກ່າວ​ຕໍ່​ ພະກາ​ດີ​ນານ​ກຸ່ມ​ນຶ່ງ ​ໃນ​ວັນ​ຈັນວານ​ນີ້ ​ໃນ​ຂະນະ​ທີ່​ມີ​ການ​ປະຊຸມ​ກັນ​ຕາມ​ປົກກະຕິວ່າ ພະອົງ ຈະຊົງລາ​ອອກ​ຈາກ​ຕໍາແໜ່ງ ໃນວັນ​ທີ 28 ​ເດືອນ​ກຸ​ມພານີ້ ​ເພາະວ່າ ຄວາມ​ແກ່​ຊະລາພາບຂອງພະ​ອົງ​ ເຮັດ​ໃຫ້​ເປັນ​ການຍາກ​ລໍາບາກຫຼາຍ ຂຶ້ນ ​ໃນ​ການປະຕິບັດພາລະໜ້າ​ທີ່ຂອງ​ອົງ.

ວີດິໂອ ພະສັນຕະປາປາ ປະກາດລາອອກ:



ພະ​ສັນ​ຕະປະ​ປາ Benedict ຈະ​ເປັນສັນ​ຕະປະ​ປາຄົນ​ທໍາ​ອິດທີ່​ຊົງລາ​ອອກ​ຈາກ​ໜ້າ​ທີ່ ນັບ​ຕັ້ງ​ແຕ່​ປີ 1415 ​ເປັນຕົ້ນມາ ​ເວລາພະສັນ​ຕະປະ​ປາ Gregory ​ໄດ້​ຊົງລາ​ອອກ​ ເພື່ອ​ແກ້ໄຂບັນຫາ​ຂັດ​ແຍ້​ງ ​ການ​ເປັນ​ຜູ້​ນໍາ​ຂອງສາສະໜາ​ຄາ​ໂຕ​ລິກ ທີ່​ມີຜູ້​ນັບຖື​ເຖິງ 1 ພັນ​ 2 ຮ້ອຍ​ລ້ານ​ຄົນ​ຢູ່​ໃນທົ່ວ​ໂລ​ກ.



ສຸຂະພາບ​ຂອງພະສັນ​ຕະປະ​ປາ Benedict ​ເຫັນ​ວ່າ ຊຸດ​ໂຊມ​ລົງ​ຢ່າງ ​ເປັນ​ໄດ້​ແຈ້ງ ​ໃນ​ລະຍະ 8 ປີ ທີ່​ພະ​ອົງເປັນ​ຜູ້​ນໍາຂອງ​ສາສະໜາໂຣມັນ ຄາ​ໂຕ​ລິກຊຶ່ງ​ເປັນ​ລະຍະ​ສັ້ນ​ທີ່​ສຸດ​ຂອງ​ໃນ​ການ​ເຂົ້າຮັບ​ໜ້າ​ທີ່​ເປັນສັນ​ຕະ ປະ​ປາ ໃນ​ປະຫວັດ​ສາດສະ​ໄໝ​ໃໝ່. ປະຕິທິນ​ການ​ເດີນທາງ​ຂອງພະ ສັນຕະປະ​ປາ ອາດ​ຈະ​ລໍ​າບາກ ​ແລະ​ນ້ອງ​ຊາຍ​ຂອງ​ພະ​ອົງ ຄື​ພະ​ສັງ ຄະຣາດ George Ratzinger ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພະສັນ​ຕະປະ​ປາ ​ໄດ້​ຖືກ​ແນະ​ນໍາ​ຈາກທ່ານໝໍ​ຂອງ​ທ່ານ​ ບໍ່​ໃຫ້​ເດີນທາງ​ອອກ​ຂ້າມ​ມະຫາ​ສະມຸດ​ອັດ​ລັນ​ຕິກອີກ.

ປະຕິກິລິຍາກ່ຽວກັບ ການປະກາດ ລາອອກ ຂອງພະສັນຕະປາປາ:

XS
SM
MD
LG