ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມທຸກຍາກ ເປັນສາເຫດນຶ່ງ ເຮັດໃຫ້ພວກເດັກນ້ອຍ​ ຫຼາຍກວ່າ 20 ​ເປີ​ເຊັນ ຕ້ອງ​ປະລະ​ການ​ຮຽນ


ໄດ້​ມີ​ການ​ແຈກ​ຈ່າຍ​ປຶ້ມຕຳລາ​ຮຽນບໍ່​ເຖິງ 50 ​ເປີ​ເຊັນ​ ຂອງ​ຈຳນວນນັກຮຽນ​ທັງ​ໝົດ​ຢູ່​ໃນ​ເຂດ​ແຂວງ​ພາກ​ເໜືອ ຈຶ່ງໄດ້ເຮັດໃຫ້ຜູ້ປົກຄອງ​ຂອງ​ນັກຮຽນ​ທີ່​ພໍມີ​ຖານະ ຕ້ອງ​ຈັດ​ຊື້​ຕຳລາ​ຮຽນ​ໃຫ້​ລູກ​ຂອງ​ພວກ​ເຂົາ​ເຈົ້າດ້ວຍ​ຕົນ​ເອງ.
ໄດ້​ມີ​ການ​ແຈກ​ຈ່າຍ​ປຶ້ມຕຳລາ​ຮຽນບໍ່​ເຖິງ 50 ​ເປີ​ເຊັນ​ ຂອງ​ຈຳນວນນັກຮຽນ​ທັງ​ໝົດ​ຢູ່​ໃນ​ເຂດ​ແຂວງ​ພາກ​ເໜືອ ຈຶ່ງໄດ້ເຮັດໃຫ້ຜູ້ປົກຄອງ​ຂອງ​ນັກຮຽນ​ທີ່​ພໍມີ​ຖານະ ຕ້ອງ​ຈັດ​ຊື້​ຕຳລາ​ຮຽນ​ໃຫ້​ລູກ​ຂອງ​ພວກ​ເຂົາ​ເຈົ້າດ້ວຍ​ຕົນ​ເອງ.

ສະພາບ​ຊີວິດ​ການ​ເປັນ​ຢູ່ ທີ່​ຍາກຈົນ​ຢ່າງ​ຍິ່ງ​ເຮັດ​ໃຫ້​ເດັກນ້ອຍ​
ໃນໄວ​ຮຽນຫຼາຍກວ່າ 20 ​ເປີ​ເຊັນ ຕ້ອງ​ປະລະ​ການ​ຮຽນຊັ້ນປະຖົມ
ຊຶ່ງຖື​ເປັນ​ສະພາບ ​ທີ່​ສວນ​ທາງ​ກັບ​ນະ​ໂຍບາຍ ຂອງ​ລັດຖະບານ
​ລາວ​ຢ່າງ​ສິ້ນ​ເຊີງ.

​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ ຍອມຮັບ​ວ່າ ດ້ວຍ​ສະພາບ​ຊີວິດ​ການເປັນ​ຢູ່​ທີ່​ຍາກຈົນ​ຢ່າງ​ຍິ່ງ​ ຂອງ​ປະຊາຊົນ​ລາວ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ລະດັບ​ຄ່າ​ຄອງ​ຊີບ ທີ່​ປັບ​ຕົວ​ສູງ​ຂຶ້ນນັບ​ມື້ ​ແລະ​ລັດຖະບານ​ລາວ​ບໍ່​ສາມາດ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ໄດ້​ເລີຍ​ນັ້ນ ນັ​ບ​ເປັນສາ​ເຫດ​ທີ່​ສຳຄັນ ​ທີ່​ເຮັດ​ໃຫ້ການ​ປະລະ​ການ​ຮຽນ​ຂອງ​ເດັກນ້ອຍ​ ໃນ​ຊັ້ນປະຖົມ​ສຶກສາມີ​ອັດຕາ​ສະ​ເລ່ຍສູງ​ກວ່າ 20 ​ເປີ​ເຊັນ ຂອງ​ຈຳນວນ​ເດັກນ້ອຍ​ໃນ​ໄວ​ຮຽນ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ​ລາວ​ໃນ​ປັດຈຸບັນ​ນີ້.

​ໂດຍ​ເຖິງ​ແມ່ນ​ວ່າ ການ​ເຂົ້າຮຽນ​ໃນ​ລະດັບ​ປະຖົມ​ສຶກສາ ຂອງ​ເດັກນ້ອຍ​ໃນ​ສົກ​ປີ 2014
-2015 ນີ້​ຈະ​ຄິດ​ເປັນ​ອັດຕາ​ສະ​ເລ່ຍທີ່​ສູງ​ເຖິງ 95 ​ເປີ​ເຊັນກໍ​ຕາມ ຫາກ​ແຕ່​ໃນ​ຄວາມ​ເປັນ
​ຈິງ​ກັບ​ປາກົດ​ວ່າ ມີ​ເດັກນ້ອຍ​ລາວ​ມາ​ໂຮງຮຽນ​ຕາມ​ປົກກະຕິ​ພຽງ 75 ​ເປີ​ເຊັນ​ເທົ່າ​ນັ້ນ
ດັ່ງທີ່​ເຈົ້າໜ້າ​ທີ່​ຂັ້ນສູງຂອງ​ລາວ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ອັດຕາ​ປະລະ​ການ​ສຶກສາ ຫຼືວ່າ​ອັດຕາ​ການລອດ​ເຫຼືອ​ເນາະ ສົມມຸດ​ວ່າ ເດັກນ້ອຍ​ ເຂົ້າຊັ້ນ ປ. 1 ​ໄປ​ຮອດ​ຊັ້ນປ. 5 ​ເຂົ້າດຽວ​ນີ້ ​ເຮົາ​ຕັ້ງ​ເປົ້າ​ໄວ້​ໃຫ້​ມັນ​ໄດ້​ຮອດ 95 ​ເປີ​ເຊັນ ​ແຕ່​ວ່າ​ໃນ​ໂຕ​ຈິງ​ພັດ​ລອດ​ມາດຽວ​ນີ້ ​ແຕ່ 75 ​ເປີ​ເຊັນ ສ່ວນ 20 ​ເປີ​ເຊັນ ພັດ​
ເສຍ​ໄປ ອັນ​ນັ້ນກໍ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ ​ເຮັດ​ຈັ່ງ​ໃດຊ່ວຍ​ສ້າງ​ເງື່ອນ​ໄຂ​ໃຫ້​
ເຂົາ​ເຈົ້າສາມາດ​ຮຽນ​ຈົບ.”

ພວກເດັກນ້ອຍຢູ່ຊົນນະບົດໃນລາວ ສ່ວນໃຫຍ່ແລ້ວ ແມ່ນມີສະພາບການເປັນຢູ່ ທີ່ທຸກຍາກ ແລະ ຕ້ອງໄດ້ຊ່ອຍພໍ່ແມ່ໃນກິດຈະກຳຕ່າງໆພາຍໃນຄອບຄົວ.
ພວກເດັກນ້ອຍຢູ່ຊົນນະບົດໃນລາວ ສ່ວນໃຫຍ່ແລ້ວ ແມ່ນມີສະພາບການເປັນຢູ່ ທີ່ທຸກຍາກ ແລະ ຕ້ອງໄດ້ຊ່ອຍພໍ່ແມ່ໃນກິດຈະກຳຕ່າງໆພາຍໃນຄອບຄົວ.

ຍິ່ງ​ໄປ​ກວ່າ​ນັ້ນ ບັນຫາ​ດັ່ງກ່າວ​ຍັງ​ຖື​ເປັນ​ສະພາບ​ການ​ທີ່​ກົງກັນ
ຂ້າມ​ກັບ​ນະ​ໂຍບາຍ​ຂອງ​ລັດຖະບານ​ລາວ ພາຍ​ໃຕ້​ການ​ນຳ​ຂອງ
​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ທີ່ໄດ້ປະກາດ​ເປົ້າ
ໝາຍ​ຈະ​ຂະຫຍາຍ​ໂອ​ການ​ດດ້ານ​ການ​ສຶກສາ​ ສຳ​ຫລັບ​ເດັກ
ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ພາຍ​ໃນ​ປີ 2015 ນີ້
ຫາກ​ແຕ່​ວ່າ​ດ້ວຍ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ ທີ່​ຍັງ​ບໍ່​ໄດ້
​ຮັບ​ການ​ແກ້​ໄຂ​ນັ້ນ ຈຶ່ງ​ເຮັດ​ໃຫ້​ບໍ່​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​
ໄດ້​ຢ່າງ​ແນ່ນອນ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ບັນຫາ​ທີ່​ເປັນ​ອຸປະສັກ
​ຕໍ່​ການ​ຂະຫຍາຍ​ໂອ​ກາດ ທາງ​ດ້ານ​ການ​ສຶກສາຂັ້ນພື້ນຖານ​ໃຫ້​
ໄດ້ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ​ລາວ​ອີກ​ປະການ​ໜຶ່ງ ກໍ​ແມ່ນ​ບັນຫາ​ຂາດ​ແຄນ​ດ້ານ​ງົບປະມານ​ຂອງ​ລັດຖະບານ​ລາວ ​ໂດຍ​ບັນຫາ​ທີ່​ເຫັນ​ໄດ້​ຢ່າ​ງຊັດ​ເຈນ​ທີ່​ສຸດ​ໃນ​ເວລາ​ນີ້ ກໍ​ຄື​ການຈັດ​ພິມ ​ແລະ​ການ​ແຈກ​ຈ່າຍ​ປຶ້ມຕຳລາ​ຮຽນ​ສຳ​ຫລັບ​ນັກຮຽນ​ຊັ້ນປະຖົມ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ເປັນ​ເປົ້າໝາຍ​ບູລິມະສິດ ທີ່​ຈະ​ຕ້ອງ​ຈັດຕັ້ງປະຕິບັດ​ໃຫ້​ໄດ້ ຢ່າງ​ແທ້​ຈິງ​ໃນ​ສົກຮຽນ​ປີ 2014-2015 ນີ້ ຫາກ​ແຕ່​ວ່າ​ ​ໃນ​ການ​ປະຕິບັດ​ຕົວ​ຈິງ​ກໍ​ຍັງ​ຄົງ​ເປັນ​ໄປ​ບໍ່​ໄດ້​ເລີຍ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຮງຮຽນ​ຢູ່​ໃນ​ເຂດ​ຊົນນະບົດ​ນັ້ນ ດັ່ງ​ທີ່​ນາຍຄູ​ທ່ານ​ໜຶ່ງ​ໃນ​ເຂດແຂວງ​ວຽງ​ຈັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ດຽວ​ນີ້​ພວກ​ເຮົາ​ໄດ້​ເອົາ​ປຶ້ນ​ແບບຮຽນ​ລົງ​ສູ່​ນັກຮຽນ​ນີ້ ພວກ​ເຮົາ​ເອົາ​ລົງ​ເປັນ​ໂຕະ
ບໍ່​ໄດ້​ເອົາ​ລົງ​ໄປ​ໃຫ້​ນັກຮຽນ​ໝົດ​ທຸກຄົນ​ໄດ້​ຊົມ​ໃຊ້​ຫັ້ນນະ ພວກ​ເຮົາ​ເອົາ​ລົງ​ເປັນ
ໂຕະ​ເອົາ ​ໃນ​ເບື້ອງ​ຕົ້ນ​ນີ້​ນະ ​ເພາະວ່າ​ມັນ​ບໍ່​ພຽງພໍ ພວກເຮົາ​ໄດ້​ນຳ​ໃຊ້ແນ​ວນັ້ນ ​
ໃຫ້​ນັກຮຽນ​ໄດ້​ຊົມ​ໃຊ້​ເປັນໂຕະ​ເວລາ​ມີ​ວິຊາ​ນັ້ນທີ່​ຂຶ້ນຫ້ອງສອນ​ ແລ້ວ​ເອົາ​ປຶ້ມ​ແບບຮຽນ​ນຳ​ໄປໃຊ້​ເປັນໂຕະ​ເອົາ.”

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ດ້ວຍ​ວ່າ ​ໄດ້​ມີ​ການ​ແຈກ​ຈ່າຍ​ປຶ້ມຕຳລາ​ຮຽນບໍ່​ເຖິງ 50 ​ເປີ​ເຊັນ​ ຂອງ​ຈຳນວນນັກຮຽນ​ທັງ​ໝົດ​ຢູ່​ໃນ​ເຂດ​ແຂວງ​ພາກ​ເໜືອ ຈຶ່ງ​ເຮັດ​ໃຫ້​ບັນດາ​ຜູ້​ບໍລິຫານ​ໂຮງ
ຮຽນ​ຕ້ອງ​ແກ້​ໄຂ​ບັນຫາ​ ດ້ວຍ​ການ​ໃຫ້​ບັນດາ​ຜູ້ປົກຄອງ​ຂອງ​ນັກຮຽນ​ທີ່​ພໍມີ​ຖານະ ຕ້ອງ​
ຈັດ​ຊື້​ຕຳລາ​ຮຽນ​ໃຫ້​ລູກ​ຂອງ​ພວກ​ເຂົາ​ເຈົ້າດ້ວຍ​ຕົນ​ເອງ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ສູນ​ກາງ​ຊາວ​ໜຸ່ມ​ປະຕິວັດ​ລາວ ກໍຍອມຮັບ​ວ່າ ການ​ພັດທະນາ​ເຍົາວະ​ຊົນ​ລາວ ​ໃນ​ປັດຈຸ​ບັນ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຫຍຸ້ງຍາກ​ຢ່າງ​ທີ່​ສຸດ ​ເນື່ອງ​ຈາກ​ບໍ່​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນຫຼາຍໆ​ດ້ານ ຈຶ່ງ​ເຮັດ​ໃຫ້ການ​ພັດທະນາ​ເຍົາວະ​ຊົນ​ໃນລາວ​ຍັງ​ມີ​ລະດັບ​ຄຸນ​ນະພາ​ບຕ່ຳ​ທີ່​ສຸດ​ໃນ​ອາ​ຊ່ຽນ​ອີກ​ດ້ວຍ.

XS
SM
MD
LG