ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນ ຝຣັ່ງ ລົງຄະແນນສຽງ ໃນການ ເລືອກຕັ້ງ ປະທານາທິບໍດີ


ຜູ້ຊາຍຄົນໜຶ່ງຈັບເອົາເຈ້ຍລົງຄະແນນ ກ່ອນປ່ອນບັດ ເລືອກຕັ້ງປະທານາທິບໍດີ ຮອບທຳອິດ ຢູ່ໜ່ວຍປ່ອນບັດ ໃນນະຄອນຫຼວງ ປາຣີ. 23 ເມສາ, 2017.
ຜູ້ຊາຍຄົນໜຶ່ງຈັບເອົາເຈ້ຍລົງຄະແນນ ກ່ອນປ່ອນບັດ ເລືອກຕັ້ງປະທານາທິບໍດີ ຮອບທຳອິດ ຢູ່ໜ່ວຍປ່ອນບັດ ໃນນະຄອນຫຼວງ ປາຣີ. 23 ເມສາ, 2017.

ສະຖານທີ່ປ່ອນບັດ​ແຫ່ງ​ຕ່າງໆ ໄດ້ໄຂຂຶ້ນໃນທົ່ວປະເທດ ຝຣັ່ງ ສຳລັບການເລືອກຕັ້ງ ທີ່ຖືກເຝົ້າເບິ່ງຢ່າງໃກ້ສິດທີ່ສຸດໃນຮອບຫຼາຍທົດສະວັດ, ​ໂດຍ​ມີຜູ້ລົງແຂ່ງຂັນ 11 ຄົນ, ນັບຈາກຜູ້ນິຍົມແນວທາງຂວາຈັດ ຫາ ຊ້າຍຈັດ, ທີ່ແຂ່ງຂັນກັນ​ເອົາຕຳແໜ່ງປະທານາ
ທິບໍດີ ຝຣັ່ງ.

ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ ລຸນຫຼັງການໂຈມຕີກໍ່ການຮ້າຍ ໃນນະຄອນ
ຫຼວງ ປາຣີ ພຽງບໍ່ເທົ່າໃດມື້ກ່ອນການລົງຄະແນນສຽງເລືອກຕັ້ງ ເຊິ່ງຜູ້ລົງແຂ່ງຂັນຫົວ
ຊາດນິຍົມແລະຕໍ່ຕ້ານຜູ້ນັບຖືສາສະໜາອິສລາມທ່ານນາງ Le Pen ເປັນຜູ້ມີ​ຄະ​ແນນ
ນຳໜ້າ ໃນການແຂ່ງຂັນ.

ເຈົ້າໜ້າທີ່ຕຳຫຼວດ 50,000 ຄົນ ດ້ວຍການໜູນຫຼັງຂອງ​ພວກທະຫານ 7,000 ຄົນ, ລວມທັງກອງກຳລັງພິເສດ ໄດ້ຖືກສົ່ງໄປຖະໜົນແຫ່ງຕ່າງໆ ເຊິ່ງເປັນສ່ວນໜຶ່ງຂອງ
ກອງກຳລັງຮັກສາຄວາມປອດໄພຂະໜາດໃຫຍ່ ຖ່າມກາງຄວາມເຄັ່ງຕຶງຫຼັງຈາກການ
ໂຈມຕີ ທີ່ອ້າງ​ເອົາຄວາມຮັບຜິດຊອບໂດຍກຸ່ມກໍ່ການຮ້າຍລັດອິສລາມ. ການຍິງກັນ
ຢູ່ທີ່ຖະໜົນ Champs-Elyssees ໃນໃຈກາງນະຄອນຫຼວງປາຣີ ໄດ້ເຮັດໃຫ້ຕຳຫຼວດ
ຄົນໜຶ່ງເສຍຊີວິດ ແລະ ປະຊາຊົນຄົນອື່ນໆຫຼາຍຄົນໄດ້ຮັບບາດເຈັບ.

ນີ້ແມ່ນການເລືອກຕັ້ງຄັ້ງທຳອິດ ທີ່ຈະຖືກຈັດຂຶ້ນພາຍໃຕ້ການປະກາດພາວະສຸກເສີນ ຫຼັງຈາກການໂຈມຕີນະຄອນຫຼວງ ປາຣີ ປີ 2015 ແລະ ບັນດານັກສັງເກດການກ່າວວ່າ ການຍິງກັນໃນສັບປະດາທີ່ຜ່ານມາອາດເຮັດໃຫ້ ຜູ້ທີ່ມີແຜນຈະບໍ່ໄປລົງຄະແນນສຽງ ອອກມາໃຊ້ສິດຂອງຕົນ.

ໃນການຂຽນຂໍ້ຄວາມຢູ່ Twitter ມື້ໜຶ່ງຫຼັງຈາກການຍິງກັນ ຢູ່ຖະໜົນ Champs-
Elysees ນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ “ປະຊາຊົນ
ຝຣັ່ງ ຈະຮັບສິ່ງດັ່ງກ່າວນີ້ຕໍ່ໄປອີກບໍ່ໄດ້ແລ້ວ. ມັນຈະມີຜົນກະທົບຢ່າງໃຫຍ່ກັບການ
ເລືອກຕັ້ງປະທານາທິບໍດີ.”

ເຖິງແມ່ນວ່າຈະມີການຄາດເດົາ ກ່ຽວກັບຈຳນວນຜູ້ອອກມາລົງຄະແນນສຽງຕໍ່າກໍຕາມ, ພວກຜູ້ເຫັນເຫດການໄດ້ກ່າວວ່າ ມີການລຽນແຖວກັນຢູ່ຕາມ​ໜ່ວຍປ່ອນບັດໃນເຂດ
ປົກຄອງທີ 15 ຂອງນະຄອນຫຼວງ ປາຣີ ກ່ອນເວລາເປີດໃຫ້ປ່ອນບັດ ແລະ ຈຳນວນຜູ້
ອອກມາລົງຄະແນນສຽງມີລາຍງານວ່າ ມີຈຳນວນຫຼວງຫຼາຍ ຢູ່ທີ່​ບ່ອນລົງຄະແນນສຽງ
ແຫ່ງຕ່າງໆໃນທົ່ວປະເທດ.

ຜູ້ນຳໜ້າໃນການຢັ່ງຫາງສຽງກ່ອນການເລືອກຕັ້ງແມ່ນທ່ານ Emmanuel Macron, ຜູ້ທີ່ນິຍົມແນວທາງ​ເປັນກາງອຽງຊ້າຍ, ອະດີດລັດຖະມົນຕີເສດຖະກິດ ຜູ້ທີ່ສະໜັບສະ
ໜູນສະຫະພາບ ຢູໂຣບ ແລະ ສະໜັບສະໜູນທຸລະກິດ ພ້ອມກັບມີສາຍພົວພັນອັນໃກ້
ຊິດກັບປະທານາ ທິບໍດີສັງຄົມນິຍົມທີ່ບໍ່ໄດ້ຮັບຄວາມນິຍົມ ທ່ານ Francois Holland. ຄວາມສົນໃຈຂອງທ່ານແມ່ນນອນຢູ່​ໃນເຂດ​ເທດສະບານທີ່ມີຄວາມຮັ່ງມີຂອງ ຝຣັ່ງ ບ່ອນທີ່ຍຸກໂລກາພິວັດໄດ້ໃຫ້ຜົນປະໂຫຍດຕໍ່ຫຼາຍໆຄົນ.

ຜູ້ທີ່ນຳຕິດມາເປັນອັນດັບສອງແມ່ນທ່ານນາງ Le Pen, ຜູ້ທີ່ຢາກໃຫ້ ຝຣັ່ງ ຢຸດການ
ຮັບເອົາຜູ້ຍົກຍ້າຍຖິ່ນຖານ ໂດຍສະເພາະຈາກບັນດາປະເທດ ມຸສລິມ. ທ່ານນາງກໍຍັງ
ຢາກໃຫ້ ຝຮັ່ງ ຖອນຕົວອອກຈາກສະຫະພາບ ຢູໂຣບ. ຈຸດແຂງຂອງທ່ານນາງສ່ວນ
ໃຫຍ່ແມ່ນຢູ່ໃນເຂດທີ່ເປັນອະດີດອຸດສາຫະກຳຂອງ ຝຣັ່ງ ບ່ອນທີ່ມີອັດຕາການຫວ່າງ
ງານສູງ ແລະ ກໍມີຄວາມທໍ້ແທ້ກັບເສດຖະກິດຍຸກໃໝ່ ແລະ ການຈັດສັນສັງຄົມ.

ຜູ້ແຂ່ງຂັນລະດັບສູງອີກຄົນໜຶ່ງແມ່ນໄດ້ແກ່ທ່ານ Francois Fillon, ຜູ້ທີ່ສະໜັບສະ
ໜູນການຕັດການໃຊ້ຈ່າຍຂອງລັດຖະບານ ແລະ ຜັກດັນໃຫ້ມີການປະຕິຮູບຢ່າງເລິກ
ເຊິ່ງໃນ ສະຫະພາບ ຢູໂຣບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

France Election
please wait
Embed

No media source currently available

0:00 0:04:39 0:00

XS
SM
MD
LG