ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວອາເມຣິກັນ ສ່ວນໃຫຍ່ ມີທັດສະນະ ໃນ ແງ່ຮ້າຍເພີ້ມຂຶ້ນ ກ່ຽວກັບຄວາມສຳພັນ ທາງເຊື້ອຊາດ


ພວກເດີນຂະບວນປະທ້ວງ ການຍິງສັງຫານ ທ້າວ Philando Castile ໄປເຕົ້າໂຮມກັນ ຢູ່ນອກກົມຕຳຫຼວດ ຂອງເມືອງ St Anthony ລັດ Minnesota, ວັນທີ 10 ກໍລະກົດ 2016.
ພວກເດີນຂະບວນປະທ້ວງ ການຍິງສັງຫານ ທ້າວ Philando Castile ໄປເຕົ້າໂຮມກັນ ຢູ່ນອກກົມຕຳຫຼວດ ຂອງເມືອງ St Anthony ລັດ Minnesota, ວັນທີ 10 ກໍລະກົດ 2016.

ຊາວອາເມຣິກັນສ່ວນຫຼາຍ ເກີດມີຄວາມຮູ້ສຶກ ຫຼາຍຂຶ້ນ ໃນແງ່ຮ້າຍ ກ່ຽວກັບຄວາມສຳພັນ ທາງເຊື້ອຊາດ ໃນສະຫະລັດ.

ອີງຕາມ ການຢັ່ງຫາງສຽງໃໝ່ ຂອງໜັງສືພິມ Washington Post ແລະ ຕາໜ່າງຂ່າວ ABC News ແລ້ວແມ່ນວ່າ 63 ເປີເຊັນຂອງຊາວອາເມຣິກັນ ຄິດວ່າ ຄວາມສຳພັນທາງ ເຊື້ອຊາດ ຂອງປະເທດ ແມ່ນຢູ່ໃນສະພາບທີ່ບໍ່ດີ ເປັນການເພີ່ມຂຶ້ນ ຈາກ 48 ເປີເຊັນ ເມື່ອຕົ້ນປີນີ້ ໃນການຢັ່ງຫາງສຽງ ໃນເທື່ອກ່ອນ. ພາຍໃນກຸ່ມຊາວອາເມຣິກັນ ເຊື້ອສາຍ ອາຟຣິກາ 72 ເປີເຊັນ ແມ່ນ ມີທັດສະນະໃນແງ່ຮ້າຍ ກ່ຽວກັບຄວາມສຳພັນທາງເຊື້ອຊາດ.

ການເພີ່ມຂຶ້ນ ຂອງຄວາມໝົດຫວັງ ສາມາດເປັນຄຸນລັກສະນະອັນໃຫຍ່ ເປັນຜົນເຮັດໃຫ້ ມີ ການຍິງສັງຫານພວກຜູ້ຊາຍຜິວດຳ ຫຼາຍໆຄັ້ງເມື່ອບໍ່ດົນຜ່ານມາ ໂດຍນ້ຳມືຂອງພວກ ເຈົ້າໜ້າທີ່ຕຳຫຼວດ ແລະ ການຍິງສັງຫານພວກເຈົ້າໜ້າທີ່ຕຳຫຼວດ ໂດຍຊາຍຜິວດຳ ຢູ່ໃນ ນະຄອນ Dallas ລັດ Texas.

ຄວາມຮູ້ສຶກຂອງຊາວອາເມຣິກັນ ກ່ຽວກັບເຊື້ອຊາດ ທີ່ມີແນວຄິດແບບກົງກັນຂ້າມກັນນັ້ນ ອາດເປັນເລື່ອງທີ່ເຮັດໃຫ້ ຜູ້ຄາດວ່າຈະເປັນຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ ພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ປຽບ. ການຢັ່ງຫາສຽງນັ້ນ ກ່າວວ່າ ຊາວ ອາເມຣິກັນ 58 ເປີເຊັນ ເຊື່ອໝັ້ນວ່າ ທ່ານນາງ Clinton ຈະຮັບມືກັບ ຄວາມສຳພັນທາງ ເຊື່ອຊາດໄດ້.

ພຽງ 26 ເປີເຊັນ ຄິດວ່າ ຄູ່ແຂ່ງຂອງທ່ານນາງ Clinton ຄືທ່ານ Donald Trump ສັງກັດພັກຣີພັບບລີກັນ ແມ່ນມີຄວາມສາມາດ ທີ່ຈະເຮັດດັ່ງນັ້ນໄດ້ຄືກັນ ເຖິງແມ່ນວ່າ ຄຳເຫັນທີ່ ທ່ານ Trump ກ່າວວ່າ ທ່ານເປັນ “ຄົນທີ່ກຽດຊັງເຊື້ອຊາດອື່ນໜ້ອຍທີ່ສຸດ ທີ່ທ່ານເຄີຍພົບ.”

ພວກຄົນທີ່ໄດ້ຖືກຖາມ ໄດ້ສະເໜີແນະນຳ ໃຫ້ປັບປຸງຄວາມສຳພັນດ້ານເຊື້ອຊາດໃຫ້ ດີຂຶ້ນ ທີ່ລວມທັງ ຄວາມຈຳເປັນຕ້ອງໃຫ້ມີການສົນທະນາກັນກ່ຽວກັບເລື່ອງ ເຊື້ອຊາດ ການປະຕິຮູບຕຸລາການດ້ານອາຍາ ແລະ ທິດທາງອັນໜັກແໜ້ນກວ່າເກົ່າ ຈາກບັນດາຜູ້ນຳທາງການເມືອງ.

ເຊັ່ນດຽວກັນ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນປາໄສ ປະຈຳ ສັບປະດາ ເມື່ອວັນເສົາວານນີ້ ວ່າ ອາເມຣິກາ ຕ້ອງເລີ່ມຕົ້ນການປຶກສາຫາລືກັນ ແບບກົງ ໄປກົງມາກ່ຽວກັບ ເລື່ອງເຊື້ອຊາດ. “ພວກເຮົາຈະຕ້ອງສາມາດເຈລະຈາກັນ ກ່ຽວກັບ ເລື່ອງເຫຼົ່ານີ້ ໂດຍຄວາມຈິງໃຈ ແລະ ໂດຍເປີດອົກເປີດໃຈ ບໍ່ພຽງແຕ່ຢູ່ໃນວົງອ້ອມ ຂອງພວກເຮົາເອງ ແຕ່ກັບພວກຄົນຜູ້ທີີ່ເບິ່ງແຕກຕ່າງກັນ ແລະ ມີຄວາມຄິດທີ່ແຕກ ຕ່າງກັນ ກັບພວກທ່ານ... ບໍ່ພຽງແຕ່ຫານະໂຍບາຍຕ່າງໆ ທີ່ເໝາະສົມ ແຕ່ໃຫ້ມີຄວາມ ເປັນເອກະສັນກັນ ຕໍ່ສູ້ຕ້ານການດູໝິ່ນດູຖູກ ແລະ ຫາຊ່ອງທາງດ້ານການເມືອງ ທີ່ຈະ ເຮັດໃຫ້ ປະເທດນີ້ປ່ຽນແປງ ໃຫ້ດີຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG