ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳມະການກົມການເມືອງ ຍອມຮັບວ່າມີ ປະກົດການ ຫຍໍ້ທໍ້ ພາຍໃນພັກປະຊາຊົນ ປະຕິວັດ ລາວ ເພີ່ມຂຶ້ນ


ຄະນະກຳມະການຕໍ່ຕ້ານການສໍ້ລາດບັງຫຼວງ ພັກການເມືອງສູນກາງພັກ.
ຄະນະກຳມະການຕໍ່ຕ້ານການສໍ້ລາດບັງຫຼວງ ພັກການເມືອງສູນກາງພັກ.

ກຳມະການກົມການເມືອງຍອມຮັບວ່າ ຍັງມີປະກົດການຫຍໍ້ທໍ້ພາຍໃນພັກປະຊາຊົນປະ
ຕິວັດ ລາວ ເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການທຸຈະລິດທີ່ກະທົບຕໍ່ການນຳ
ຂອງພັກ-ລັດນັ້ນ.

ທ່ານ ຈັນສີ ໂພສີຄຳ ກຳມະກນາກົມການເມືອງ ແລະ ຫົວໜ້າຄະນະຈັດຕັ້ງສູນກາງພັກ
ປະຊາຊົນປະຕິບັດ ລາວ ຖະແຫຼງຍອມຮັບວ່າ ການປະຕິບັດໜ້າທີ່ຂອງສະມາຊິກພັກທີ່
ຂາດຈັນຍາບັນຍັງເປັນປະກົດການຫຍໍ້ທໍ້ ທີ່ໄດ້ສົ່ງຜົນກະທົບຕໍ່ການນຳຂອງພັກ ແລະ
ລັດຖະບານ ລາວ ຢູ່ເລື້ອຍມາ ທັງນີ້ໂດຍສະເພາະແມ່ນການທຸກຈະລິດ ແລະ ການຮັບ
ເອົາສິນບົນນັ້ນຖືເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດ ດັ່ງທີ່ທ່ານ ຈັນສີ ໄດ້ໃຫ້ການຢືນຢັນ
ວ່າ.

"ຈັນຍາບັນຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ແລະ ຄວາມເປັນເຈົ້າການໃນ
ການບໍລິການຮັບໃຊ້ປະຊາຊົນຍັງບໍ່ທັນສູງ, ຄຸນທາດການເມືອງ, ຄຸນສົມບັດສິນທຳ
ປະຕິວັດ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ພະນັກງານຈຳນວນໜຶ່ງ
ຍັງມີດ້ານເສື່ອມຖອຍ ການລະເມີດລະບຽບວິໄນຂອງພັກ, ກົດໝາຍຂອງລັດ, ການ
ສວາຍໃຊ້ຖານະຕຳແໜ່ງ, ອາດຍາສິດ,​ ສໍ້ລາດບັງຫຼວງ, ໃຫ້ ແລະ ຮັບສິນບົນຍັງມີ
ຢູ່ໃນການຈັດຕັ້ງຂັ້ນຕ່າງໆ ອັນໄດ້ສົ່ງຜົນສະທ້ອນເຖິງບົດບາດການນຳພາຂອງ
ພັກ ແລະ ການຄຸ້ມຄອງຂອງລັດເຮົາບໍ່ນ້ອຍ."

ໂດຍສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ ທັງຍັງ
ເປັນການສ້າງສັດທາຂອງປະຊາຊົນໃຫ້ມີຕໍ່ການນຳຂອງພັກ-ລັດດ້ວຍນັ້ນ ດ້ວຍການ
ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະ ປາບປາມການທຸຈະລິດ ດ້ວຍ
ການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານຂອງພັກ-ລັດທຸກລະດັບຊັ້ນໃນທົ່ວປະເທດ ຈະຕ້ອງຮັບຜິດຊອບຕໍ່ການທຸຈະລິດທີ່ເກີດຂຶ້ນໃນໜ່ວຍງານທີ່ຕົນຮັບຜິດຊອບດ້ວຍ.

ທາງດ້ານທ່ານ ບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ
ໃຫ້ການຢືນຢັນວ່າ ໃນໄລຍະ 5 ປີຜ່ານມາ ໄດ້ກວດພົບວ່າການທຸຈະລິດເຮັດໃຫ້ພັກ-
ລັດເສຍ ຫາຍເປັນມູນຄ່າຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍ
ກວ່າ 90 ລ້ານໂດລາ ກັບ 40 ລ້ານກວ່າບາດໂດຍຈາກການຕິດຕາມກວດກາ ກໍປາກົດ
ວ່າສາມາດຍຶຶດກັບ ຄືນມາໄດ້ບາງສ່ວນຄື 1,000 ກວ່າຕື້ກີບ ກັບ 70 ກວ່າລ້ານ ແລະ
30 ກວ່າລ້ານບາດ ທັງ ຍັງຍຶດເອົາທີ່ດິນຂອງລັດທີ່ຖືກລັກລອບຂາຍໃຫ້ກັບບັນດາ
ນາຍທຶນລາວ ແລະ ຕ່າງຊາດ ກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາອີກ
ດ້ວຍ.

ໃນຊ່ວງປີ 2011-2015 ອົງການກວດກາແຫ່ງລັດໄດ້ດຳເນີນການກວດສອບ 734 ເປົ້າ ໝາຍທີ່ເປັນໜ່ວຍງານຂອງພັກ-ລັດ ແລະ ໄດ້ກວດພົບການທຸຈະລິດຢ່າງກວ້າງຂວາງ ເຮັດໃຫ້ພັກ-ລັດສູນເສຍລາຍໄດ້ໄປຫຼາຍກວ່າ 5,000 ຕື້ກີບ ໂດຍອົງການກວດກາແຫ່ງ
ລັດ ກໍໄດ້ ລົງໂທດທາງວິໄນຕໍ່ພະນັກງານລັດທີ່ກ່ຽວຂໍ້ໃນການທຸຈະລິດຄໍຣັບຊັນຈຳນວນ
165 ຄົນ ໃນຂະນະທີ່ສານປະຊາຊົນ ກໍໄດ້ຕັດສິນລົງໂທດຈຳຄຸກພະນັກງານລັດ 38 ຄົນ
ທີ່ກ່ຽວຂ້ອງກັບການທຸຈະລິດ.

ສ່ວນທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດ ລາວ ກໍໄດ້
ຖະແຫຼງຮຽກຮ້ອງຂໍໃຫ້ເພີ່ມການກວດກາປະຕິບັດໜ້າທີ່ຂອງສະມາຊິກພັກໃຫ້ເຂັ້ມ
ງວດຫຼາຍຂຶ້ນ ເນື່ອງຈາກປາກົດວ່າ ໄດ້ມີການໃຊ້ອຳນາດໂດຍບໍ່ຖືກຕ້ອງຕາມກົດໝາຍ
ແລະ ລະບຽບວິໄນຂອງພັກເພີ່ມຂຶ້ນເລື້ອຍໆ ອັນໄດ້ກໍ່ໃຫ້ເກີດບັນຫາຫຍໍ້ທໍ້ພາຍໃນພັກ
ເພີ່ມຂຶ້ນນັບມື້.

ນອກຈາກນັ້ນ ຄະນະກວດກາສູນກາງພັກ ໄດ້ລາຍງານວ່າໃນໄລຍະ 5 ປີທີ່ຜ່ານມາ ຄະ
ນະກວດກາສູນກາງພັກ ໄດ້ຮັບຈົດໝາຍຮ້ອງຮຽນຈາກປະຊາຊົນ ລາວ 3,640 ສະບັບ
ທີ່ໄດ້ຮຽກຮ້ອງຂໍໃຫ້ດຳເນີນມາດຕະການກວດກາການໃຊ້ອຳນາດ ແລະ ປະຕິບັດໜ້າທີ່
ຂອງບັນດາສະມາຊິກພັກທີ່ຖືກສົງໄສວ່າໄດ້ປະຕິບັດໜ້າທີ່ ແລະ ໃຊ້ອຳນາດໂດຍທຸຈະ ລິດເພື່ອຜົນປະໂຫຍດສ່ວນຕົວທີ່ໄດ້ກໍ່ໃຫ້ເກີດຜົນເສຍຫາຍຕໍ່ປະເທດຊາດ ແລະ ປະ
ຊາຊົນ ລາວ ຢ່າງຫຼວງຫຼາຍ.

XS
SM
MD
LG