ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເມືອງ Charlotte ປະເຊີນກັບ ຄວາມຮຸນແຮງ ເປັນຄືນທີສອງ ລຽນຕິດ


ແມ່ຍິງສອງຄົນພວມກອດກັນ ໃນຂະນະທີ່ແນມເບິ່ງຕຳຫຼວດ ທີ່ເມືອງ Charlotte ໃນລັດ North Carolina ໃນລະຫວ່າງ ການປະທ້ວງຕຳຫຼວດ ທີ່ຍິງທ້າວ Keith Scott ຕາຍ.
ແມ່ຍິງສອງຄົນພວມກອດກັນ ໃນຂະນະທີ່ແນມເບິ່ງຕຳຫຼວດ ທີ່ເມືອງ Charlotte ໃນລັດ North Carolina ໃນລະຫວ່າງ ການປະທ້ວງຕຳຫຼວດ ທີ່ຍິງທ້າວ Keith Scott ຕາຍ.

ມີ​ຜູ້​ນຶ່ງ​ ໄດ້​ຖືກ​ຍິງ​ຕາຍ​ ໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້ ທີ່​ເມືອງ Charlotte ລັດ North Carolina ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ໂຮມ​ຊຸມນຸມ​ກັນ​ເປັນ​ຄືນ​ທີ​ສອງ​ເພື່ອຕອບ​ໂຕ້​ຕໍ່​ການ​ຍິງ​ສັງຫານ​ຜູ້​ຊາຍອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາຄົນນຶ່ງ.

ຜູ້​ປົກຄອງ​ລັດ North Carolina ​ໄດ້​ປະ​ກາດ​ພາວະ​ສຸກ​ເສີນຢູ່​ທີ່​ເມືອງ Charlotte ​ແລະ​ສົ່ງ​ກຳລັງ​ຮັກສາ​ດິນ​ແດນ​ໄປ​ຍັງ​ເມືອງ​ດັ່ງກ່າວ.​

​ໃນ​ຕອນ​ຫົວ​ຄ່ຳ​ນັ້ນ ​ໄດ້​ມີ​ການ​ເດີນ​ຂະ​ບວນ ດ້ວຍ​ຄວາມ​ສະຫງົບ ​ແຕ່​ຕໍ່​ມາ​ ໄດ້​ກາຍ​ເປັນ ຄວາມ​ຮຸນ​ແຮງ ​ໂດຍ​ມີ​ການ​ປະ​ທະ​ກັນລະ​ເບີດ​ຂຶ້ນລະຫວ່າງ​ຕຳຫຼວດ​ທີ່ຢູ່​ໃນ​ຊຸດ​ປາບ​ຈະ ລາຈົນແລະ​ພວກ​ປະ​ທ້ວງ. ເຈົ້າໜ້າ​ທີ່​ໄດ້​ຍິງ​ລະ​ເບີດ​ນ້ຳຕາ​ເຂົ້າ​ໃສ່ເພື່ອ​ຂັບ​ໄລ່​ຝູງ​ຊົນໃຫ້
ແຕກພ່າຍໜີ. ບາງ​ຄົນ​ໄດ້​ພາກັນ​ທັບ​ແກ້ວ​ປ່ອງຢ້ຽມ​ຂອງ​ຮ້ານ​ຄ້າແລະ​ຈູດ​ໄຟ​ຢູ່​ກາງ​ທາງ.

ແຜນທີ່ເມືອງ Charlotte ລັດ North Carolina ບ່ອນທີ່ທ້າວ Keith Lamont Scott ຖືກຍິງ
ແຜນທີ່ເມືອງ Charlotte ລັດ North Carolina ບ່ອນທີ່ທ້າວ Keith Lamont Scott ຖືກຍິງ

ສະຖານະ​ການ​ສ່ວນ​ໃຫຍ່​ໃນ​ຕອນ​ເຊົ້າວັນ​ພະຫັດ​ມື້ນີ້ ​ແມ່ນ​ງຽບ​ສະຫງົບ.

​ເຈົ້າໜ້າ​ທີ່​ລັດຖະບານ​ຂອງ​ເມືອງ Charlotte ​ໃນ​ຂັ້ນຕົ້ນກ່າວ​ວ່າ ມີ​ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ຄືນວັນ​ພຸດ​ ​ຊຶ່ງ​ຖືກ​ຍິງ ​ໂດຍ​ພົນລະ​ເຮືອນ​ອີກຄົນ​ນຶ່ງ ບໍ່​ແມ່ນ​ຕຳຫຼວດ ​ແຕ່​ຕໍ່​ມາ​ກ່າວ​ວ່າ ບຸກຄົນ​ຜູ້ນັ້ນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ. ກົມ​ຕຳຫຼວດທີ່​ເມືອງ Charlotte ກ່າວ​ວ່າ ​ເຈົ້າໜ້າ​ທີ່ 4 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ບໍ່​ແມ່ນ​ບາດ​ເຈັບ​ສາຫັດ.

In Photos: Charlotte, North Carolina Protest Day 2
please wait

No media source currently available

0:00 0:00:57 0:00

ໃນ​ວັນ​ອັງຄານ​ຜ່ານ​ມາ ຊຶ່ງ​ເປັນ​ຄືນ​ທຳ​ອິດ​ຂອງ​ການ​ປະ​ທ້ວງ ມີ 24 ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມ​ທັງ​ຕຳ​ຫຼວດ 16 ຄົນ.

​ເຈົ້າຄອງກຳ​ແພງ Jennifer Robert ​ໄດ້​ຮ້ອງ​ຂໍ​ໃຫ້​ທຸກ​ຄົນ​ຕັ້ງຢູ່​ໃນ​ຄວາມ​ສະຫງົບໂດຍ​ກ່າວ​ວ່າ ​ເມືອງ Charlotte ​ແມ່ນ​ເຄີຍ​ເປັນ​ບ່ອນ ​ທີ່​ຜູ້​ຄົນ​ສາມາດ​ໂອ້​ລົມ​ກັນແບບສັນຕິ.

ທ່ານ​ນາງ​ກ່າວໃນ​ການ​ໃຫ້​ສຳພາດ​ແກ່​ໂທລະພາບ CNN ວ່າ “ນີ້ບໍ່​ແມ່ນ​ທີ່​ພວກ​ເຮົາ​ເປັນ.”

More Protests Follow Police Shootings of African-American Men
please wait

No media source currently available

0:00 0:02:14 0:00

ການ​ປະ​ທ້ວງ​ດັ່ງກ່າວ​ແມ່ນ​ເພື່ອ​ຕອບ​ໂຕ້ຕໍ່​ການຍິງສັງຫານ ​ທ້າວ Keith Lamont Scott ທີ່​ຫ້ອງ​ແຖວ​ແຫ່ງ​ນຶ່ງ. ຕຳຫຼວດກ່າວ​ວ່າ ​ເຂົາ​ເຈົ້າພວກ​ຊອກຫາ​ ອີກ​ຄົນ​ນຶ່ງ ​ເວລາ​ເຂົາ​ເຈົ້າ​ເຫັນ​ທ້າວ Scott ອອກ​ມາ​ຈາກ​ລົດ​ພ້ອມ​ກັບ​ອາວຸດ​ປືນ ​ແລະເຈົ້າໜ້າ​ທີ່​ໄດ້​ຍິງ​ຜູ້ກ່ຽວ​ຫລັງ​ຈາກ​ລາວ​ບໍ່​ຟັງ​ຄຳ​ເຕືອນ​ໃຫ້​ຖິ້ມອາວຸດລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Police Shooting
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG