ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກປະທ້ວງ ກັບຕໍາຫຼວດ ສືບຕໍ່ ປະທະກັນ ໃນ Ukraine (ວີດີໂອ/ສະໄລດ໌)


Ukraine Unrest
please wait
Embed

No media source currently available

0:00 0:02:15 0:00

ວີດີໂອ ກ່ຽວກັບ ຂ່າວນີ້.

ຕໍາຫຼວດ​ແລະ​ພວກ​ປະ​ທ້ວງ ​ໄດ້​ປະ​ທະ​ກັນ​ຕະຫຼອດຄືນ​ໃນ​
ປະ​ເທດ​ຢູ​ເຄຣນ ຫຼາຍໆ​ຊົ່ວ​ໂມງຫຼັງຈາກ ທ່ານ ປະທາ​ນາ​ທິບໍດີ
Viktor Yanokovych ​ປະ​ເທດ​ຢູ​ເຄຣນ ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ​
ນັ້ນ ​ໄດ້​ພະ​ຍາ​ຍາມ​ລົດ​ຜ່ອນ​ຄວາມ​ຕຶງ​ຄຽດລົງ ​ໂດຍ​ໄດ້ສະ​ເໜີ
ໃຫ້​ຕໍາ​ແໜ່​ງ​ໃນ​ຄະນະລັດຖະບານ ​ແກ່ແກນ​ນໍາ​ປະ​ທ້ວງສອງ​ຄົນ

ພວກ​ປະ​ທ້ວງ​ຈໍານວນຫຼວງຫຼາຍ ​ໄດ້​ປິດ​ກັ້ນ​ຕຶກ​ລັດຖະບານຫຼັງ
ນຶ່ງ ທີ່​ມີ​ພວກ​ຕໍາຫຼວດຢູ່​ທາງ​ໃນ ເມື່ອ​ເຊົ້າວັນ​ອາທິດ​ມື້​ນີ້ ທີ່​ໃຈ
ກາງ​ເມືອງຫຼວງ Kyiv. ພວກ​ປະ​ທ້ວງ​ຂວ່າງ​ກ້ອນ​ຫິນ ​ແລະ​ລະ
​ເບີດ​ຄວັນ ຊຶ່ງ​ຕໍາຫຼວດກໍ ຕອບ​ໂຕ້​ດ້ວຍ​ລະ​ເບີດ​ປອມ ​ແລະ​ລະ
​ເບີດ​ນໍ້າຕາ

​ທ່ານ Arseniy Yatsenyuk ​ແກນ​ນໍາ​ຝ່າຍ​ປະ​ທ້ວງ​ ໄດ້​ກ່າວຕໍ່​ຝຸງ​ຊົນ ​ຈໍານວນຫຼວງຫຼາຍ
ຢູ່​ທີ່​ຈະຕຸ​ລັດ​ເອກ​ກະລາດ ຫຼື Independence Square ຂອງ​ເມືອງຫຼວງ Kyiv ​ໃນ​ວັນ​
ເສົາ​ວານ​ນີ້ ຊຶ່ງ​ທ່ານ​ເວົ້າວ່າ​ ພວກ​ປະ​ທ້ວງ​ບໍ່​ຢ້ານ​ກົວ ທີ່​ຈະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ
ທາງ​ການ​ເມືອງ​ເພີ່ມ​ຕື່ມ ​ແຕ່​ວ່າ ປະທານາທິບໍດີ ຢາ​ໂນໂກວີຊ ຍັງ​ຈະຕ້ອງ​ໄດ້​ສະໜອງ​
ຕອບຄໍາ​ຮຽກຮ້ອງ​ສໍາຄັນໆຫຼາຍຢ່າງ​ຂອງ​ຝ່າຍ​ຄ້ານຢູ່ ​ແລະ​ວ່າການ​ເຈລະຈາ​ກັນ​ຈະ​ດໍາ​
ເນີນ​ສືບ​ຕໍ່​ໄປ.




ກ່ອນ​ໜ້າ​ນີ້ ທ່ານ ຢາ​ໂນ​ໂກ​ວີຊ ​ໄດ້​ສະ​ເໜີ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ໃຫ້ ​ແກ່​ທ່ານ Yatsenyuk ​ແລະ​ຕໍາ​ແໜ່​ງຮອງ​ນາຍົກລັດຖະມົນຕີ​ໃຫ້​ແກ່​ອະດີດ​ນັກ​ມວຍ ທ່ານ Vitaly Klitschko. ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ແມ່ນ​ມີ​ຂຶ້ນມື້​ນຶ່ງຫຼັງຈາກ​ປະທານາທິບໍດີ​ເຫັນ​ພ້ອມ​
ທີ່​ຈະ​ທໍາ​ການ​ຊັບ​ຊ້ອນ ລັດຖະບານຂອງ​ທ່ານ ​ແລະ​ແກ້​ໄຂ​ກົດໝາຍຕໍ່ຕ້າ ການ​ປະ​ທ້ວງ
ສະບັບ​ໃໝ່ ທີ່​ເປັນ​ຂໍ້​ໂຕ້​ແຍ້​ງກັນ​ນັ້ນ.

ທ່ານ Klitschko ​ໄດ້​ຮ່ວມຖະ​ແຫຼງ​ກັບ​ທ່ານ Yatsenyuk ​ເມື່ອ​ວັນເ​ສົາວານ​ນີ້ ​ໂດຍ​ກ່າວ​
ວ່າ ທ່ານ ຢາ​ໂນ​ໂກ​ວີຊ ​ໄດ້​ເຫັນ​ພ້ອມ​ກັບ​ຄໍາ​ຮຽກຮ້ອງ​ຂອງ​ຝ່າຍຄ້ານ ​ໂຮມ​ທັງ​ການ​ປ່ອຍ​
ຕົວ​ພວກ​ປະ​ທ້ວງ​ທີ່​ຖືກ​ຈັບ​ກຸມ ​ແລະ​ການ​ລົບ​ລ້າງການປ່ຽນ​ແປງ​ລັດຖະທໍ​າມະນູນ​ເມື່ອ​ບໍ່​
ດົນ​ມາ​ນີ້ ​ແຕ່​ທ່ານ Klitschko ​ເວົ້າ​ວ່າ ການ​ປະ​ທ້ວງ​ຈະ​ບໍ່​ຍຸຕິລົງເທື່ອ ຈົນ​ກ່ວາ ທ່ານ ຢາ​
ໂນ​ໂກ​ວີຊ ຈະ​ປະຕິບັດ​ຕາມ​ຄໍາ​ຮຽກຮ້ອງ​ທັງ​ໝົດ.

ຝ່າ​ຍຄ້ານ​ໄດ້​ທໍາ​ການ​ປະ​ທ້ວງ​ຕໍ່ຕ້າ​ນລັດຖະບານ​ເປັນ​ເວລາ​ສອງ​ເດືອນ ຮຽກຮ້ອງ​ໃຫ້​
ປະທານາທິບໍດີ ຢາ​ໂນ​ໂກ​ວີຊ ​ແລະ​ຜູ້​ນໍາ​ໝາຍ​ເລກ​ສອງ​ຂອງ ຢູ​ເຄຣນ ກໍ​ຄື​ນາຍົກລັດຖະ
ມົນຕີ Mykola Azarov ລາ​ອອກ. ນອກ​ນີ້​ແລ້ວ ພວກ​ປະ​ທ້ວງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ
​ເລືອກ​ຕັ້ງ​ກ່ອນ​ກໍາໜົດ.

Protests Spread in Ukraine Despite Bitter Cold
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG