ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ຖືກຂ້າຕາຍ ໃນການໂຈມຕີ ໂຮງແຮມ ໃນນະຄອນຫຼວງ ກາບູລ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ໃນຊາກຫັກພັງຍ້ອນ
ລະເບີດສະຫຼະຊີບລົດກະບະຄັນໜຶ່ງ, ນະຄອນຫຼວງ ກາບູລ, ອັຟການິສຖານ. 1 ສິງຫາ, 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ໃນຊາກຫັກພັງຍ້ອນ ລະເບີດສະຫຼະຊີບລົດກະບະຄັນໜຶ່ງ, ນະຄອນຫຼວງ ກາບູລ, ອັຟການິສຖານ. 1 ສິງຫາ, 2016.

ການໂຈມຕີດ້ວຍລະເບີດສະຫຼະຊີບ ຕໍ່ພື້ນທີ່ໂຮງແຮມແຫ່ງໜຶ່ງ ຢູ່ໃນນະຄອນຫຼວງຂອງ ອັຟການິສຖານ ເມື່ອວັນຈັນມື້ນີ້ ໄດ້ສິ້ນສຸດລົງດ້ວຍ ການເສຍຊີວິດຂອງຕຳຫຼວດຄົນໜຶ່ງ ແລະ ພວກໂຈມຕີໝົດທັງ 3 ຄົນ.

ຜູ້ບັນຊາການຕຳຫຼວດນະຄອນຫຼວງ ກາບູລ ນາຍພົນ Abdul Rahman Rahimi ກ່າວ ວ່າ ມືລະເບີດສະຫຼະຊີບຜູ້ໜຶ່ງ ຕາຍໃນເວລາລາວໄດ້ລະເບີດຕົນເອງພ້ອມກັບລົດກະບະ ທີ່ບັນຈຸດ້ວຍວັດຖຸລະເບີດ ເມື່ອຕອນເຊົ້າວັນຈັນມື້ນີ້ ຢູ່ດ້ານນອກປ້ອມຮັກສາຄວາມປອດ ໄພ ທີ່ປະຕູທາງເຂົ້າໂຮງແຮມເບື້ອງເໜືອ ທາງພາກຕາເວັນອອກຂອງສະໜາມບິນນະ ຄອນ ກາບູລ.

ປະຕູທາງເຂົ້າເບື້ອງເໜືອ ເປັນທີ່ພັກອາໄສ ຂອງບັນດາພະນັກງານສັນຍາຈ້າງຈາກຕ່າງ ປະເທດ ທີ່ລວມທັງ ຊາວອາເມຣິກັນ ພ້ອມ.

ຕຳຫຼວດ ອັຟການິສຖານ ຢືນຍາມຢູ່ຫົນທາງທີ່ໄປຫາສະຖານທີ່ເກີດເຫດລະເບີດແຕກ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 1 ສິງຫາ 2016.
ຕຳຫຼວດ ອັຟການິສຖານ ຢືນຍາມຢູ່ຫົນທາງທີ່ໄປຫາສະຖານທີ່ເກີດເຫດລະເບີດແຕກ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 1 ສິງຫາ 2016.

ເຈົ້າໜ້າທີ່ຕຳຫຼວດກ່າວອີກວ່າ ຄວາມແຮງຂອງລະເບີດ ຮູ້ສຶກໄດ້ ໃນທົ່ວນະຄອນຫລວງ ແລະ ໄດ້ທຳລາຍລະບົບໄຟຟ້າ ໃນຫຼາຍໆພື້ນທີ່ຂອງເມືອງ.

ທ່ານ Rahimi ກ່າວວ່າ ຜູ້ໂຈມຕີອີກສອງຄົນ ໄດ້ພະຍາຍາມ ເຂົ້າໄປໃນໂຮງແຮມ ແຕ່ຕຳ ຫຼວດໄດ້ຍິງປືນໃສ່ພວກເຂົາ ຊຶ່ງໄດ້ກົດດັນໃຫ້ພວກເຂົາຕ້ອງໄດ້ໄປຫລົບລີ້ຢູ່ໃນພື້ນທີ່ໃກ້ ຄຽງ. ພວກໂຈມຕີດັ່ງກ່າວ ໄດ້ຖືກຂ້າຕາຍ ຕໍ່ຈາກນັ້ນມາ ໃນການຍິງຕໍ່ສູ້ກັນເປັນເວລາ ຫຼາຍຊົ່ວໂມງ. ຕຳຫຼວດຄົນໜຶ່ງໄດ້ເສຍຊີວິດ ແລະ ອີກ 3 ຄົນ ໄດ້ຮັບບາດເຈັບ ໃນການຍິງ ໂຕ້ຕອບ ກັນ.

ກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG