ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດໄທ ຊ່ວຍເຫຼືອ ແມ່ຍິງລາວ 2,217 ຄົນ ທີ່ຖືກບັງຄັບ ໃຫ້ຂາຍບໍລິການ ທາງເພດຢູ່ໃນໄທ


ພວກແມ່ຍິງລາວ ຈຳນວນໜຶ່ງ ຖືກບັງຄັບໃຫ້ຂາຍບໍລິການທາງເພດ ແລະ ໃຫ້ທຳງານທີ່ສະຖານບັນເທີງ ຢູ່ໃນປະເທດໄທ
ພວກແມ່ຍິງລາວ ຈຳນວນໜຶ່ງ ຖືກບັງຄັບໃຫ້ຂາຍບໍລິການທາງເພດ ແລະ ໃຫ້ທຳງານທີ່ສະຖານບັນເທີງ ຢູ່ໃນປະເທດໄທ

ຕຳຫຼວດໄທສາມາດໃຫ້ການຊ່ວຍເຫຼືອແມ່ຍິງລາວ ທີ່ຖືກບັງຄັບ
ໃຫ້ຂາຍບໍລິການທາງເພດ ຢູ່ໃນປະເທດໄທໄດ້ພຽງແຕ່ 2,217
ຄົນ ເທົ່ານັ້ນ ໃນຕະຫຼອດລະຍະ 14 ປີ ທີ່ຜ່ານມານີ້.

ກະຊວງແຮງງານຂອງໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນ ໄດ້ແຈ້ງ
ຈົດທະບຽນຂໍອະນຸຍາດທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງໃນນີ້ ແບ່ງເປັນ
ແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດໃຫ້ທຳງານຢູ່ໃນໄທ
ຕໍ່ໄປ ຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນ ເປັນແຮງງານທີ່ສິ້ນສຸດສັນຍາ
ຈ້າງ ນັບແຕ່ເດືອນສິງຫາ 2015 ເປັນຕົ້ນມາແລ້ວ.

ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງຢືນຢັນວ່າ ລັດຖະບານໄທ ໄດ້ສ້າງຕັ້ງຄະນະກຳມະການ ບໍລິຫານແຮງງານຕ່າງດ້າວ ຂຶ້ນມາ.
ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງຢືນຢັນວ່າ ລັດຖະບານໄທ ໄດ້ສ້າງຕັ້ງຄະນະກຳມະການ ບໍລິຫານແຮງງານຕ່າງດ້າວ ຂຶ້ນມາ.

ກ່ອນໜ້ານີ້ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ
ຖະແຫລງຢືນຢັນວ່າ ລັດຖະບານໄທ ໄດ້ສ້າງຕັ້ງຄະນະກຳມະ
ການ ບໍລິຫານແຮງງານຕ່າງດ້າວຂຶ້ນມາ ເພື່ອດຳເນີນມາດຕະ
ການພິສູດສັນຊາດຂອງແຮງງານຕ່າງດ້າວໃນໄທ ເປັນການ
ສະເພາະດັ່ງທີ່ທ່ານໄດ້ຢືນຢັນວ່າ:

“ໃນເລື່ອງຂອງການບໍລິຫານຈັດການແຮງງານຕ່າງດ້າວ
ມີແຮງງານຕ່າງດ້າວຢູ່ ຈຳນວນປະມານ 9 ໝື່ນຄົນ ທີ່ຍັງ
ບໍ່ໄດ້ຢູ່ໃນການຄວບຄຸມຢ່າງຊັດເຈນ ແລ້ວກໍສິ່ງທີ່ເປັນບັນ
ຫາ ໃນຂະນະນີ້ ກໍຄືການຄວບຄຸມແຮງງານທັງເຊົ້າໄປ-
ແລງກັບ ທັງຕາມລະດູການ ແລ້ວກໍໃນສ່ວນຂອງລາຍປີ ບັນຫາກໍຄືການຖ້າ
ພິສູດສັນຊາດ ຊຶ່ງເຮົາຈຳເປັນຈະຕ້ອງຕັ້ງສູນພິສູດສັນຊາດ ຂ້າພະເຈົ້າຄິດວ່າ
ຈະເລັ່ງໃຫ້ເສັດໂດຍໄວ ພາຍໃນລະຍະເວລາ 1 ປີ.”

ພວກແມ່ຍິງລາວ ທີ່ລັກລອບເຂົ້າໄປ ເຮັດວຽກຢູ່ໃນປະເທດໄທ ຖືກທາງການຂອງໄທ ຄວບຄຸມຕົວ.
ພວກແມ່ຍິງລາວ ທີ່ລັກລອບເຂົ້າໄປ ເຮັດວຽກຢູ່ໃນປະເທດໄທ ຖືກທາງການຂອງໄທ ຄວບຄຸມຕົວ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນ
ໄທ ປະເມີນວ່າ ມີແຮງງານລາວ ທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນ
ຄົນ ຊຶ່ງໃນນີ້ ຫຼາຍກວ່າ 3 ແສນຄົນ ທີ່ລັກລອບທຳງານໂດຍຜິດ
ກົດໝາຍ ແລະມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອຂອງການຄ້າ
ມະນຸດ ແຕ່ໃນລະຍະ 14 ປີ ທີ່ຜ່ານມາ ທາງການໄທ ກັບສາ
ມາດໃຫ້ການຊ່ວຍເຫຼືອແຮງງານລາວ ເຫຼົ່ານີ້ໄດ້ພຽງ 2,217
ຄົນເທົ່ານັ້ນ.

ທັງນີ້ ເຈົ້າໜ້າທີ່ຕຳຫຼວດໄທໄດ້ທຳການຄວບຄຸມຕົວແມ່ຍິງລາວ
43 ຄົນ ຢູ່ທີ່ສະຖານບັນເທີງແຫ່ງໜຶ່ງໃນເຂດອຳເພີໂຂງຈຽມ
ຈັງຫວັດອຸບົນຣາຊະທານີ ເມື່ອກາງເດືອນທັນວ່າ 2015 ທີ່ຜ່ານມາ ດ້ວຍຂໍ້ຫາຮ່ວມກັນ
ຂາຍບໍລິການທາງເພດ ໂດຍຜິດກົດໝາຍ ຊຶ່ງໃນນີ້ ກໍມີເຖິງ 14 ຄົນ ທີ່ເປັນເຍົາວະຊົນ
ທີ່ອາຍຸ ຕ່ຳກວ່າ 18 ປີ ລວມຢູ່ດ້ວຍ.

ທັງນີ້ ໂດຍອີງຕາມກົດໝາຍອາຍາຂອງໄທນັ້ນ ການກະທຳຄວາມຜິດກົດໝາຍ ໃນຂໍ້ຫາ
ທີ່ເປັນຜູ້ຂາຍບໍລິການທາງເພດ ຈະມີໂທດຈຳຄຸກ ເປັນເວລາ 1 ເດືອນ ແລະປັບໄໝບໍ່ເກີນ
1,000 ບາດ ແຕ່ຖ້າຫາກວ່າ ຜູ້ກະທຳຄວາມຜິດເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18 ປີຈະ
ບໍ່ຖືວ່າມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງຕົວໄປຢູ່ໃນສູນຟື້ນຟູສະພາບຈິດໃຈ ແລະຝຶກ
ອົບຮົມວິຊາຊີບ ເປັນເວລາ 6 ເດືອນ ແລະຕໍ່ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດ ທີ່
ເປັນພູມລຳເນົາ.

ແຕ່ຢ່າງໃດກໍຕາມ ການກຳນົດບົດລົງໂທດດັ່ງກ່າວ ກໍນັບວ່າ ເປັນການລົງໂທດ ທີ່ບໍ່ຮຸນ
ແຮງ ແລະຜົນທີ່ຕິດຕາມມາ ກໍຄືການລັກລອບຂາຍບໍລິການທາງເພດໃນໄທ ຍັງຄົງເກີດ
ຂຶ້ນຢ່າງກວ້າງຂວາງ ຊຶ່ງໃນນີ້ ກໍລວມເຖິງແມ່ຍິງລາວ ຈຳນວນບໍ່ນ້ອຍ ທີ່ຍັງພາກັນເດີນ
ທາງມາຂາຍບໍລິການທາງເພດໃນໄທ ຢູ່ເລື້ອຍມາ ທັງຍັງມີທ່າອຽງເພີ່ມຈຳນວນຫຼາຍຂຶ້ນ
ນັບມື້ອີ່ກດ້ວຍ.

ໂດຍເຖິງແມ່ນວ່າ ກະຊວງປ້ອງກັນຄວາມສະງົບພາຍໃນລາວ ຈະໄດ້ເລີ້ມດຳເນີນມາດ
ຕະການບໍ່ອະນຸຍາດໃຫ້ເຍົາວະຊົນລາວ ທີ່ມີອາຍຸຕ່ຳກວ່າ 18 ປີ ເດີນທາງໄປໄທ ໂດຍ
ລຳພັງຢ່າງເດັດຂາດ ເມື່ອບໍ່ນານມານີ້ ຊຶ່ງຖືເປັນມາດຕະການ ທີ່ໄດ້ຈັດຕັ້ງປະຕິບັດ ຮ່ວມ
ກັນກັບທາງການໄທ ພາຍໃຕ້ເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນລາວ ຕ້ອງຕົກເປັນ
ເຫຍື່ອຂອງການຄ້າມະນຸດໃນໄທ ໂດຍສະເພາະແມ່ນ ເຍົາວະຊົນລາວເພດຍິງ ທີ່ຖືເປັນ
ກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະຖືກບັງຄັບໃຫ້ຕ້ອງ
ຂາຍບໍລິການທາງເພດ ຢູ່ໃນໄທເພີ່ມຂຶ້ນນັບມື້ນັ້ນ.

ຫາກແຕ່ສຳລັບເຍົາວະຊົນລາວ ທີ່ມີຜູ້ປົກຄອງເດີນທາງໄປດ້ວຍນັ້ນ ກໍຍັງຄົງໄດ້ຮັບການ
ອະນຸຍາດ ໃຫ້ເດີນທາງໄປໄທໄດ້ຕາມປົກກະຕິ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຫຼາຍພາກສ່ວນ ເກງວ່າ ການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນ ໃນການປະຕິບັດ
ຕົວຈິງ ຖ້າຫາກວ່າເຈົ້າໜ້າທີ່ ຂອງທາງການລາວ ແລະໄທ ບໍ່ຈິງຈັງໃນການກວດກາ
ເອກະສານ ແລະໜັງສືເດີນທາງຂອງເຍົາວະຊົນລາວ ແລະຜູ້ປົກຄອງຢ່າງຮອບຄອບ
ເພາະໃນຄວາມເປັນຈິງ ຄືຂະບວນການຄ້າມະນຸດ ຍ່ອມສາມາດທີ່ຈະປອມແປງ ເອກະ
ສານໄດ້ ຕະຫຼອດເວລານັ້ນເອງ.

XS
SM
MD
LG