ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດ ກວດລ້າງ ພວກສະເຫຼີມສະຫຼອງ ວັນສິດທິມະນຸດສາກົນ ໃນຫວຽດນາມ


ນັກເຄື່ອນໄຫວທາງສັງຄົມ ທີ່ຂຽນຄວາມເຫັນລົຝໃນອີນເຕີແນັດ Nguyen Lan Thang ກໍາລັງຂຽນຄວາມເຫັນລົງໃນ ເຟັສບຸກ ຢູ່ຮ້ານອິນເດີແນັດແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ, ເມື່ອວັນທີ 27 ພະຈິກ 2013.
ນັກເຄື່ອນໄຫວທາງສັງຄົມ ທີ່ຂຽນຄວາມເຫັນລົຝໃນອີນເຕີແນັດ Nguyen Lan Thang ກໍາລັງຂຽນຄວາມເຫັນລົງໃນ ເຟັສບຸກ ຢູ່ຮ້ານອິນເດີແນັດແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ, ເມື່ອວັນທີ 27 ພະຈິກ 2013.
ພວກ​ນັກ​ເຄື່ອນ​ໄຫວ​ໃນ​ຫວຽດນາມ ​ພາ​ກັນ​ຈົ່ມ​ທຸກ​ເລຶ່ອງການ​
ນາບ​ຂູ່​ຮາວີ ຂອງ​ຕໍາຫຼວດ ​ໃນ​ພິທີການ​ຕ່າງໆທີ່​ຈັດ​ຂຶ້ນ​ເພື່ອ
​ເປັນ​ຂີດໝາຍວັນ​ສິດທິ​ມະນຸດ​ສາກົນ​ໃນ​ອາທິດ​ແລ້ວ​ນີ້ ຊຶ່ງ​ພາ​
ໃຫ້​ມີ​ການຮຽກຮ້ອງໃຫ້ຫວຽດນາມ ປະຕິບັດຕາມ​ພັນທະແລະ
ຄວາມ​ໝັ້ນ​ໝາຍຂອງ​ຕົນ ​ໃນ​ຖານະ​ເປັນ​ສະມາຊິກ​ໃໝ່​ຂອງ​
ສະພາ​ສິດທິ​ມະນຸດ​ ຂອງສະຫະ​ປະຊາຊາດນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ
​ເອ Mariane Brown ສົ່ງລາ​ຍງານ​ກ່ຽວ​ກັບເລຶ່ອງນີ້​ ມາຈາກ
ຮາ​ໂນ່ຍ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ເພື່ອ​ເປັນ​ ຂີດ​ໝາຍວັນ​ສິດທິ​ມະນຸດ​ສາກົນ​ໃນ​ວັນ​ອັງຄານ​ອາທິດ​ຜ່ານ​ມາ​ນີ້ ທ່ານ David Shear ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງ ການ​ສະບັບ​ນຶ່ງ ລົງ​ໃນ​ເວັບ​ໄຊ້ຂອງ​ສະຖານ​ທູດ
[http://Vietnam.usembassy.gov/pr121013.html] ​ຮຽກຮ້ອງ​ໃຫ້ ຫວຽດນາມ​ຈົ່ງ​ຍຶດ
ໝັ້ນ​ຢູ່​ໃນ​ຢູ່​ໃນ​ຄໍາ​ປະກາດ​ສາກົນ​ວ່າ​ດ້ວຍ​ສິດ​ທິມະນຸດ ຊຶ່ງ​ເປັນ​ຂໍ້​ຕົກລົງ​ທີ່​ປະກາດ​ໃຊ້ ໃນ
​ປີ 1948 ທີ່​ລະບຸ​ໂດຍ​ສັງ​ ເຂ​ບ​ເສລີພາບ​ແລະສິດທິ​ຂັ້ນ​ພື້ນຖານ​ຂອງ​ປະຊາຊົນ​ໃນ​ທົ່ວໂລກ.

ທ່ານ Shear ​ເວົ້າ​ວ່າ ການບັນລຸ​ຄວາມ​ຄືບ​ໜ້າ​ທີ່​ສະ​ແດງ​ໃຫ້​ເຫັນ​ໄດ້​ໃນ​ດ້ານ​ສິດທິ​ມະນຸດ​ນັ້ນ ຖື​ວ່າ​ສໍາຄັນ​ທີ່​ສຸດ​ຕໍ່​ຄວາມ​ສໍາພັນ​ລະຫວ່າງ​ທັງ​ສອງ​ ປະເທດ ​ແລະ​ມີ​ຜົນ​ຕໍ່​ທຸກໆ​ດ້ານ​ຂອງ​ນະ​ໂຍບາຍ​ຕ່າງປະ​ເທດ.

ຖ​ະ​ແຫຼ​ງການ​ດັ່ງກ່າວ ​ເວົ້າໃນ​ຕອນ​ນຶ່ງ​ວ່າ: ​ໃນ​ໄລຍະ​ບໍ່ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້​ ຫວຽດ
ນາມ​ໄດ້​ເຊັນ​ລົງນາມ​ໃນ ສັນຍາ​ຕໍ່ຕ້ານ​ການ​ທໍລະມານຂອງ​ຢູ​ເອັນ ​ແລະ​ໄດ້ສົ່ງ​ຄໍາເຊື້ອ​
ເຊີນໄປ​ຍັງ ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ວ່າ​ດ້ວຍ​ເສລີ ພາບທາງ​ດ້ານ​ສາສະໜາແລ​ະຄວາມ​
ເຊື່ອ​ຖື​ ໃຫ້​ໄປ​ຢ້ຽມຢາມ​ຫວຽດນາມ.

ນອກ​ຈາກ​ນີ້ ຫວຽດນາມຍັງ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ​ຂອງອົງການ​
ສະຫະ​ປະຊາ​ຊາດ ຫຼືຢູ​ເອັນ​ແລ້ວ.

​ແຕ່​ແນວ​ໃດກໍ​ດີ ມີ​ນັກ​ເຄຶ່ອນ​ໄຫວ​ບາງ​ຄົນ​ຕັ້ງ​ຄໍາ​ຖາມ​ວ່າ ​ ໄດ້​ມີຄວາມ​ກ້າວໜ້າໂຕ​ຈິງ ​ຫຼາຍປານ​ໃດ​ແລ້ວ ​ໃນເລຶ່ອງນີ້.

ອາທິດຜ່ານ​ມາ​ນີ້ ພວກ​ເຂົ້າປະກອບສ່ວນ​ໃນ​ການ​ໂຮມ​ຊຸມນຸມຫຼາຍໆ​ບັ້ນ ​ເພື່ອ​ສະເຫຼີ​ມ ສະຫຼອງ​ວັນ​ສິດທິ​ມະນຸດ​ສາກົນນັ້ນ ພາກັນລາຍ​ງານ​ວ່າ ພວກ​ເຂົາ​ເຈົ້າຖືກຕໍາຫຼວດຄຸກ​ຄາມ​ຮາວີ.

ຜູ້​ຂຽນ​ລົງ​ເວັບ​ໄຊ້ ຫຼື blogger ທີ່​ໃສ່​ຊື່ Me Nam ຊຶ່ງແປ​ວ່າ ​“ແມ່​ເຫັດ” ​ໄດ້​ເຂົ້າຮ່ວມ​ ກອງ​ປະຊຸມນັດ​ທໍາ​ອິດ​ຂອງ ​ກຸ່ມແມ່ຍິງຫວຽດນາມເພື່ອສິດທິ​ມະນຸດ ຢູ່​ວັດແຫ່ງ​ນຶ່ງທີ່ ນະຄອນໂຮ​
ຈິ​ມິນ ໃນ​ວັນ​ສິດທິ​ມະນຸດ​ສາກົນ​ເມື່ອວັນ​ອັງຄານ​ຜ່ານ​ມາ​ນີ້.

ນາງ Me Nam ​ເວົ້າ​ວ່າ: “ມື້​ນີ້ ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ປະມານ 50 ຄົນ ມາ​ຮ່ວມ​ໃນ
​ພິທີ​ດັ່ງກ່າວ ​ແຕ່​ບາງ​ຄົນ​ກໍ​ບໍ່​ສາມາດ​ເຂົ້າຮ່ວມໄດ້ ຍ້ອນ​ວ່າພວກ​ຕໍາຫຼວດ​ໄດ້ຢຸດ
​ພວກ​ເຂົາ​ເຈົ້າ ຕອນເລີ່​ມອອກ​ຈາກ​ບ້ານ.”


ນາງ Me Nam ຜູ້ຂຽນຄວາມເຫັນລົງ ໃນອິນເຕີແນັດ ຫລື Blogger.
ນາງ Me Nam ຜູ້ຂຽນຄວາມເຫັນລົງ ໃນອິນເຕີແນັດ ຫລື Blogger.

ກຸ່ມ​ດັ່ງກ່າວ​ໄດ້​ເປີດ​ຕົວ​ເມື່ອ​ເດືອນ​ຜ່ານ​ມາ ​ເພື່ອ​ສະໜອງ​ຕາ​ນ່າງ​
ສະໜັບສະໜຸນ ​ໃຫ້ແກ່ແມ່ຍິງ​ທັງຫຼາຍ ທີ່​ພົວພັນ​ໃນ​ການ​ເຄື່ອນ​
ໄຫວ​ດ້ານ​ສິດທິ​ມະນຸດ​.

ນາງ Me Nam ​ເວົ້າ​ວ່າ: “ປະ​ເດັນ​ສໍາຄັນຕ່າງໆ​ທີ່ພວກ​ເຮົາ​ເວົ້າ
​ກັນ​ໃນມື້​ນີ້ ກໍ​ຄື​ພວກ​ເຮົາ​ວາງ​ແຜນ​ທີ່​ຈະ​ໄປ​ຢ້ຽມຢາມ​ບ້ານ​ເຮືອນ​
ຂອງແມ່ຍິງ ພວກ​ທີ່​ຖືກ​ຈັບ​ກຸມຫຼື​ພວກ​ທີ່​ສາ​ມີ ຫຼື​ອ້າຍ​ນ້ອງຂອງ​
ເຂົາ​ເຈົ້າຖືກ​ຈັບ​ກຸມ. ນອກ​ນີ້​ພວກເຮົາ​ຍັງ​ໄດ້​ພົບປະ​ກັບ​ພວກ​ຄົນ​
ບາງ​ກຸ່ມ ທີ່​ເປັນ​ຊາວນາຊາວ​ສວນ ທີ່​ສູນເສຍ​ທີ່​ດິນ​ທໍາ​ກິນ​ຂອງ​
ພວກ​ເຂົາ​ເຈົ້າ ​ແລະຖືກຕໍາຫຼວດ​ໄລ່​ທີ່ ​ນັ້ນນໍາ.”


ຢູ່ໃນພິທີ​ອີກ​ແຫ່ງ​ນຶ່ງເພື່ອ​ວັນ​ອາທິດ​ ທີ 8 ທັນວານັ້ນ ມີ​ປະຊາຊົນ​ຫຼາຍ​ກວ່າ 100 ຄົນ ​ໄດ້​ເຕົ້າ​ໂຮມ​ກັນ ຢູ່​ໃກ້​ສວນສາ​ທະ​ລະນະ​ແຫ່ງ​ນຶ່ງ ໃນ​ໃຈກາງ​ເມືອງຫຼວງ​ຮາ​ໂນ່ຍ ​ເພື່ອ​ແຈກ​ໝາກ​ປຸມ​ເປົ້າ ທີ່​ຂຽນ​ຄໍາ​ຂວັນ​ວ່າ “ສິດທິ​ມະນຸດ​ຂອງພວກ​ເຮົາ​ຈະ​ຕ້ອງ​ຖືກ​ເຄົາລົບ​ນັບຖື​.” ​ແຕ່​ blogger Nguyen Lan Thang ​ເວົ້າ​ວ່າ ​ໃນ​ເວລາບໍ່​ດົນ​ປານ​ໃດ ພວກ​ເຂົາ​ເຈົ້າ​ກໍ​ຖືກ​ຕໍາຫຼວດ​ຂັບ​ໄລ່ ​ໃຫ້ສະຫຼາຍ​ຕົວ​ໄປ.

ທ້າວ Thang ​ເວົ້າ​ວ່າ ພວກຕໍາຫຼວດ​ຂັດຂວາງເຂົາ​ເຈົ້າ ບໍ່​ໃຫ້​ແຈກ​ສໍາ​ເນົາ​ຂອງ​ຄໍາ​ປະ ກາດ​ສິດທິ​ມະນຸດສາກົນ ​ແລະ​ລາວເວົ້າ​ຕໍ່​ໄປ​ວ່າ ຢູ່​ບ່ອນ​ຊຸມ​ນຸມ ທໍານອງ​ດຽວ​ກັນ​ນີ້ ​ທີ່ ເມືອງ Ho Chi Minh ​ໃນ​ມື້​ດຽວ​ກັນນັ້ນ ພວກໂຮມ​ຊຸມນຸມກໍ​ຖືກ​ພວກ​ຕໍາຫຼວດ​ແກວ່ງ​ກະປິ​ໃສ່.

ທ້າວ ຖັງ ​ເປັນ​ສະມາຊິກ​ຄົນ​ນຶ່ງຂອງ​ກຸ່ມ​ທີ່​ຊື່ວ່າ ຕາ​ໜ່າງ bloggers ຫວຽດນາມ ຊຶ່ງ​ເປັນ​ກຸ່ມ​ເຄຶ່ອນ​ໄຫວ​ທາງ​ອິນ​ເທີ​ເນັດ ທີ່​ຮຽກຮ້ອງ​ໃຫ້​ມີ​ເສລີພາບໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຫຼາຍ​ຂຶ້ນ​ໃນ​ຫວຽດນາມ. ໃນວັນ​ອັງຄານອາທິດ​ຜ່າ​ນມາ​ນີ້ ກຸ່ມ​ດັ່ງກ່າວ​ໄດ້​ເປີດ​ຕົວ​ເວັບ​ໄຊ້​ໃໝ່ຂອງ​ຕົນ [http://mangluoiblogger.blogspot.com/].

ທ້າວ ຖັງ ​ເວົ້າ​ວ່າ: ຕາໜ່າງນີ້​ເປັນຕາ​ໜ່າງໃໝ່​ ​ແລະ​ເປີດ​ໃຊ້​ແລ້ວ ​ແລະ​ຍິນ​ດີ
ຕ້ອນຮັບທຸກໆ​ຄົນ ທີ່ສົນ​ໃຈເຂົ້າຮ່ວມ​ໃນ​ກິດຈະ​ກໍາ​ດ້ານ​ສິດ​ທິມະນຸດ​ໃນຂອບ
​ເຂດ​ກວ້າງຂວາງ​.”


​ຫວຽດນາມ​ໄດ້​ຖືກວິພາກ​ວິຈານມາຕະຫຼອດ​ ກ່ຽວ​ກັບ​ການ​ໃຊ້ກົດໝາຍທີ່​ມີຄໍາ​ເວົ້າແບບ
ຄຸມ​ເຄື​ອບໍ່​ຊັດ​ເຈນ ​ເພື່ອ​ດໍາ​ເນີນ​ຄະດີ​ພວກ​ນັກ​ເຄຶ່ອນ​ໄຫວ ທັງຫຼາຍ. ເມື່ອ​ເດືອນ​ຜ່ານ​ມາ​
ໃນ​ການ​ເຄຶ່ອນ​ໄຫວ​ບັ້ນ​ນຶ່ງ​ ທີ່​ນັກວິ​ເຄາະ​ບາງ​ຄົນ​ເຊື່ອ​ວ່າ ​ເປັນຂີດ​ໝາຍ​ການ​ຫັນປ່ຽນ
ໃນແນວທາງ​ຂອງ​ລັດຖະບານນັ້ນ ພວກ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ ໄດ້​ລົງມະຕິ​ຮັບ​ຜ່ານ
ດໍາລັດທີ 174 ທີ່​ວາງຂໍ້ຈໍາກັດ​ຮັດ​ແຄບຫຼາຍໆຢ່າງ​ ກ່ຽວ​ກັບ​ເນື້ອ​ຄວາມທີ່​ລົງໃນ​ເວັບ​ໄຊ້.

ກົດໝາຍ​ສະບັບຫຼ້າສຸດ​ນີ້ ລະບຸ​ຄ່າປັບ​ໄໝ​ຫຼາຍ​ເຖິງ 2,500 ​ໂດ​ລ່າ ສໍາລັບຄົນ​ໃດກໍ​ຕາມ
ທີ່​ທໍາ​ການໂຄສະນາ​ຊວນ​ເຊື່ອ​ຕໍ່ຕ້ານ​ລັດ ຜ່ານ​ຕາໜ່າງສັງຄົມ ຫຼື​ຜ່ານ​ເວັບ​ໄຊ້ຕ່າງໆນັ້ນ.
XS
SM
MD
LG