ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ໄທປະກາດວ່າ ຈະ​ດຳ​ເນີນ​ ມາດ​ຕະການ​ ປາບ​ປາມ ຂະ​ບວນການຄ້າ​ມະນຸດ​ຈາກ​ລາວ


ພວກຜູ້ຍິງລາວ ຈຳນວນນຶ່ງທີ່ທາງການໄທ ສາມາດຊ່ອຍເຫຼືອ ອອກມາໄດ້ ຈາກພວກຄ້າມະນຸດຂ້າມຊາດ.
ພວກຜູ້ຍິງລາວ ຈຳນວນນຶ່ງທີ່ທາງການໄທ ສາມາດຊ່ອຍເຫຼືອ ອອກມາໄດ້ ຈາກພວກຄ້າມະນຸດຂ້າມຊາດ.

ຜູ້​ບັນຊາ​ການ​ຕຳຫລວດ​ໄທ ປະກາດ​ດຳ​ເນີນ​ ມາດ​ຕະການ
​ປາບ​ປາມ ຂະ​ບວນການ​ຄ້າ​ມະນຸດ​ຈາກ​ລາວ ​ໃນ​ໄທ​ ຢ່າງ
ເດັດຂາດ ​ໂດຍ​ສະ​ເພາະ​ແມ່ນການ​ຄ້າ​ປະ​ເວ​ນີ ຢູ່​ຊາຍ​ແດນ​
ໄທທີ່​ຕິດ​ຕໍ່​ກັບ​ລາວ​ນັ້ນ.

ພົນ​ຕຳຫລວດ​ເອກ ສົມຍົດ ພຸ່ມພັນມ່ວງ ຜູ້ບັນຊາການສຳນັກງານຕຳຫລວດແຫ່ງຊາດໄທ
ໃຫ້ການຢືນຢັນວ່າ ການຄ້າມະນຸດຂ້າມຊາດ ເປັນບັນຫາຮີບດ່ວນ ທີ່ສຳນັກງານຕຳຫລວດ ແຫ່ງຊາດໄທກຳລັງດຳເນີນມາດຕະການ ປາບປາມຢ່າງເຂັ້ມງວດທີ່ສຸດ ໃນເວລານີ້ ເພາະ
ເປັນບັນຫາ ທີ່ເກີດຂຶ້ນຢ່າງກວ້າງຂວາງ ທັງຍັງໄດ້ ສົ່ງຜົນກະທົບ ຕໍ່ຄວາມສະງົບຮຽບຮ້ອຍ
ຂອງສັງຄົມໄທ ໃນທຸກລະດັບອີກດ້ວຍ.

ໂດຍສະເພາະແມ່ນການຄ້າແຮງງານຜິດກົດໝາຍ ຈາກມຽນມາ ກຳປູເຈຍ ແລະ ລາວນັ້ນ ຍັງໄດ້ກາຍເປັນບັນຫາທີ່ກ່ຽວຂ້ອງກັບການຄ້າປະເວນີທັງໂດຍສະມັກໃຈ ແລະຖືກບີບບັງຄັບ ຊຶ່ງໃນນີ້ກໍລວມເຖິງແຮງງານເດັກ ແລະແມ່ຍິງຈາກລາວດ້ວຍ ເພາະສະນັ້ນ ຈຶ່ງເຮັດໃຫ້
ສຳນັກງານຕຳຫລວດແຫ່ງຊາດໄທ ຕ້ອງດຳເນີນມາດຕະການປາບປາມໃນຂັ້ນເດັດຂາດ
ຢູ່ໃນເຂດຊາຍແດນໄທ ທີ່ຕິດຕໍ່ກັບລາວ ເນື່ອງຈາກເປັນເຂດທີ່ມີບັນຫາເກີດຂຶ້ນຫຼາຍທີ່ສຸດ ດັ່ງທີ່ ພົນຕຳຫລວດເອກ ສົມຍົດ ໄດ້ຢືນຢັນວ່າ:

ເຍົາວະຊົນລາວເພດຍິງນັ້ນ ຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນ ເຫຍື່ອຂອງການຄ້າມະນຸດ ແລະ ຖືກບີບບັງຄັບ ໃຫ້ຕ້ອງຂາຍບໍລິການທາງເພດ ຢູ່ໃນໄທຫຼາຍຂຶ້ນນັບມື້.
ເຍົາວະຊົນລາວເພດຍິງນັ້ນ ຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນ ເຫຍື່ອຂອງການຄ້າມະນຸດ ແລະ ຖືກບີບບັງຄັບ ໃຫ້ຕ້ອງຂາຍບໍລິການທາງເພດ ຢູ່ໃນໄທຫຼາຍຂຶ້ນນັບມື້.

“ໃນການປ້ອງກັນ ປາບປາມການຄ້າມະນຸດ ໄດ້ກວດຂັນ
ຈັບກຸມເຄືອຂ່າຍ ນຳແຮງງານເດັກ ແລະ ຜູ້ຍິງລາວເຂົ້າມາ
ລັກລອບຂາຍປະເວນີ ຫຼື ບັງຄັບຄ້າປະເວນີ ໃນພື້ນທີ່
ຈັງຫວັດໜອງຄາຍ ໂດຍປັດຈຸບັນນີ້ ຢູ່ລະຫວ່າງ ການສືບ
ສວນຂະຫຍາຍຜົນ ເພື່ອທີ່ຈະທຳການຍຶດຊັບ ແລະ ດຳ
ເນີນການຕໍ່ນາຍທຶນ ຜູ້ທີ່ໃຫ້ການສະໜັບສະໜຸນ ຜູ້ທີ່ຢູ່
ເບື້ອງຫລັງການຄ້າມະນຸດ ຊຶ່ງຂ້າພະເຈົ້າ ຈະດຳເນີນການ
ຢ່າງເຂັ້ມງວດ ເພື່ອທີ່ຈະຂຸດຮາກຖອນໂຄນ ບໍ່ໃຫ້ມີການ
ກະທຳຜິດໄດ້ ອີກຕໍ່ໄປ.”

ທາງດ້ານກະຊວງປ້ອງກັນຄວາມສະຫງົບຂອງລາວ ໄດ້ເລີ້ມ
ການຈັດຕັ້ງ ປະຕິບັດມາດຕະ ການບໍ່ອະນຸຍາດ ໃຫ້ເຍົາວະຊົນລາວ ທີ່ອາຍຸຕ່ຳກວ່າ 18 ປີ
ເດີນທາງໄປໄທ ໂດຍລຳພັງຢ່າງເດັດຂາດ ເມື່ອບໍ່ນານມານີ້ ໂດຍຖືເປັນມາດຕະການປ້ອງ
ກັນບໍ່ໃຫ້ເຍົາວະຊົນລາວ ຕ້ອງຕົກໄປເປັນເຫຍື່ອ ຂອງການຄ້າມະນຸດໃນໄທ ໂດຍສະເພາະ ແມ່ນເຍົາວະຊົນລາວເພດຍິງນັ້ນ ຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນເຫຍື່ອຂອງ ການຄ້າມະນຸດ ແລະ ຖືກບີບບັງຄັບ ໃຫ້ຕ້ອງຂາຍບໍລິການທາງເພດ ຢູ່ໃນໄທຫຼາຍຂຶ້ນນັບມື້.

ແຕ່ຢ່າງໃດກໍຕາມ ສຳຫລັບເຍົາວະຊົນລາວ ທີ່ມີພໍ່ແມ່ ຫຼື ຜູ້ປົກຄອງເດີນທາງໄປດ້ວຍນັ້ນ
ກໍຍັງຈະໄດ້ຮັບອະນຸຍາດ ໃຫ້ເດີນທາງໄປໄທໄດ້ ຕາມປົກກະຕິ ດ້ວຍເຫດນີ້ ຈຶ່ງເຮັດໃຫ້
ຫຼາຍພາກສ່ວນ ຢ້ານກົວວ່າ ການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນ
ໃນການຈັດຕັ້ງປະຕິບັດ ພາກຕົວຈິງ ຖ້າຫາກວ່າ ພະນັກງານຂອງລັດຖະບານລາວ ແລະ
ໄທບໍ່ຈິງຈັງ ໃນການກວດສອບເອກກະສານ ແລະໜັງສືເດີນທາງຂອງເຍົາວະຊົນລາວ ແລະ ຜູ້ປົກຄອງຢ່າງຮອບຄອບ ເພາະໃນຄວາມເປັນຈິງແລ້ວ ຂະບວນການຄ້າມະນຸດ ສາມາດ ທີ່ຈະປອມແປງເອກະສານໄດ້ຕະຫລອດເວລານັ້ນເອງ.

ກ່ອນໜ້ານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ກໍລາຍງານວ່າ ໄດ້ຮັບ ການຢືນຢັນຈາກສຳນັກບໍລິຫານແຮງງານຕ່າງດ້າວ ກະຊວງແຮງງານຂອງໄທ ວ່າ ມີແຮງ ງານລາວ 173,000 ກວ່າຄົນ ທີ່ໄດ້ແຈ້ງຈົດທະບຽນ ເພື່ອຂໍອະນຸຍາດ ທຳງານໃນໄທ ຢ່າງຖືກຕ້ອງຢູ່ໃນໄທ ກ່ອນໜ້ານີ້ ກໍຈະໄດ້ວ່າ ມີແຮງງານລາວ 256,000 ກວ່າຄົນ ທີ່ທຳງານຢູ່ໄທ ໃນເວລານີ້.

ຫາກແຕ່ວ່າອົງການເຄືອຂ່າຍເພື່ອໃຫ້ການຊ່ອຍເຫຼືອແກ່ແຮງງານລາວ ກຳປູເຈຍ ແລະ
ມຽນມາ ໃນໄທກັບປະເມີນວ່າ ມີແຮງງານຈາກ 3 ປະເທດດັ່ງກ່າວນີ້ ຢູ່ໃນໄທຫຼາຍກວ່າ
4 ລ້ານຄົນ ໂດຍ 80 ເປີເຊັນ ເປັນແຮງງານມຽນມາ ສ່ວນທີ່ເຫຼືອ ເປັນແຮງງານລາວ ແລະ
ກຳປູເຈຍ ປະເທດລະ 4 ແສນກວ່າຄົນ ດ້ວຍເຫດນີ້ ຈຶ່ງເຊື່ອວ່າ ມີແຮງງານລາວ ຫຼາຍກວ່າ
3 ແສນຄົນ ທີ່ລັກລອບທຳງານ ໂດຍຜິດກົດໝາຍຢູ່ໄທ ແລະມີີຄວາມສ່ຽງຢ່າງສູງ ທີ່ຈະຕົກ
ເປັນເຫຍື່ອ ຂອງຂະບວນການຄ້າມະນຸດໃນໄທ ໃນປັດຈຸບັນນີ້ ໂດຍໃນລະຍະ 14 ປີ ທີ່
ຜ່ານມາ ທາງການໄທ ກໍສາມາດໃຫ້ການຊ່ວຍເຫຼືອໄດ້ພຽງ 2,217 ຄົນເທົ່ານັ້ນ.

XS
SM
MD
LG