ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕໍ​າຫຼວດ Bulgaria ​​ທັບ​ມ້າງ ພວກ​ປະ​ທ້ວງ ທີ່ຕັນ ທາງເຂົ້າ ຕຶກສະພາ (ສະໄລດ໌)


ຕໍ​າຫຼວດ​ໃນ​ນະຄອນຫຼວງຂອງ Bulgaria ​ໄດ້​ທັບ​ມ້າງ ການຕັນ​ທາງ​ເຂົ້າ​ສູ່ຕຶກສະພາ​ແຫ່ງ​ຊາດ ຂອງພວກ​ປະ​ທ້ວງ​ທີ່ຕໍ່​ຕ້ານ​ລັດຖະບານ ​ແລະ​ກໍ​ໄດ້​ນໍາ​ເອົາສະ​ມາ​ຊິກ​ສະພາ ຮວມທັງລັດຖະມົນຕີ ​ແລະ​ພວກ​ນັກ​ຂ່າວ ຈໍານວນ 100 ກວ່າຄົນ ທີ່​ຕົກຄ້າງ​ຢູ່​ໃນ​ຕຶກດັ່ງກ່າວ ​ເປັນ​ເວລາ​ຫຼາຍ​ກວ່າ 8 ຊົ່ວໂມງນັ້ນ ອອກ​ມາ.

ຕໍາຫຼວດໃນ​ຊຸດປາບ​ຈະລາຈົນ ໄດ້ຍູ້​ດັນ​ຜ່ານພວກ​ປະ​ທ້ວງ​ ​ເຂົ້າ​ໄປ​ໃນ​ສະພາ ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ​ຈັດ​ຕັ້ງ​ກໍາລັງ​ປິດ​ລ້ອມ​ສະພາ​ໄວ້ ​ເພື່ອ​ເຂົ້າ​ໄປ​ຊ່ວຍ​ເຫລືອ​ພວກ​ທີ່​ຍັງຕົກ​ຄ້າງ​ຄາ​ຢູ່​ໃນ​ຕຶກສະພາ ​ໃນເມືອງຫລວງ Sofia ນັ້ນ.

​ພວກ​ປະ​ທ້ວງ​ໄດ້​ທໍາ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ມາ​ເປັນ​ເວລາ 40 ມື້​ແລ້ວ ​ໃນ​ປະ​ເທດ​ທີ່​ຍາກຈົນ​ທີ່​ສຸດ​ຂອງ​ສະ​ຫະພາບ​ຢູ​ໂຣບ ທວງໃຫ້ລັດຖະບານ​ທີ່​ອຽງ​ຊ້າຍ ລາ​ອອກ.

​ ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ກ່ອນ​ໜ້າ​ນີ້ ​ເພື່ອ​ປ່ອຍ​ພວກ​ຜູ້​ແທນ​ອອກ​ມາ​ຈາກສະພາ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ໄດ້​ຈົບ​ລົງ​ດ້ວຍ​ການປະ​ທະ​ກັນ ລະ​ຫວ່າງ​ພວກ​ປະ​ທ້ວງ​ແລະ​ຕໍາຫຼວດ ທີ່​ພາ​ໃຫ້​ມີ​ພວກ​ປະ​ທ້ວງ​ຢ່າງ​ນ້ອຍ 7 ຄົນ ​ແລະຕໍາຫຼວດ 2 ຄົນ ບາດ​ເຈັບ.
XS
SM
MD
LG