ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນຂັບລົດໄຟ ທີ່ຕົກລາງ ຢູ່ສະເປນ ຖືກກັກຕົວ ທີ່ໂຮງໝໍ (ວີດີໂອ)


ຄົນຂັບລົດໄຟ ທ້າວ Francisco Garzon Amo (ຄົນກາງ) ກໍາລັງ ໄດ້ຮັບການຊ່ວຍເຫລືອຈາກຜູ້ເຫັນເຫດການ
ຄົນຂັບລົດໄຟ ທ້າວ Francisco Garzon Amo (ຄົນກາງ) ກໍາລັງ ໄດ້ຮັບການຊ່ວຍເຫລືອຈາກຜູ້ເຫັນເຫດການ
ຕໍາຫລວດ​ສະ​ເປ​ນກ່າ​ວວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຄົນ​ຂັບ​ລົດ​ໄຟ ທີ່ແລ່ນ​
ໄວ​ເກີນ​ກໍາໜົດ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ອຸ​ບປະຕິ​ເຫດ ​ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດຢ່າງ​ໜ້ອຍ 78 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ກໍາລັງ​ທໍາ​ການ​
ສອບ​ສວນ ທ້າວ Francisco Jose Garzon Amo ​ໃນ​ຂໍ້​ຫາ
ຄວາມ​ຜິດ​ຍ້ອນ​ປະໝາດບໍ່​ເອົາ​ຫົວ ຊາ​ຮັບຜິດຊອບ.

ຄົນ​ຂັບ​ລົດ​ໄຟ ອາຍຸ 52 ປີ ​ໄດ້​ຖືກຄຸມ​ຂັງ​ໃນ​ວັນ​ສຸກ​ວານ​ນີ້ ຢູ່​ທີ່
ໂຮງໝໍ​ບ່ອນ​ທີ່​ລາວພວມ​ພັກ​ຟື້ນ​ຈາກການ​ໄດ້​ຮັບ​ບາດ​ເຈັບຍ້ອນ
ອຸບປະ​ຕິ​ເຫດ.

ລາຍ​ງານ​ກ່າວ​ວ່າ ລົດ​ໄຟ​ອາດ​ຈະ​ແລ່ນ​ໄວ​ກວ່າ​ສອງ​ເທົ່າ​ ຂອງຄວາມ​ໄວ​ຈໍາກັດ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ເວ​ລາ​ລົດ​ໄຟ​ແລ່ນ​ມາຮອດ​ທາງໂຄ້ງ ນອກ​ເມື​ອງ Santiago de Compostela ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ສະ​ເປ​ນ​ ແລະກໍ​ຕົກ​ລາງ.

ບັນດາ​ເຈົ້າ​ໜ້າທີ່​ ຈະ​ສຶກສາ​ເພີ້​ມ​ເຕີມ​ຈາກ​ “ຫີບ​ດໍາ” ອັນ​ເປັນບັນທຶກ​ຂໍ້​ມູນ​ທີ່​ລະ ອຽດ ຊຶ່ງ​ປັດ​ຈຸ​ບັນ​ນີ້ ພວກເຈົ້າ​ໜ້າ​ທີ່​ສືບສວນ​ ມີໄວ້ຢູ່​ໃນ​ກໍາມະ​ສິດ​ແລ້ວ.


spain
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG