ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ທີ່ແນປືນ ໃສ່ພວກໄວລຸ້ນຜິວດຳ ຢູ່ສະລອຍນ້ຳ ລາອອກ


US Police Confrontation
please wait

No media source currently available

0:00 0:00:56 0:00

ຕຳຫຼວດ​ຜີວ​ຂາວຄົນນຶ່ງ ​ໃນ​ລັດ Texas ທາງ​ພາກໃຕ້​ຂອງ
ສະຫະລັດ ​ໄດ້ຖືກ​ສັ່ງໃຫ້ພັກການ ຫຼັງ​ຈາກ​ທີ່ໄດ້​ເຫັນ​ພາບ​ວີ​ດີ​ໂອ
​ຂອງ​ລາວ ຍົກ​ປືນ​ໃສ່​ກຸ່ມ​ເຍົາວະ​ຊົນຜິວດຳ ​ແລະ​ໄດ້ປ້ຳຄົນ​ນຶ່ງ
​ໃນ​ກຸ່ມດັ່ງກ່າວ​ລົງກັບ​ພື້ນ​ດິນ ​ໃນ​ເຫດການ​ຫຼ້າ​ສຸດ ຊຶ່ງເປັນ​ໄປໄດ້
ອາດພົວພັນ​ກັບການມີອະຄະຕິດ້ານເຊື້ອ​ຊາດ​ຜີວພັນ ຕໍ່​ຊາວ
ອາ​ເມຣິກັນ​ເຊື້ອສາຍອາ​ຟຣິກາ​.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ ​ໃນ​ເມືອງ McKinney ຕັ້ງ​ຢູ່​ປະມານ 50 ຫຼັກ​
ກິ​ໂລ​ແມັດ ຫ່າງຈາກ​ນະຄອນDallas ໄປທາງ​ທິດເໜືອ ເວລາ​ຕຳຫຼວດ​ໄດ້​ຮັບ​ການຮ້ອງ​ຮຽນ​ກ່ຽວກັບງານ​ສັງ​ສັນ​ທີ່ນອງນັນງານ​ນຶ່ງ​ໃນ​ສະລອຍ​ນ້ຳປະຊາຄົມ.ຕຳຫຼວດ Eric Casebolt ໄດ້ເຫັນ​ແລ່ນ​ແລະ​ຮ້ອງ​ແບບບໍ່ສຸພາບໃສ່​ພວກ​ເຍົາວະ​ຊົນຫຼາຍ​ຄົນ ກ່ອນ​ທີ່​ລາວ​ຈະ​ດຶງ​ເດັກ​ສາວ​ທີ່​ໃສ່​ຊຸດ​ອາບ​ນ້ຳຄົນນຶ່ງ ແລະບັງຄັບໃຫ້ເດັກສາວຄົນນີ້ນອນລົງ​ກັບ​ພື້ນດ້ວຍ ຫົວເຂົ່າ​ແລະ​ກໍໃສ່​ກັບມືລາວ​. ​ເດັກ​ສາວໄວ 15 ປີ ຄົນ​ນັ້ນ​ຊື່ວ່າ Dajerria Becton ຊຶ່ງ​ນາງ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ສະຖານີທ້ອງ​ຖິ່ນ​ວ່າ ຕຳຫຼວດ​ໄດ້​ບິດ​ແຂນ​ລາວ ​ແລະ​ດຶງ​ຜົມ​ລາວ.

ປະຊາ​ຊົນຊາວ​ຜີວ​ດຳທີ່​ອາ​ໄສ​ຢູ່​ໃນ​ເຂດ​ນັ້ນ ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ພາກັນ​ເດີນຂະບວນ ​ຢູ່ຕາມຖະໜົນຫົນທາງ​ທີ່ເມືອງ McKinney ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ຮຽກຮ້ອງ​ໃຫ້ໄລ່ຕຳຫຼວດ Casebolt ອອກ​ຈາກ​ວຽກ ​ໂດຍ​ກ່າວ​ວ່າ ການ​ກະທຳ​ຂອງ​ລາວແມ່ນສາ​ເຫດ​ມາ​ຈາກການບໍ່ ໃຫ້ກຽດທາງດ້ານຜິວພັນ.​ ຕຳຫຼວດ​ກ່າວ​ວ່າ ສະລອຍນ້ຳ​ແມ່ນແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ ​ແລະ​ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ໄວ​ລຸ້ນທັງຫຼາຍ ບໍ່ໄດ້ປະຕິບັດຕາມ​ຄຳ​ສັ່ງຂອງ​ຕຳຫຼວດ
ທີ່​ໃຫ້ພວກເຂົາເຈົ້າ​ອອກ​ໄປ​ຈາກ​ສະລອຍນ້ຳ.

A white police officer in ((the southeastern U.S. state of)) Texas has been placed on leave after he was seen on video pulling his gun on a group of black teenagers and wrestling one of them to the ground in the latest incident involving possible racial bias towards African Americans.

The incident occurred Saturday (June 6) in the city of McKinney, located about 50 kilometers north of Dallas, when police responded to complaints about a noisy party at a community swimming pool. Officer Eric Casebolt is seen running and yelling obscenities at several teenagers, before he grabbed a bikini-clad girl and forced her to the ground with his knee and handcuffed her. The girl, 15-year-old Dajerria Becton, told a local television station that Casebolt twisted her arm and grabbed her by the hair.

Hundreds of black residents marched through McKinney Monday demanding Caseblot's firing, saying his actions were racially motivated. Police say the pool had become overcrowded, and witnesses say the teenagers failed to comply with the officers' orders to leave the pool.

XS
SM
MD
LG