ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບອີກ 4 ສົບ ຈາກອຸບັດຕິເຫດເຮືອຫຼົ້ມ ຢູ່ປາປົວ ນິວກີເນຍ


ເຮືອຊູຊີບທີ່ບັນທຸກພວກລອດຊີວິດມາໄດ້ ພວມລ່ອງລອຍຢູ່ຕາມຄື້ນຟອງ ຫຼັງຈາກເຮືອ Rabaul Queen ຫຼົ້ມ ຢູ່ນອກແຄມຝັ່ງຂອງປາປົວ ນິວກີເນຍ ເມື່ອວັນທີ 2 ກຸມພາ 2012
ເຮືອຊູຊີບທີ່ບັນທຸກພວກລອດຊີວິດມາໄດ້ ພວມລ່ອງລອຍຢູ່ຕາມຄື້ນຟອງ ຫຼັງຈາກເຮືອ Rabaul Queen ຫຼົ້ມ ຢູ່ນອກແຄມຝັ່ງຂອງປາປົວ ນິວກີເນຍ ເມື່ອວັນທີ 2 ກຸມພາ 2012

ພວກ​ກູ້​ໄພ​ໃນ​ປາ​ປົວ​ນິວ​ກີ​ເນຍ ​ໄດ້​ກູ້​ເອົາ​ 4 ສົບ​ຈາກ​ເຮືອ​ຂ້າມ​ຟາກ​ທີ່​ຫຼົ້ມ ​ເມື່ອ 2 ມື້ກ່ອນ
ຢູ່​ນອກ​ແຄມ​ຝັ່ງ​ທະ​ເລ​ທາງ​ກໍ້າ​ຕາ​ເວັນ​ອອກຂອງ​ປະ​ເທດ​ດັ່ງກ່າວ.

ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ເສົາ​ມື້ນີ້ວ່າ ປະມານ 100 ຄົນ​ຍັງ​ຫາຍ​ສາບ​ສູນ.

ໄດ້​ມີ​ການ​ນຳ​ໃຊ້ເຮືອບິນ ​ເຮືອ ​ແລະ​ເຮຣີຄອບເຕີ້​ ເຂົ້າ​ໃນ​ການ​ປະຕິບັດ​ງານຄົ້ນຫາ​ພວກ​ທີ່​
ລອດ​ຊີວິດ​ມາ​ໄດ້​ຈາກ​ອຸບັດຕິ​ເຫດ​ເຮືອ​ຂ້າມ​ຟາກ​ Rabaul Queen ຫຼົ້ມ ຍ້ອນ​ດິນ​ຟ້າ​ອາ
ກາດ​ປັ່ນ​ປ່ວນ​ ໃນ​ມື້ວັນ​ພະຫັດ​ຜ່ານ​ມາ ທີ່​ກະ​ປະມານ​ວ່າ​ມີຜູ້​ໂດຍສານ​ 350 ຄົນ​ເດີນທາງ​
ໄປ​ນຳ​ເຮືອ​ລຳ​ນີ້.

ຜູ້​ໂດຍສານ​ເກືອບ 250 ຄົນ​ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້ ​ໃນ​ການ​ປະຕິບັດ​ງານ​ຮ່ວມ​ລະຫວ່າງ​ເຈົ້າ
ໜ້າ​ທີ່ທາງ​ທະ​ເລ​ ຂອງ​ອອສ​ເຕຣ​ເລຍ ​ແລະ​ປາ​ປົວ​ນິວ​ກີ​ເນຍ. ລົມ​ແຮງ​ແລະ​ຟອງ​ທະ​ເລຂະ​
ໜາດ​ໃຫຍ່​ ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ໃນ​ການ​ປະຕິບັດງານທີ່​ວ່າ​ນີ້. ພວກ​ທີ່​ລອດ​ຊີວິດ​ມາ​
ໄດ້ຖືກສົ່ງ​ໄປ​ຍັງ​ເມືອງ Lae.

ບໍລິສັດ​ຂົນ​ສົ່ງທາງ​ທະ​ເລ Rabaul ຊຶ່ງ​ເປັນ​ເຈົ້າຂອງ​ເຮືອ​ຂ້າມ​ຟາກ​ລຳ​ນີ້ກ່າວ​ວ່າ ຍັງ​ບໍ່​ທັນ
ເປັນທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຫຍັງ​ຄື​ສາ​ເຫດ​ທີ່​ພາ​ໃຫ້​ເຮືອ​ໂດຍສານ​ລຳ​ນີ້ຫຼົ້ມ.

ນາຍົກລັດຖະມົນຕີປາປົວນິວ​ກີ​ເນຍທ່ານ Peter O’Neill ​ໄດ້​ສັ່ງ​ໃຫ້​ດຳ​ເນີນ​ການ​ສືບສວນ
ສອບ​ສວນ​ກ່ຽວ​ກັບ​ອຸບັດ​ຕິ​ເຫດ​ໃນ​ຄັ້ງນີ້.

XS
SM
MD
LG