ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຍອມຮັບວ່າ ຄຸນນະພາບດ້ານ ການສຶກສາໃນລາວ ແມ່ນຕໍ່າກ່ວາໝູ່ ໃນກຸ່ມອາຊ່ຽນ


ນັກຮຽນເກັ່ງທີ່ເສັງຈົບຊັ້ນ ປ5, ມ4 ແລະມ7 ພາຍໃນກໍາແພງນະຄອນວຽງຈັນ ໃນສົກຮຽນປີ 2010-2011 ທີ່ຜ່ານມານີ້
ນັກຮຽນເກັ່ງທີ່ເສັງຈົບຊັ້ນ ປ5, ມ4 ແລະມ7 ພາຍໃນກໍາແພງນະຄອນວຽງຈັນ ໃນສົກຮຽນປີ 2010-2011 ທີ່ຜ່ານມານີ້

ນາຍົກລັດຖະມົນຕີລາວ ຍອມຮັບວ່າ ຄຸນນະພາບດ້ານການສຶກສາຂອງບັນດານັກຮຽນ- ນັກສຶກສາໃນລາວ ຍັງມີລະດັບຕໍ່າທີ່ສຸດ ​ເມື່ອ​ທຽບກັບບັນດາປະ​ເທດ​ສະມາຊິກ​ໃນ​ກຸ່ມ ອາຊ່ຽນ ດ້ວຍ​ກັນ.

ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວໄດ້ຖະແຫຼງຍອມຮັບວ່າ ​ບັນຫາ
ທີ່ເປັນອຸປະສັກຕໍ່ພັດທະນາ​ທາງດ້ານການ​ສຶກສາ ຢູ່ໃນລາວຫລາຍທີ່ສຸດໃນປັດຈຸບັນ
ກໍຄືບັນຫາການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ ເຖິງແມ່ນວ່າ ສະພາແຫ່ງຊາດຈະໄດ້
ລົງມະຕິຮັບຮອງເອົາ ແຜນຍຸດທະສາດການປະຕິຮູບການສຶກສາແຫ່ງຊາດລາວເຖິງ
ປີ 2015 ຢ່າງເປັນທາງການແລ້ວກໍຕາມ ຫາກແຕ່ວ່າ ຍ້ອນຂໍ້ຈໍາກັດ​ທາງ​ດ້ານ​ງົບປະ
ມານ ກໍໄດ້ສົ່ງຜົນກະທົບຕໍ່ ການປະຕິບັດ ແຜນຍຸດທະສາດດັ່ງກ່າວ ຢ່າງຫລີກລ່ຽງ
ບໍ່ໄດ້.

ພາຍໃຕ້ແຜນຍຸດທະສາດດັ່ງກ່າວ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຂະຫຍາຍ
ໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະ
ຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະ
ເທດ ພ້ອມທັງຈະດໍາເນີນການພັດທະນາຄຸນນະພາບໃນດ້ານການສຶກສາຂອງບັນ
ດານັກຮຽນ ແລະນັກສຶກສາ ໃນທຸກລະດັບໃຫ້ໄດ້ມາດຕະຖານດຽວກັນ ກັບບັນດາ
ປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນໃຫ້ໄດ້ຢ່າງເປັນຮູບປະທໍາອີກດ້ວຍ.

ເດັກນ້ອຍໃນໂຮງຮຽນເຂດຊົນນະບົດແຫ່ງນຶ່ງ ພາກັນໄປຊົມໃຊ້ນໍ້າກ໋ອກທີ່ຕິດຕັ້ງຢູ່ໃນບໍລິເວນ ໂຮງຮຽນ
ເດັກນ້ອຍໃນໂຮງຮຽນເຂດຊົນນະບົດແຫ່ງນຶ່ງ ພາກັນໄປຊົມໃຊ້ນໍ້າກ໋ອກທີ່ຕິດຕັ້ງຢູ່ໃນບໍລິເວນ ໂຮງຮຽນ

ທັງນີ້ກໍເນື່ອງຈາກວ່າ ລະດັບຄຸນນະ
ພາການສຶກສາຂອງບັນດານັກຮຽນ
ແລະນັກສຶກສາໃນລາວນັ້ນ ຍັງຕໍ່າ
ຫລາຍ ​ເມື່ອ​ທຽບກັບບັນດາປະ​ເທດ
ສະມາຊິກ​ໃນ​ກຸ່ມ​ອາຊຽນ​ດ້ວຍ​ກັນ
ດັ່ງທີ່ທ່ານ ທອງສິງ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:

“ລະດັບ​ທາງ​ດ້ານການ​ສຶກສາ-ວັດ
ທະນາ​ທຳ​ຂອງພວກ​ເຮົາ​ ຍັງ​ຂະ
ຫຍາຍຕົວ​ຊ້າ ​ແລະໃນ​ນີ້ ອັນ​ສຳ
ຄັນ​ກະ​ແມ່ນຄຸນ​ນະພາ​ບ​ຂອງການ
ຮຽນ ການ​ສອນບໍ່ທັນ​ສູງ, ການຮຽນພວກ​ເຮົາ​ນີ້​ ເອົາ​ໄປ​ທຽບ​ໃສ່​ກັບ​ນັກຮຽນ
ຕ່າງປະ​ເທດ ​ກະ​ມີ​ຜູ້​ເກັ່ງ​ຢູ່ແຕ່​ວ່າ​ມີໜ້ອຍ, ສ່ວນ​ຫລາຍ​ກະ​ແມ່ນລະດັບອ່ອນ
ອັນ​ນີ້ກະສະ​ແດງເຖິງ​ຄຸນ​ນະພາ​ບ​ຂອງນັກຮຽນພວກ​ເຮົານີ້ ຖື​ວ່າ​ຍັງ​ມີ​ບັນຫາ ​
ແລະ​ຍັງ​ຕໍ່າ.”

ເຖິງ​ແມ່ນ​ວ່າ​ໃນ​ປີ 2011 ທີ່ຜ່ານມາ ​ລາວ​ຈະມີ​ໂຮງຮຽນ​ປະຖົມ​ຢູ່​ 94% ຂອງ​ຈໍານວນ
ໝູ່​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະເທດ ແລະ​ໃນຂະນະ​ດຽວ​ກັນ ​ກໍ​ເຮັດ​ໃຫ້ 91.6% ຂອງເດັກ
ນ້ອຍໃນ​ໄວ​ຮຽນທັງ​ໝົດ​ ມີ​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ປະ​ຖົມ. ແລະ 68% ກໍ​ໄດ້​
ຮຽນ​ຈົນຈົບ​ມັດທະຍົມຕົ້ນກໍ​ຕາມ ຫາກ​ແຕ່​ວ່າໂອກາດໃນ​ການ​ໄດ້​ຮຽນ​ລະດັບ​ມັດທະຍົມ
ປາຍ​ແລະ​ລະດັບ​ປະລິນຍາ​ຕີນັ້ນ ກໍ​ຍັງ​ຄົງ​ມີ​ອັດຕາສະ​ເຫລ່ຍທີ່​ຕໍ່າ​ຫລາຍ​ ກັບ​ທັງ​ຍັງ​ປາ
ກົດ​ວ່າ​ ມີ​ຄຸນນະພາ​ບການສຶກສາ ​ໃນລະດັບ​ທີ່​ຕໍ່າ​ອີກ​ດ້ວຍ.

ການສະແດງສິນລະປະໃນງານສະ ເຫລີມສະຫລອງວັນເດັກແຫ່ງຊາດ ລາວໃນວັນທີ 1 ມິຖຸນາ, 2011
ການສະແດງສິນລະປະໃນງານສະ ເຫລີມສະຫລອງວັນເດັກແຫ່ງຊາດ ລາວໃນວັນທີ 1 ມິຖຸນາ, 2011

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ໄດ້​ດໍາ​ເນີນ​ການ​
ປະຕິຮູບທາ​ງດ້ານ​ການ​ສຶກສາ ​ດ້ວຍການເພີ່ມ​ປີ​ຮຽນ
ສໍາລັບຂັ້ນມັດທະຍົມ​ຕົ້ນ​ຂຶ້ນອີກ 1 ປີ ຊຶ່ງກໍ​ເປັນ​ຜົນ
ເຮັດ​ໃຫ້ການ​ຮຽນໃນລະດັບ​ມັດທະຍົມ​ຕົ້ນ​ ຈະ​ຕ້ອງ​
ໃຊ້​ເວລາ​ເພີ່ມ​ຂຶ້ນຈາກ​ເດີມ 3 ປີ ​ເປັນ 4 ປີ. ສ່ວນ
ການ​ຮຽນ​ໃນ​ລະດັບ​ປະ​ຖົມ​ກໍຍັງ​ຄົງຕ້ອງ​ໃຊ້​ເວລາ 5
ປີ ​ແລະ​ມັດທະຍົມປາຍ 3 ປີ​ເຊັ່ນເດີມນັ້ນ ກໍ​ຍັງມີ
ຄວາມແຕກ​ຕ່າງ​ກັບ​ປະ​ເທດ​ອື່ນໆ​ ໃນ​ກຸ່ມອາ​ຊ່ຽນ
ດ້ວຍ​ກັນ​ ເພາະວ່າ​ໃນ​ລະດັບປະຖົມ​ນັ້ນ ປະ​ເທດ​ສ່ວນ​ໃຫຍ່ຈະ​ມີ​ການ​ຮຽນ​-ການ​ສອນ
ເປັນ​ເວລາ 6 ປີ ຫາກ​ແຕ່​ຢູ່​ໃນ​ລາວ​ກໍ​ຍັງ​ຄົງ​ເປັນ 5 ປີ ​ເຊັ່ນເດີ​ມ ໂດຍ​ເຊື່ອ​ວ່າ​ມີ​ສາ
ເຫດ​ສໍາຄັນ ​ມາ​ຈາກ​ຂໍ້​ຈໍາ​ກັດ​ໃນ​ດ້ານ​ງົບປະມານ​ລາຍ​ຈ່າຍຂອງລັດຖະບານ​ລາວນັ້ນ​ເອງ.

ນອກນັ້ນ ການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ດັ່ງກ່າວ ກໍ​ຍັງເຮັດ​ໃຫ້ການ​ພັດທະນາ
ດ້ານການສຶກສາ ມີ​ຄວາມ​ແຕກໂຕນ​ກັນ​ຢ່າງ​ຫລວງຫລາຍ​ລະຫວ່າງ​ເຂດ​ໃນເມືອງ​ກັບ
ເຂດ​ຊົນນະບົດ ທັງນີ້ກໍເພາະ​ວ່າ ​ງົບປະມານ​ສໍາລັບ​ພັດທະນາ​ການ​ສຶກສາ​ຍັງ​ຄົງ​ບໍ່​ຕົກ​
ໄປ​ເຖິງ​ເຂ​ດຊົນນະບົດ​ຢ່າງ​ແທ້​ຈິງ.

ການຜະລິດຄໍາເພື່ອສົ່ງອອກ ຂອງບໍລິສັດບໍ່ຄໍາເຊໂປນ ຊຶ່ງເປັນອຸດ ສະຫະກໍາອັນນຶ່ງປະກອບສ່ວນເຮັດໃຫ້ເສດຖະກິດລາວຂະຫຍາຍຕົວ ທີ່ເປັນໂອກາດເຮັດໃຫ້ການສຶກສາຂອງລາວຂະຫຍາຍຕົວເຊັ່ນກັນ
ການຜະລິດຄໍາເພື່ອສົ່ງອອກ ຂອງບໍລິສັດບໍ່ຄໍາເຊໂປນ ຊຶ່ງເປັນອຸດ ສະຫະກໍາອັນນຶ່ງປະກອບສ່ວນເຮັດໃຫ້ເສດຖະກິດລາວຂະຫຍາຍຕົວ ທີ່ເປັນໂອກາດເຮັດໃຫ້ການສຶກສາຂອງລາວຂະຫຍາຍຕົວເຊັ່ນກັນ

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ
ລາວ​ກໍ​ຄາດ​ຫວັງ​ວ່າ​ ດ້ວຍ​
ການພັດທະນາ​ທາງ​ເສ​ດຖະ
ກິດ​ທີ່​ມີການ​ຂະ​ຫຍາ​ຍຕົວ
ເພີ່ມຂຶ້ນຢ່າງ​ຕໍ່​ເນຶ່ອງນັ້ນ ກໍ
ຈະ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະ
ບານ​ລາວ​ມີລາຍ​ຮັບ​ເຂົ້າງົບ
ປະມານ​ລາຍ​ຈ່າຍ​ສໍາລັບ​ການ
ພັດທະ​ນາ​ທາງດ້ານ​ການ​ສຶກ
ສາ​ຫລາຍ​ຂຶ້ນ​ເຊັ່ນ​ກັນ ໂດຍ​
ສໍາລັບ​ເປົ້າໝາຍຂອງ​ລັດຖະ
ບານ​ລາວ ​ນັບ​ຈາກ​ປີນີ້ໄປ​ຈົນ
ເຖິງ​ປີ 2015 ກໍ​ຄືການ​ເພີ່ມ
ງົບປະມານ​ ສໍາລັບ​ການ​ພັດທະນາ​ການ​ສຶກສາ​ໃຫ້​ເປັນ​ລະຫວ່າງ 18-20% ຂອງງົບປະ
ມານ​ລາຍ​ຈ່າຍ​ທັງໝົດໃນ​ແຕ່ລະ​ປີ ​ຫາກແຕ່​ໃນ​ໄລຍະ​ທີ່​ຜ່ານ​ມານີ້ ລັດຖະບານ​ລາວສາ
ມາດ​ຈັດ​ສັນ​ງົບປະມານໃຫ້​ແກ່ການ​ພັດທະນາ​ການ​ສຶກສາຂອງ​ຊາດ​ໄດ້​ ໃນອັດຕາສະ​ເລ່ຍ
ພຽງ​ແຕ່ 12% ​ຂອງງົບປະມານ​ລາຍ​ຈ່າຍ​ທັງໝົດ ໃນແຕ່ລະປີເທົ່ານັ້ນ.

XS
SM
MD
LG