ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີລາຍງານວ່າ ເກົາຫຼີເໜືອ ວາງແຜນທົດລອງ ລູກສອນໄຟ ລະຍະໄກ


ບັນດາລູກສອນໄຟ ທີ່ຖືກນຳມາສວນສະໜາມ ຢູ່ໃນນະຄອນ ພຽງຢາງ ເກົາຫລີເໜືອ ເມື່ອວັນທີ 10 ເດືອນຕຸບາ, 2015.
ບັນດາລູກສອນໄຟ ທີ່ຖືກນຳມາສວນສະໜາມ ຢູ່ໃນນະຄອນ ພຽງຢາງ ເກົາຫລີເໜືອ ເມື່ອວັນທີ 10 ເດືອນຕຸບາ, 2015.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ​ແລະ​ເກົາຫລີໃຕ້ ​ໃນ​ດ້ານ​ສ່ວນ​ຕົວ​
ແລ້ວ ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເກົາຫລີ​ເໜືອ​ກຳລັງກະກຽມຍິງ
​ລູກ​ສອນ​ໄຟໃນລະຫວ່າງ​ອາທິດ​ໜ້າ​ນີ້.

​ເຈົ້າ​ໜ້າ​ທີ່ ສະຫະລັດ ຄົນ​ໜຶ່ງ ທີ່​ບໍ່​ປະສົງ​ອອກ​ຊື່ ​ໄດ້​ກ່າວ​ຕໍ່ອົງ
ການ​ຂ່າວ​ຣອຍ​ເຕີ​ວ່າ ມີ​ການ​ສັງ​ເກດ​ເຫັນວ່າໄດ້​ມີການ​ເຄື່ອນ
ໄຫວເພີ້ມຂຶ້ນ ​ຢູ່​ໃນ​ເກົາຫລີ​ເໜືອ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວມມີ​
ການ​ກະກຽມ​ການ​ຍິງລູກ​ສອນ​ໄຟ​ຢູ່.

ລັດຖະບານ​ຍີ່ປຸ່ນ​ໄດ້​ອອກ​ປະກາດ​ໃນ​ວັນ​ສຸກ​ມື້ນີ້ ​ສັ່ງ​ໃຫ້​ຍິງ​ທຳ
ລາຍ​ລູກສອນ​ໄຟ ​ເພື່ອ​ເປັນ​ການ​ກະກຽມ​ຮັບ​ມື​ກັບ​ການຍິງ​ດັ່ງ
ກ່າວຂອງ​ເກົາຫລີ​ເໜືອ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ລາຍ​ງານ​ກ່ອນ​ໜ້ານີ້​ວ່າ ຮູບ​ພາບ​ຈາກ​ດາວ​ທຽມ ສະ​ແດງ​ໃຫ້​ເຫັນ​ວ່າ
​ເກົາຫລີເໜືອມີ​ທ່າ​ທາງ​ວ່າ ​ພວມ​ກະກຽມ​ ທີ່​ຈະ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລະຍະ​ໄກ
ຈາກ​ຖານ​ຍິງ​ Tongchang ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ເກົາຫລີ​ເໜືອ.

ຖານ​ຍິງ​ດັ່ງກ່າວ​ໄດ້​ໃຊ້ຍິງລູກ​ສອນໄຟ​ຂີ​ປະ​ນາ​ວຸດ ທີ່​ສາ​ມາດ​ເດີນທາງໄປ​ໄກ​ກວ່າ
10,000 ກິ​ໂລ​ແມັດ. ເກົາຫລີ​ເໜືອ​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວແມ່ນ​ຈະ​ຫລວດ ​ເພື່ອ​
ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອາ​ວະ​ກາດ. ​ແຕ່​ເກົາຫຼີ ໃຕ້ແລະ​ສະຫະລັດພ້ອມ​ທັງ​ບັນດາ​ປະ​ເທດ
​ອຶ່ນໆສົງ​ໄສ​ວ່າ ພຽງ​ຢາງກຳ ລັງ​ພັດທະນາ​ລູກ​ສອນ​ໄຟ ທີ່​ສາມາດ​ໃຊ້​ໂຈມ​ຕີຍີ່ປຸ່ນ ​ແລະ
​ສະຫະລັດ.

NOKOR Missile
please wait
Embed

No media source currently available

0:00 0:00:26 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG