ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນທີ່ຂັບເຮືອບິນ Asiana ລໍາທີ່ຕົກ ແມ່ນຢູ່ໃນລະຫວ່າງ ການເຝິກແອບ (ສະໄລດ໌/ວີດິໂອ)


ສາຍການ​ບິນ Asiana ເວົ້າວ່າ ນັກບິນທີ່​ຂັບເຮືອບິນທີ່ຕົກໃນ
ວັນເສົາຜ່ານມາ ຢູ່ສະໜາມ​ບິນນະຄອນ San Francisco ແມ່ນ
ກໍາລັງຢູ່ໃນການຝຶກຂັບເຮືອບິນ Boeing 777 ແລະກໍາລັງພະ
ຍາຍາມຈະນໍາ​ເອົາເຮືອບິນປະເພດນັ້ນ ລົງຈອດຢູ່ສະໜາມບິນ
ແຫ່ງດັ່ງກ່າວ ເປັນຄັ້ງທໍາອິດ.

ສາຍການ​ບິນ Asiana ທີ່ມີສໍານັກງານຕັ້ງຢູ່​ເກົາຫຼີ​ໃຕ້ ເວົ້າໃນ
ວັນຈັນມື້ນີ້ວ່າ ນັກບິນຄົນ​ນັ້ນ ມີປະສົບການໃນເຮືອບິນ
Boeing 777 43 ຊົ່ວໂມງ ແລະມີຊົ່ວໂມງບິນທັງໝົດຫລາຍ
ກວ່າ 9 ພັນ ຊົ່ວໂມງ. ນັກບິນອີກ​ຄົນ​ນຶ່ງທີ່ມີປະສົບປະການໃນ
ການຂັບຍົນລໍາ​ນັ້ນຫລາຍກວ່າ ປະຕິບັດໜ້າທີ່ເປັນຄູຝຶກ ແລະ
ເປັນນັກບິນຮ່ວມ ໃນຖ້ຽວບິນນັ້ນ.

ນັກສອບສວນສະຫະລັດເວົ້າວ່າ ມັນຍັງໄວເກີນໄປທີ່ຈະເວົ້າໄດ້ວ່າ ແມ່ນຫຍັງເປັນສາເຫດ
ພາໃຫ້ເຮືອບິນນີ້ຕົກ ແຕ່ກໍເວົ້າວ່າ ເຮືອບິນລໍາດັ່ງກ່າວບິນໃນລະດັບ “ຄວາມໄວທີ່ຕໍ່າ” ກວ່າຄວາມໄວເປົ້າໝາຍ “ຢ່າງຫລວງຫລາຍ” ໃນຂະນະທີ່ມັນໃກ້ ຈະບິນລົງເຖິງລານແລ່ນ
ຂອງເດີ່ນບິນ ແລະວ່າ ນັກບິນພະຍາຍາມ ທີ່ຈະຍົກ​ເລີກ ການ​ເອົາ​ເຮືອບິນລົງຈອດ.

ເຮືອບິນຂອງ ສາຍການ​ບິນ Asiana ຕົກ
please wait

No media source currently available

0:00 0:01:00 0:00

ທ່ານນາງ Deborah Hersman ປະທານຄະນະກໍາມະການຄວາມປອດໄພດ້ານການ
ຂົນສົ່ງແຫ່ງຊາດ ຫລື NTSB ໃນວັນອາທິດວານນີ້ວ່າ ສຽງຄໍາເວົ້າຮ້ອງຂໍ ໃຫ້ຍົກ​ເລີກ​ການລົງຈອດ ດັງ​ຂຶ້ນໃນເວລາພຽງແຕ່ 1 ວິນາທີ​ເຄິ່ງ ກ່ອນອຸປະຕິເຫດເກີດຂຶ້ນ ຊຶ່ງວ່າ
ມັນຊ້າເກີນໄປ ເພື່ອຈະຫລີກລ່ຽງການຕົກລົງ​ຂອງ​ເຮືອບິນ ທີ່ໄດ້ເຮັດໃຫ້ສອງຄົນເສຍຊີວິດ
ແລະອີກຫລາຍສິບຄົນໄດ້ຮັບບາດເຈັບນັ້ນ. ທ່ານນາງເວົ້າວ່າ ບໍ່ພໍເທົ່າໃດວິນາທີ ກ່ອນ
ໜ້ານັ້ນ ມີສຽງຄອມ​ພິວ​ເຕີ້ເຕືອນວ່າ “ເຄື່ອງຈັກຢຸດ​ແລ່ນ” ຢູ່ໃນຫ້ອງຂັບເຮືອບິນ.

​ຜູ້​ໂດຍສານທີ່ເສຍຊີວິດແມ່ນສາວນ້ອຍຈີນ ອາຍຸ 16 ປີ ສອງຄົນ ຊຶ່ງຢູ່ໃນກຸ່ມນັກຮຽນ ທີ່ມີ
30 ຄົນ ແລະນາຍຄູຂອງເຂົາເຈົ້າ ຈາກແຂວງ Zhejiang ທາງພາກຕາເວັນອອກຂອງ
ຈີນ ທີ່ພາກັນມາຕັ້ງແຄມລະດູຮ້ອນ​ ຮຽນ​ພາສາ​ອັງກິດ ຢູ່​ສະຫະລັດ.

​ເຮືອບິນລໍາ​ດັ່ງກ່າວ ​ໄດ້​ບິນອອກ​ຈາກ​ເມືອງ Shanghai ປະ​ເທດ​ຈີນ ​ແລະ​ໄດ້​ຢຸດແວ່​
ນະຄອນຫລວງ Seoul ​ເກົາຫຼີ​ໃຕ້ ກ່ອນ​ຈະ​ມຸ້ງ​ໜ້າ​ໄປ​ຍັງ​ຈຸດໝາຍ​ປາຍທາງ ຄື San Francisco ​ລັດ California ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດນັ້ນ.



ປະທານາທິບໍດີບາຣັກ ໂອບາມາ ໄດ້ສະແດງຄວາມເສົ້າສະຫລົດໃຈນໍາຜູ້ໄດ້ຮັບເຄາະຮ້າຍ
ແລະຄອບຄົວຂອງພວກເຂົາເຈົ້າ ແລະປະທານາທິບໍດີ Xi Jinping ຂອງຈີນກໍໄດ້ສະແດງ
ຄວາມເສົ້າສະຫລົດໃຈເຊັ່ນກັນ. ສື່ຂອງຈີນເວົ້າວ່າ ທ່ານ Xi ໄດ້ສັ່ງໃຫ້ຄະນະການທູດຂອງ
ຈີນ ເຮັດທຸກສິ່ງທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອຊ່ວຍເຫລືອຜູ້ທີ່ຍັງມີຊີວິດລອດຢູ່ນັ້ນ.

XS
SM
MD
LG