ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເຮືອບິນຂອງ ສາຍການບິນ Emirates ຕົກທີ່ເດີ່ນເຮືອບິນ Dubai


ຮູບພາບທີ່ເຫັນຈາກ ວີດີໂອ ເຫັນຄວັນໄຟສີດຳ ພູ້ງຂຶ້ນຈາກສາຍ ການບິນ Emirates.
ຮູບພາບທີ່ເຫັນຈາກ ວີດີໂອ ເຫັນຄວັນໄຟສີດຳ ພູ້ງຂຶ້ນຈາກສາຍ ການບິນ Emirates.

ສາຍ​ການບິນ Dubai ທີ່​ມີຫ້ອງການ​ຢູ່ Emirates ກ່າວ​ວ່າ “ອຸປະຕິ​ເຫດ” ​ໄດ້​ເກີດ​ຂຶ້ນ​ຢູ່​ເດີ່ນ​ບິນ​ໃນ Dubai ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ເຮືອບິນ​ລຳ​ນຶ່ງ​ຂອງ​ຕົນໄດ້​ປະສົບ​ກັບ "ອຸ​ປະຕິ​ເຫດ​ໃນ​ເວລາ​ລົງເດີ່ນ.”

ອຸປະຕິ​ເຫດ​ໄດ້​ເກີດ​ຂຶ້ນ​ກ່ອນບ່າຍ 1 ​ໂມງ​ ຕາມ​ເວລາ​ທ້ອງ​ຖິ່ນ ​ແລະ​ໄດ້​ພົວພັນ​ກັບ​ການ ບິນ​ທີ່ມາ​ຈາກ Thiruvananthapuram ​ໃນ​ພາກ​ໃຕ້​ອິນ​ເດຍ. ມີ​ຜູ້​ໂດຍສານ 275 ຄົນ​ຢູ່​ໃນ​ເຮືອບິນ ຊຶ່ງ​ທັງ​ໝົດ​ໄດ້​ອອກ​ຈາກ​ເຮືອບິນ​ດ້ວຍ​ຄວາມ​ປອດ​ໄພ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ລັດຖະບານ Dubai.

ຫ້ອງການ​ສື່​ມວນ​ຊົນ Dubai ກ່າວ​ຢູ່​ໃນບັນຊີ Twitter ວ່າ “​ເຮື​ອບິນ​ສາຍ​ການບິນ Emirates ​ທີ່​ມາ​ຈາກ​ອິນ​ເດຍ ​ໄດ້​ພົວພັນ​ກັບ​ອຸປະຕິ​ເຫດ​ລົງ​ເດີ່ນ ບິນສາກົນ​ທີ່ Dubai​. ຜູ້​ໂດຍສານ​ທັງ​ໝົດ​ໄດ້​ຖືກ​ກູ້​ໄພໄວ້​ຢ່າງ​ປອດ​ໄພ ​ແລະ​ບໍ່​ມີ​ລາຍ​ງານ​ການໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດ.”

ບັນດາ​ຜູ້ໃຊ້​ສື່​ມວນ​ຊົນ​ໄດ້​ຕິດ​ຕັ້ງ​ຮູບ​ພາຍ​ວິ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ຄວັນ​ສີດຳ​ອອກ​ມາ​ຈາກ​ເຮືອບິນ. ພວກ​ເຈົ້າ​ໜ້າ​ທີ​ການບິນ ​ແລະ​ເດີ່ນ​ບີນສາກົນ Dubai ບໍ່​ໄດ້​ເຜິ​ຍ​ແບ​ລາຍ​ລະອຽດ​ໂດຍ​ທັນ​ໃດ ກ່ຽວ​ກັບ​ອຸປະຕິ​ເຫດຄັ້ງນີ້.

​ເດີ່ນ​ບິນ​ສາກົນ Dubai ​ເປັນ​ເດີ່ນ​ບິນ​ທີ່​ໃຫຍ່​ສຸດ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ​ເປັນ​ເດີ່ນ​ບິນ​ທີ່ມີ​ການ​ເດີນທາງ​ຫລາຍ​ທີ່​ສຸດ​ໃນ​ໂລກ. ​ເດີ່ນ​ບິນ​ກ່າວ​ຢູ່​ໃນ Twitter ວ່າ ການ​ປະຕິບັດ​ງານ​ທຸກ​ຢ່າງ​ໄດ້ເປັນ​ຜົນ​ກະທົບຈາກ​ເຮືອບິນ​ຕົກ ​ແລະ​ການເດີນ ທາງ​ອອກຂອງ​ສາຍ​ການ ບິນ​ຈະມີ​ການ​ລ້າ​ຊ້າ “ຈົນ​ກວ່າຈະແຈ້​ງ​ໃຫ້​ຊາບ​ຕໍ່ໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG