ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມກໍ່ການຮ້າຍ PKK ຖືກກ່າວຫາ ໂຈມຕີດ້ວຍ ລົດລະເບີດ ຢູ່ພາກ ຕາເວັນອອກ ສຽງໃຕ້ ເທີກີ


ຕຳຫຼວດເທີກີ ຢືນຍາມ ຢູ່ໃນເມືອງ Sur ຢູ່ພາຍໃຕ້ ຊຶ່ງມີການ ຫ້າມອອກເຮືອນ ໃນບາງສ່ວນຢູ່ໃນເຂດ ທີ່ມີຊາວເຄີດອາໄສຢູ່
ສ່ວນໃຫຍ່ ຂອງແຂວງ Diyarbaki ຢູ່ທາງພາກຕາເວັນອອກ ສຽງໃຕ້ຂອງເທີກີ, ວັນທີ 12 ມັງກອນ 2016.
ຕຳຫຼວດເທີກີ ຢືນຍາມ ຢູ່ໃນເມືອງ Sur ຢູ່ພາຍໃຕ້ ຊຶ່ງມີການ ຫ້າມອອກເຮືອນ ໃນບາງສ່ວນຢູ່ໃນເຂດ ທີ່ມີຊາວເຄີດອາໄສຢູ່ ສ່ວນໃຫຍ່ ຂອງແຂວງ Diyarbaki ຢູ່ທາງພາກຕາເວັນອອກ ສຽງໃຕ້ຂອງເທີກີ, ວັນທີ 12 ມັງກອນ 2016.

ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ​ກ່າວ​ໃນ
​ວັນ​ພະຫັດ​ມື້ນີ້ວ່າ ພວກ​ຫົວ​ຮຸນ​ແຮງຈາກ​ພັກ​ກຳມະກອນ
Kurdistan ຫຼື PKK ທີ່​ທາງ​ການ​ຫ້າມ​ນັ້ນ​ໄດ້ ສັງຫານ 6 ຄົນ
ແລະ​ອີກ​ 39 ຄົນ ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລົດ
​ລະ​ເບີີດ.

​ເຫດ​ລະ​ເບີດ​ດັ່ງກ່າວ ​ເກີດ​ຂຶ້ນ​ເມື່ອ​ຄືນ​ແລ້ວນີ້ ທີ່​ເມື​ອງ Cinar
​ໃນ​ແຂວງ Diyarbakir.

ຖະ​ແຫລ​ງການ​ຈາກ​ຫ້ອງການ​ຂອງ​ເຈົ້າ​ແຂວງ ກ່າ​ວວ່າ ການ​
ໂຈມ​ຕີ​ໃນ​ຄັ້ງນີ້​ແມ່ນ​ແນ​ໃສ່​ປ້ອມ​ຕຳຫຼວດ​ ​ແລະ ​ເຮືອນ​ຢູ່​ຂອງ
​ພວກ​ເຈົ້າໜ້າ​ທີ່​ພ້ອມ​ທັງ​ຄອບຄົວ ທີ່​ຕັ້ງຢູ່​ໃກ້​ຄຽງ.​ ນອກຈາກ​ລະ​ເບີດ​ແລ້ວ ພວກ​ຫົວ​
ຮຸນ​ແຮງ ຍັງ​ໂຈມ​ຕີ​ສະ​ຖານ​ທີ່ ດັ່ງ​ກ່າວ​ດ້ວຍ​ອາວຸດ​ປືນນຳ​ດ້ວຍ.

ກຳລັງ​ເທີ​ກີ​ໄດ້​ເປີດ​ສາກ​ໂຈມ​ຕີ​ຮອບ​ໃໝ່​ຕໍ່​ກຸ່ມ PKK ​ໃນ​ເດືອນ​ກໍລະກົດ​ປີ​ກາຍ ​ໃນ​ພາກ​ຕາ​ ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ​ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້ການຢຸດ​ຍິງທີ່​ມີ​ມາ​ເປັນ​ເວລາ​ສອງ​ປີກ​ວ່າໆ ລະຫວ່າງ​ພວກ​ຫົວ​ຮຸນ​ແຮງ​ ແລະ​ ລັດຖະບານ ​ແຕກ​ຫັກ​ລົງ.​ ປະທາ​ນາ​ທິບໍດີ Recep Tayyip Erdogan ຍັງ​ໃຫ້​ຄຳ​ໝັ້ນ ສັນຍາ​ຕື່ມ​ອີກ​ໃນ​ເ​ດືອນພະຈິກ​ ທີ່​ຈະ​ສືບ​ຕໍ່​ບຸກ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ ​ຈົນ​ກວ່າ​ຈະສາ ມາດ​ເອົາ​ຊະນະ​ພວກ​ເຂົາໄດ້.

ທັງ​ເທີ​ກີ ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ຕ່າງ​ກໍ​ຖື​ວ່າ​ PKK ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.ບັນຫາ​ຂັດ​ແຍ້​ງລະຫວ່າງ​ເທີ​ກີ ​ແລະ​ກຸ່ມ PKK ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ ແລ້ວ​ 40,000 ຄົນ​ ນັບ​ແຕ່​ປີ​ 1984 ​ເປັນຕົ້ນມາ.

Turkey Blast
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG