ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ້າວ Oscar Pistorius ປະເຊິນ ຂໍ້ຫາ ຄາດຕະກໍາ (ສະໄລດ໌)


ນັກແລ່ນໂອລິມປິກ ທີ່ໃສ່ຂາເຫລັກ ທ້າວ Oscar Pistorius ກໍາລັງປະເຊິນໜ້າໃນຂໍ້ຫາ ຄິດກຽມຄາດຕະກໍາ ຜູ້ສາວຂອງລາວ
ນັກແລ່ນໂອລິມປິກ ທີ່ໃສ່ຂາເຫລັກ ທ້າວ Oscar Pistorius ກໍາລັງປະເຊິນໜ້າໃນຂໍ້ຫາ ຄິດກຽມຄາດຕະກໍາ ຜູ້ສາວຂອງລາວ
ນັກ​ແລ່ນໂອ​ລິ​ມປິກອາ​ຟຣິກາ​ໃຕ້ ທ້າວ Oscar Pistorius ​
ປະ​ເຊີນ​ກັບ​ຂໍ້​ຫາ​ຄາດ​ຕະກໍາ​ທີ່​ມີ​ການຄິດ​ກຽມ​ໄວ້​ກ່ອນ ທີ່​ພົວ
ພັນ​ກັບ​ການຕາຍ​ຂອງ​ຜູ້​ສາວ​ຂອງ​ລາວ ນາງ Reeva
Steenkamp ນັ້ນ.

​ຈ່າ​ສານທີ່​ຮັບ​ຟັງຄໍາ​ໃຫ້ການ ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ວ່າ
ຄວນ​ຈະ​ໃຫ້​ປະກັນ​ໂຕ ທ້າວ Pistorius ຫລື​ບໍ່​ນັ້ນ​ ໄດ້​ລົງ​
ຄວາມ​ເຫັນວ່າ ຂໍ້​ຫາ​ຄິດ​ກຽມການ​ໄວ້​ກ່ອນ​ນັ້ນ ບໍ່ສາມາດ​ທີ່​
ຈະ​ຕັດ​ອອກ​ໄດ້ ​ແຕ່​ວ່າ​ຂໍ້​ຫາ​ດັ່ງ ກ່າວ ສາມາດ​ຫລຸດ​ລະດັບ
​ລົງ​ໄດ້​ໃນ​ພາຍຫລັງ. ຂໍ້​ຫາ​ຄາດ​ຕະກໍາ​ທີ່​ມີ​ການ​ຄິດ​ກຽມ​ໄວ້​
ລ່ວງ​ໜ້າ​ນັ້ນ ​ມີ​ໂທດ​ໜັກ​ເຖິງ​ຂັ້ນ​ຈໍາ​ຄຸ​ຕະຫລອດ​ຊີວິດ​ໄດ້.
ທ້າວ Pistorius ຮ້ອງ​ໄຫ້ອອກ​ມາ​ ເວລາຈ່າ​ສານ​ລົງ​ຄວາມ
​ເຫັນ​ດັ່ງກ່າວ.

ທະນາຍຄວາມ​ຂອງ​ ທ້າວ Pistorius ໂຕ້​ແຍ້​ງວ່າ ການ​ຍິງ​ກັນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດ​ຜ່ານ​ມາ​ ຢູ່​ບ້ານ​ຂອງທ້າວ Pistorius ນັ້ນ ​ເປັນ​ອຸບັດ​ຕິ​ເຫດ ບໍ່​ແມ່ນ​ການ​ຄາດ​ຕະກໍາ ແລະວ່າ ລູກ​ຄວາມ​ຂອງ​ລາວ ຄວນ​ໄດ້​ຮັບ​ອະນຸ​ຍາດ​ໃຫ້​ປະກັນ​ໂຕ​ໄດ້.

​ແຕ່​ຝ່າຍ​ໄອ​ຍະ​ການໄດ້​ໃຫ້ການ​ທີ່​ແຕ່ງ​ແຕກ​ໄປ ​ໂດຍ​ກ່າວ​ວ່າ ທ້າວ Pistorius ​ໄດ້ໃສ່​ຂາ​ທຽ​ມຂອງ​ລາວ ​ແລ້ວ​ຍ່າງ​ເຈັດ​ແມ​ດ​ໄປ​ຫາຫ້ອງ​ນໍ້າ ຢູ່​ອີກ​ຟາກ​ນຶ່ງ​ຂອງ​ຫ້ອງ​ນອນ ​ແລ້ວ​ຍິງ​ປືນ​ສີ່​ນັດໃສ່ຜູ້​ສາວ ຜ່ານປະຕູ​ຫ້ອງ​ນໍ້າ​ທີ່​ໃສ່​ໄລໄວ້ນັ້ນ. ​

ພວກ​ສືບ​ສວນ​ຄະດີ​ໄດ້ກ່າວ​ວ່າ ນາງ Steenkamp ​ໄດ້​ຖືກ​ຍິງໂດຍ​ປືນ 9 ມິລ​ລີ​ແມດ ທີ່​ລົງທະບຽນ​ເປັນ​ຂອງ ທ້າວ Pistorius.

ສຽງຮ້ອງໂຮປະທ້ວງຂອງແມ່ຍິງ....

​ໃນ​ຂະນະ​ທີ່​ມີ​ການ​ຮັບ​ຟັງ​ຄໍາ​ໃຫ້ການ​ເລື້ອງ​ການ​ປະກັນ​ໂຕ​ຢູ່​ນັ້ນ ສື່​ມວນ​ຊົນ​ນາໆ​ຊາດ​ຈໍານວນຫລວງຫລາຍ​ ພາກັນ​ຍູ້​ກັນ​ເຂົ້າ​ໄປ​ໃນ​ຫ້ອງ​ສານ ​ແລະ​ກຸ່ມ​ຜູ້ຍິງ​ກຸ່ມ​ນຶ່ງ​ພາກັນ
ຮ້ອງ​ເພງແລະ​ຮ້ອງ​ໂຮ​ຢູ່​ນອກໂຮງສານ ປະ​ທ້ວງ ການ​ທໍາຮ້າຍ ຂົ່ມເຫັງ ແລະຄາດຕະ
ກໍາ ບັນດາ​ຜູ້ຍິງໂດຍສາມີ​ຫລື​ຜູ້​ບ່າວ​ຂອງ​ເຂົາ​ເຈົ້າ ​ແລະການຂົ່ມຂືນຊໍາ​ເລົາ​ຜູ້ຍິງ.

XS
SM
MD
LG