ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ຕັດສິນວ່າ ທ້າວ Pistorius ມີຄວາມຜິດ ຖານຂ້າຄົນ ດ້ວຍຄວາມປະໝາດ (ສະໄລດ໌/ວີດີໂອ)


ດາຣານັກ​ແລ່ນ​ແລະລານ ອາ​ຟຣິກາ​ໃຕ້ ທ້າວ Oscar Pis-
torius ຟັງການຕັດສິນຈາກສານ
ດາຣານັກ​ແລ່ນ​ແລະລານ ອາ​ຟຣິກາ​ໃຕ້ ທ້າວ Oscar Pis- torius ຟັງການຕັດສິນຈາກສານ

ດາຣາ ນັກ​ແລ່ນ​ແລະລານ ອາ​ຟຣິກາ​ໃຕ້ ທ້າວ Oscar Pis-
torius ​ໄດ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໃນຖານຂ້າຄົນດ້ວຍ
ຄວາມປະໝາດແ​ຕ່​ໄດ້​ລອດພົ້ນຈາກ​ຂໍ້ຫາຄາດຕະກຳທີ່ຮ້າຍ
ແຮງກວ່າອື່ນໆ ​ທີ່ພົວພັນ​ກັບ​ການ​ສັງຫານຄົນ​ຮັກ​ຂອງ​ລາວ.

ຜູ້​ພິພາກສາ Thokozile Masipa ​ໄດ້​ອອກ​ຄຳ​ຕັດສິນ ທີ່ມີ
ການ​ລໍຖ້າ​ມາ​ເປັນ​ເວລາດົນ​ນານແລ້ວ ​ໃນ​ວັນ​ສຸກ​ມື້​ນີ້ ຕໍ່ນັກ
​ແລ່ນໂອລິມປິກ ທີ່​ຮູ້​ກັນ​ໃນນາມ “the blade runner” ທີ່ໄດ້​
ຍິງ ​ແລະ​ສັງຫານ​ນາງ​ແບບ Reeva Steenkamp ຢູ່​ທີ່​ເຮືອນ​
ຂອງ​ລາວ ​ໃນ​ເດືອນ​ກຸມພາ ປີ 2013.

ທ້າວ Pistorius ອາຍຸ 27 ປີ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກຫຍັງຫຼາຍອອກ​ມາ​ ​ໃນ​ຂະນະ​ທີ່ຜູ້​ພິພາກສາ ອ່ານ​ຄຳ​ຕັດສິນ.

ຜູ້​ພິພາກສາ Masipa ກ່າວ​ວ່າ “​ໃນ​ຄວາມ​ຜິດ​ຂໍ້​ທີນຶ່ງ ການ​ຄາດ​ຕະກໍາ ທີ່​ກ່າວຢູ່​ໃນ​ວັກ
51 ຂີດ 1 ຂອງ​ກົດໝາຍ​ອາຍາ ສະບັບດັດແປງແກ້ໄຂ​ 105 ຂອງ​ປີ 1997 ນັ້ນ ຜູ້​ຖື​ກ່າວ​
ຫາພົບ​ວ່າ ບໍ່​ມີ​ຄວາມ​ຜິດ ​ແລະ​ຖືກ​ປ່ອຍ​ໂຕ. ​ແຕ່ຜູ້ກ່ຽວໄດ້ ຖືກພົບ​ເຫັນວ່າ ​ມີ​ຄວາມ​ຜິດ
ໃນຖານຂ້າຄົນຕາຍ ດ້ວຍຄວາມປະໝາດ.”

ບັນດາ​ໄອ​ຍະ​ການ ​ໄດ້ໂຕ້​ຖຽງວ່າ ທ້າວ Pistorius ໄດ້ກະທຳໂດຍ​ເຈດ​ຕະນາ ​ເວລາ​ລາວ
​ຍິງນາງ Steenkamp ຜ່ານ​ປະຕູ​ຫ້ອງ​ນໍ້າ ທີ່​ປິດ​ໄວ້​ຢູ່​ທີ່​ເຣືອນຂອງ ລາວທີ່ນະຄອນ Pretoria. ທ້າວ Pistorius ກ່າວ​ວ່າ ລາ​ວຄິດ​ວ່າ ລາວ​ຍິງໃສ່​ຜູ້​ບຸກລຸກ​ເຂົ້າ​ມາ ​ໃນ​ຕອນ​ກາງຄືນ.

ຜູ້​ພິພາກສາ Masipa ກ່າວ​ວ່າ ທ້າວ Pistorius ບໍ່​ໄດ້​ກະທຳ​ຢ່າງມີ​ເຫດຜົນ ​ເວລາ​ລາວ​ຍິງ
​ເຂົ້າໃສ່​ປະຕູ​ຫ້ອງ​ນໍ້າ ໂດຍຮູ້​ວ່າ​ມີ​ຄົນ​ຢູ່ຂ້າງໃນ​ ​ແລະ​ອາດ​ຈະ​ຖືກຂ້າ​ຕາຍ. ​ແຕ່ທ່ານນາງ
ກ່າວວ່າ ລາວ​ຍັງ​ບໍ່​ໄດ້ກະທຳທີ່ຄ້າຍຄືກັນກັບ​ຜູ້​ໃດ​ຜູ້​ນຶ່ງ​ ທີ່​ເຈດ​ຕະນາ​ທຳການຄາດຕະກຳ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ລາວ​ໄດ້​ຮ້ອງຫາ​ ພວກເຈົ້າ​ໜ້າ​ທີ່ຢ່າງ​ວ່ອງ​ໄວ ​ແລະ​ພະຍາຍາມ ​ຊ່ອຍ
ໃຫ້ນາງ Steenkamp ຟື້ນໂຕຄືນມາ.

ຢູ່ອາຟຣິກາໃຕ້ ການຂ້າຄົນດ້ວຍຄວາມປະໝາດ ຫຼື Culpable homicide ແມ່ນສາມາດ
ໄດ້ຮັບໂທດໜັກຕິດຄຸກເຖິງ 15 ປີ. ຜູ້ພິພາກສາຕັດສິນວ່າທ້າວ Pistorius ສາມາດໄດ້ຮັບ
ການປະກັນໂຕ ໂດຍບໍ່ຕ້ອງເຂົ້າຄຸກເທື່ອ ຈົນເທົ່າມີ ການຕັດສິນລົງໂທດ ຊຶ່ງກຳນົດໃສ່ວັນ
ທີ 13 ຕຸລາຈະມານີ້.

SOUTH AFRICA PISTORIUS SOTVO
please wait

No media source currently available

0:00 0:00:48 0:00

XS
SM
MD
LG