ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂຈນທະເລ ຢຸດຮາວີເຂດເອເຊຍອາຄະເນ ແຕ່ວ່າ ໄປອາລະວາດຢູ່ອ່າວກີນີ


ໜ່ວຍກ້າຕາຍເທີກີ (ຊ້າຍ) ແນປືນຢູ່ກໍ້າຊ້າຍໄປໃສ່ ພວກໂຈນທະເລ ຫ້າຄົນ ຢູ່ອ້ອມແອ້ມອ່າວ Aden.
ໜ່ວຍກ້າຕາຍເທີກີ (ຊ້າຍ) ແນປືນຢູ່ກໍ້າຊ້າຍໄປໃສ່ ພວກໂຈນທະເລ ຫ້າຄົນ ຢູ່ອ້ອມແອ້ມອ່າວ Aden.

ຈຳນວນການໂຈມຕີຂອງໂຈນທະເລໄດ້ເພີ້ມຂຶ້ນຢ່າງຫລວງຫລາຍຢູ່ໃນອ່າວກີນີ ໃນປີນີ້ ຊຶ່ງກົງກັນຂ້າມກັບອັນທີ່ເຫັນວ່າເປັນການຫລຸດລົງ ຢ່າງໜ້າສັນລະເສີນຂອງອາດສະຍາ ກຳທາງທະເລຢູ່ແຫ່ງອຶ່ນໆໃນໂລກ. ນັກຂ່າວ ວີໂອເອ Steve Herman ລາຍງານຈາກ ຫ້ອງການເອເຊຍອາຄະເນ ທີ່ບາງກອກ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ອ້າງອີງຕາມລາຍງານທີ່ຫາກໍ່ເຜີຍແຜ່ ການໂຈມຕີຕ້ານການວາງທໍ່ນໍ້າມັນ ແລະ ໂຮງງານ ຜະລິດຢູ່ຕາມຊາຍຝັ່ງອ້ອມແອ້ມແຫລມໄນເຈີ ໄດ້ເພີ້ມຂຶ້ນໃນ ສາມເດືອນ ທີ່ຜ່ານມາຂອງ ປີ 2016 .ແລະນັ້ນເປັນການເຮັດໃຫ້ບັນດາບໍລິສັດ ຕ່າງປະເທດ “ບໍ່ແນ່ໃຈໃນການມາລົງ ທຶນຢູ່ໃນຂົງເຂດດັ່ງກ່າວ ເນື່ອງຈາກ ຄວາມຢ້ານກົວ ທີ​ຈະໄດ້ຮັບຄວາມເສຍຫາຍດ້ານ ການເງິນ ແລະທາງ​ພະລາ​ທິ ການທະຫານ.”

ທ່ານ Ian Millen ຫົວໜ້າບໍລິຫານ Dryad ທີ່ປຶກສາທາງທະເລ ທີ່ນະຄອນຫລວງລອນ ດອນ ກ່າວວ່າ “ມັນເປັນການງ່າຍ ມັນໄດ້ຜົນດີ ທັງບໍ່ໄດ້ສ່ຽງຫຼາຍ. ພວກໂຈນເຫລົ່ານີ້ ທັງພາກັນປະຕິບັດງານຕອນກາງເວັນ ແລະເຮັດວຽກເກືອບວ່າບໍ່ໄດ້ ຮັບໂທດໃດໆ ເລີຍ."

ໄດ້ມີການໂຈມຕີກຳປັ່ນສິນຄ້າ 14 ເທຶ່ອຢູ່ນອກພວກແມ່ນໍ້າໄນຈີເຣຍ ແລະ ລັດຕ່າງໆ ຂອງ Bayelsa ເຖິງຢ່າງໃດກໍດີ ການໂຈມຕີແປດເທຶ່ອໃນນັ້ນ ໄດ້ຖືກພວກລູກເຮືອຂັບ ໄລ່ໜີ ໂດຍໃຊ້ມາດຕະການຫລົບຫລີກ ແຕ່ວ່າຫົກເທຶ່ອແມ່ນໄດ້ແມ່ນເປັນຜົນສຳເລັດ. ໃນຈຳນວນນັ້ນ ພວກລູກເຮືອ 23 ຄົນໄດ້ຖືກລັກພາໂຕໄປເພື່ອຮຽກເອົາຄ່າໄຖ່.

ໜ່ວຍຕໍ່ຕ້ານກໍ່ການຮ້າຍຟິລິບປີນ ແລະໜ່ວຍຍາມຝັ່ງຍີ່ປຸ່ນ ກຳລັງເຝິກຊ້ອມຕ້ານໂຈນທະເລຮ່ວມກັນ.
ໜ່ວຍຕໍ່ຕ້ານກໍ່ການຮ້າຍຟິລິບປີນ ແລະໜ່ວຍຍາມຝັ່ງຍີ່ປຸ່ນ ກຳລັງເຝິກຊ້ອມຕ້ານໂຈນທະເລຮ່ວມກັນ.

ອີງຕາມລາຍງານຂອງ Dryad ແລ້ວແມ່ນວ່າ ພວກເດີນເຮືອທະເລຢູໂຣບ ແລະອາເມຣິ ກັນ ຍັງເຫັນວ່າເປັນເປົ້າໝາຍທີ່ຫລູຫລາໃນການລັກພາໂຕຜູ້ຄົນໄປເພື່ອຣຽກຄ່າໄຖ່. ທ່ານ Millen ໄດ້ໃຫ້ການທຳນາຍຕໍ່ ວີໂອເອ ແບບປະສົມປະສານສຳລັບຫລາຍໆ ເດືອນ ຕໍ່ໜ້າ ຢູ່ທາງພາກເໜືອສຸດໃນເຂດຮ້ອນຂອງມະຫາສະໝຸດ Atlantic.

ໂຈນທະເລໂຊມາລີ ຢືນຢູ່ຫາດຊາຍໃກ້ກັບເຮືອຫາປາໃຕ້ຫວັນ.
ໂຈນທະເລໂຊມາລີ ຢືນຢູ່ຫາດຊາຍໃກ້ກັບເຮືອຫາປາໃຕ້ຫວັນ.

ທ່ານ Millen ກ່າວວ່າ “ຢູ່ໃນອ່າວກີນີລະດັບຄວາມເປັນຫ່ວງນັ້ນກໍຄືພວກເຮົາອາດ ເຫັນ ການລັກພາໂຕຫລາຍຂຶ້ນຂ່າວດີກໍຄືເຮົາອາດເຫັນການຈີ້ກຳປັ່ນນໍ້າມັນນ້ອຍ ລົງ. ອ້າງ ອິງຕາມບັນດານັກວິເຄາະ ທະຫານເຮືອໄນຈີເຣຍບໍ່ໄດ້ໃຫ້ການຕອບໂຕ້ ເທົ່າໃດ ແລະຂາດສະມັດຕະພາບປະເຊີນໜ້າກັບພວກໂຈນທະເລ."

ລະຫວ່າງໄຕມາດທຳອິດຂອງປີນີ້ ມີພຽງແຕ່ 11 ກໍລະນີກະທຳຄວາມຜິດທາງທະເລ ທີ່ ຖືກລາຍງານຢູ່ໃນເອເຊຍອາຄະເນ ປຽບທຽບໃສ່ 35 ເທຶ່ອໃນລະຍະດຽວກັນຂອງປີກາຍ ນີ້ ອ້າງອີງຕາມລາຍງານຢູ່ທົ່ວໂລກໂດຍ Dryad ທີ່ປຶກສາທາງທະເລເຜິຍແຜ້ໃນຕອນ ເຊົ້າວັນອັງຄານທີ່ນະຄອນຫລວງລອນດອນ.

ເຖິງເທົ້າປັດຈຸບັນ ທ່າເຮືອນະຄອນ Jakatar ໃນເອເຊຍອາຄະເນເປັນບ່ອນເກີດອຸບັດ ເຫດຫລາຍກວ່ານຶ່ງເທຶ່ອ ທີ່ໄດ້ລາຍງານໃນປີນີ້.

ການກະທຳຄວາມຜິດທາງທະເລຢຸ່ທົ່ວໂລກ ໄດ້ດຳເນີນຫລຸດລົງພຽງແຕ່ 15 ອຸບັດເຫດ ທີ່ໄດ້ລາຍງານຕໍ່ Dryad ໃນໄຕມາດທຳອິດຂອງປີນີ້ ສ່ວນໃຫຍ່ ຂອງເລື້ອງເຫລົ່ານີ້ ອຸບັດເຫດແປດເທຶ່ອແມ່ນການ​ໂຈມຕີ​ເຮືອ​ສ່ວນ​ໂຕ​ຢູ່​ທະ​ເລ Caribbean​.

XS
SM
MD
LG