ລິ້ງ ສຳຫລັບເຂົ້າຫາ

ILO ຈະທົດລອງ ຊ່ວຍປັບປຸງ ໂພຊະນາການຂອງ ຄົນງານຕັດຫຍິບຂະເໝນ


ການ​ສຶກສາ​ບັ້ນ​ນຶ່ງ ​ໂດຍ​ອົງການ​ແຮງ​ງານ​ສາກົນ ຫລື ILO
(International Labor Organization) ຂອງອົງການ​ສະຫະ
​ປະຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ວ່າ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ພວກ​ຄົນ
​ງານ​ຕັດຫຍິບ​ຂະ​ເໝນ ​ບໍ່​ໄດ້​ກິນ​ອາຫານທີ່​ມີ​ຄຸນຄ່າ​ທາງ​ໂພ​ສະ
ນາການ​ຢ່າງ​ພຽງພໍ ​ແລະ​ເພາະ​ສະ​ນັ້ນ ຫລາຍໆ​ຄົນ​ຈຶ່ງ​ເປັນ​ໂຣກ
ເລືອດຈາງ ​ແລະ​ຈ່ອຍ​ຜອມ. ບັດ​ນີ້ ກຳລັງຈະ​ມີ​ການຈັດ​ຕັ້ງ​ປະຕິ
ບັດ​ໂຄງການທົດ​ລອງອັນນຶ່ງ ຊຶ່ງ​ຈະ​ສະໜອງ​ອາຫານປະຈຳ​ວັນ
​ຟີ ​ໃຫ້​ພວກ​ຄົນ​ງານ​ຕັດຫຍິບ ຢູ່​ໃນ 5 ​ໂຮງງານ ​ໃນ​ຕະຫລອດປີ
ໜ້າ​ນີ້ ແລະ​ວັດ​ແທກ ​ເບິ່ງ​ສຸຂະພາບແລະ​ຜົນ​ຜະລິດຂອງ​ເຂົ​າ​ເຈົ້າ. ​
ແນວ​ຄິດ​ກໍ​ແມ່ນ​ເພື່ອ​ເຮັດ​ໃຫ້​ ບັນດາ​ໂຮງງານແລະລັດຖະບານ​
ກຳປູ​ເຈຍ ຫລິ່ງ​ເຫັນ​ເຖິງ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ ທີ່​ຈະ​ໄດ້
​ຮັບຈາກ​ການ​ສະໜອງ​ອາຫານ​ຟີ​ໃຫ້​ພວກ​ຄົນ​ງານ. ນັກ​ຂ່າວ​ວີ​ໂອ​ເອ Robert Carmichael ມີ​ລາຍ​ງານ​ຈາກ ​ນະ​ຄອນຫລວງ​ພະນົມເປັນ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.




ເວລາ 11 ​ໂມງ​ເຊົ້າ ບັນດາ​ຄົນ​ງານ​ໂຮງງານ​ຕັດຫຍິບ Gladpeer ​ໃນ​ນະຄອນຫລວງ​ພະນົມ​ເປັນ ພາກັນ​ຫລັ່ງ​ໄຫລ​ອອກ​ມາຊອກ​ຊື້​ເຂົ້າ​ທ່ຽງກິນ ຈາກ​ພວກ​ຄົນ​ຂາຍຢູ່​ແຄມ​ທາງ.

ນື່ງ​ໃນ​ນັ້ນ ​ແມ່ນ​ນາງ Phon Chany ອາຍຸ 21 ປີ. ລາວເຮັດວຽກມື້​ນຶ່ງດົນ​ຮອດ 14 ຊົ່ວໂມງ
​ກໍ​ມີ ​ແລະໄດ້​ເງິ​ນ​ເດືອນໆ​ລະ 130 ດອລລ່າ. 20 ດອລລ່າ ​ແມ່ນ​ສຳ​ຫລັບ​ຄ່າ​ເຊົ່າ​ເຮືອນ​ແລະ
​ຄ່າ​ໄຟ​ຟ້າ ​ແລະ 50 ດອລລ່າ​ແມ່ນສົ່ງ​ໄປ​ຊ່ວຍ​ພໍ່​ແມ່ ລ້ຽງ​ດູພວກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ
ຢູ່​ໝູ່​ບ້ານ​ເຂົາ​ເຈົ້າ ຊຶ່ງ​ເຮັດ​ໃຫ້ນາງ​ເຫລືອ​ເງິນ​ບໍ່​ຮອດ​ເຄິ່ງນຶ່ງ ຂອງ​ເງິນ​ເດືອນ​ດ້ວຍ​ຊ້ຳ. ​ເພື່ອ
ໃຫ້ມີ​ເງິນ​ສຳ​ຫລັບໃຊ້​ຈ່າຍປະຈຳ​ວັນ ນາງ​ພອນ​ຕ້ອງ​ໄດ້ປະ​ຫຍັດຄ່າ​ອາຫານ​ ຊຶ່ງ​ພາ​ໃຫ້​ມີ
​ຄ່າ​ໃຊ້​ຈ່າຍ​ດ້ານ​ອື່ນໆ​ແທນ.

ນາງ Phon Chany ຄົນງານຕັດຫຍິບ ໄວ 21 ປີ ກ່າວວ່າ ນາງເຮັດວຽກຫລາຍຊົ່ວໂມງ ແລະບໍ່ໄດ້ກິນອາຫານພຽງພໍ.
ນາງ Phon Chany ຄົນງານຕັດຫຍິບ ໄວ 21 ປີ ກ່າວວ່າ ນາງເຮັດວຽກຫລາຍຊົ່ວໂມງ ແລະບໍ່ໄດ້ກິນອາຫານພຽງພໍ.


ນາງ​ພອນ​ເວົ້າວ່າ “ຂ້ອຍ​ເປັນ​ໄຂ້​ແລະ​ເຈັບ​ຫົວ​ ເປັນ​ປະຈຳ
ຊຶ່ງ​ສາ​ເຫດອັນ​ທີ​ນຶ່ງ​ ກໍ​ແມ່ນ​ຍ້ອນ​ວ່າ ຂ້ອຍ​ບໍ່​ໄດ້​ກິນ​ອາຫານ
​ຢ່າງ​ພຽງພໍ ​ແລະ​ສອງມາ ຍ້ອນ​ຂ້ອຍເຮັດ​ວຽກ​ຫລາຍ​ຊົ່ວ​ໂມງ
​ໂພດ ​ແລະ​ບໍ່​ໄດ້​ນອນພັກຜ່ອນ​ພໍ”

ພາກສ່ວນ​ອຸດສາຫະກຳ​ຕັດຫຍິບ​ຂອງກຳປູ​ເຈຍນັ້ນ ມີມູນ​ຄ່າ
5.500 ລ້ານດອລລ່າ​ຕໍ່​ປີ ​ໂດຍ​ມີ​ໂຮງ​ຈັກ​ໂຮງງານ​ຢູ່​ປະມານ
600 ​ແຫ່ງທີ່​ຜະລິດ​ເສື້ອ​ຜ້າ ​ໃຫ້ຫລາຍໆ​ບໍລິ​ສັດ​ຕ່າງປະ​ເທດ ​
|ເຊັ່ນຫ້າງ​ຂາຍ​ເສື້ອ​ຜ້າ H&M ຂອງ​ອັງກິດ ​ແລະ Levi-Strauss
ກັບ Walmart ຂອງ​ອາ​ເມຣິກາ. ​ແຕ່​ວ່າພວກ​ຄົນ​ງານຈຳນວນ
600.000 ຄົນຂອງ​ອຸດສາຫະກຳ​ນີ້ ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ເປັນ
​ຊາວ​ໜຸ່ມ ​ເຊັ່ນ​ນາງ ພອນ ຈະ​ນີ ນັ້ນ ຕ້ອງ​ໄດ້​ດິ້ນຮົນ​ຕໍ່ສູ້ ​ເພື່ອ​ໃຫ້​ຢູ່​ລອດ​ດ້ວຍ​ເງິນ​ເດືອນ
​ລະດັບ​ຕ່ຳ​ສຸດ ຄື 100 ດອລລ່າ​ຕໍ່​ເດືອນ.

ການ​ສຶກສາ​ເບິ່ງ​ຄົນ​ງານ ​ເກືອບ 4.000 ຄົນ​ຂອງ​ອົງການ​ແຮງ​ງານ​ສາກົນ ຫລື ILO ພົບ​ວ່າ
43 ສ່ວນ​ຮ້ອຍ​ຂອງ​ຄົນ​ງານ​ເຫລົ່າ​ນັ້ນເປັນ​ໂຣກໂລ​ຫິດ​ຈາງ ​ແລະ 15 ສ່ວນ​ຮ້ອຍ​ແມ່ນ​ຈ່ອຍ
ຜອມ ນ້ຳໜັກ​ບໍ່ພຽງ ພໍ.

​ເຖິງ​ແມ່ນ​ວ່າ ພວກ​ຄົນ​ງານ​ຕັດຫຍິບ​ຂະ​ເໝນຈະ​ໄດ້​ເງິນ​ເດືອນ​ມາ​ທຸກໆ​ເດືອນ​ກໍ​ຕາມ ​ແຕ່
ວ່າ​ສຸຂະພາບ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ດີ​ໄປ​ກ່ວາສຸຂະພາບ ຂອງ​ປະຊາຊົນ​ ຜູ້​ທຸກ​ຈົນຄົນ​ອື່ນໆ
ຢູ່​ໃນ​ປະ​ເທດ​ທີ່ທຸກ​ຍາກ​ແຫ່ງ​ນັ້ນ.

ທ່ານ​ນາງ Jill Tucker ​ເປັນເຈົ້າ​ໜ້າ​ທີ່​ອົງການ​ແຮງ​ງານ​ສາກົນ ຫລື ILO ທີ່​ທຳ​ການ​ສຶກ
ສາ ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ​ນາງ Tucker ​ເວົ້າວ່າ “ນອກ​ນັ້ນ​ແລ້ວ ພວກ​ເຮົາ​ຍັງປະຫລາດ​ໃຈ​ທີ່​ພົບ​ວ່າ
ພວກ​ຄົນ​ງານ​ໃຊ້​ຈ່າຍ​ເງິນ​ໜ້ອຍ​ຫລາຍ​ໃນ​ການຊື້​ອາຫານ​ກິນ. ​ເຂົາ​ເຈົ້າ​ບອກ​ວ່າ ​
ໂດຍ​ສະ​ເລ່ຍ​ແລ້ວ ​ເຂົາ​ເຈົ້າຈ່າຍ​ເງິນ​ປະມານ​ອາທິດ​ລ່ະ 9 ດອລລ່າ ຊື້​ອາ​ຫານ
ກິນ ຫລື 36 ດອລລ່າ​ຕໍ່​ເດືອນ ​ແຕ່​ວ່າ​ເຂົາ​ເຈົ້າເຮັດ​ວຽກໄດ້ເງິນ​ຫລາຍ​ກ່ວາ​ຫັ້ນ.
ສະ​ຫລູບ​ແລ້ວ​ກໍ​ແມ່ນ​ວ່າ ພວກ​ເຂົາ​ເຈົ້າ​ສົ່ງ​ເງິນ​ເມືອ​ບ້ານ​ຫລາຍ ​ແລະ​ໃຊ້​ມັນ​ຊື້
ຂອງ​ອື່ນໆ. ​ໂດຍ​ທົ່ວ​ໄປ ​ແລ້ວ ພວກ​ຄົນ​ງານ​ແມ່ນ​ພາກັນ​ອົດ​ເຂົ້າ ​ເພື່ອ​ວ່າ​ຈະ
​ໄດ້​ມີ​ເງິນ​ສົ່ງ​ໄປ​ລ້ຽງ​ດູ​ຄອບຄົວ.”

​ໃນ​ຕະຫລອດ​ປີໜ້າ​ນີ້ ພວກ​ຄົນ​ງານ​ຢູ່​ໃນ​ຫ້າ​ໂຮງງານ ຈະ​ໄດ້​ກິນເຂົ້າ​ຟີ ມື້​ລະນຶ່ງຄາບ ​ໃນ​ຂະນະ​ທີ່​ພວກ​ຄົນ​ງານ ຢູ່​ໃນ​ອີກ​ຫ້າ​ໂຮງງານ​ຈະ​ບໍ່​ໄດ້ກິນ​ຟີ ​ແລະ​ອົງການ​ແຮງ​ງານ​ສາກົນ
ຈະຕິດຕາມ​ວັດ​ແທກ​ເບິ່ງສຸຂະພາບ​ແລະ​ຜົນ​ຜະລິດ ຂອງ​ຄົນ​ງານ​ສອງ​ກຸ່ມ​ນີ້ ວ່າ​ຈະ​ແຕກ
ຕ່າງ​ກັນ​ບໍ່.

ທ່ານ Dave Welsh ​ເປັນ​ຫົວໜ້າ​ ສູນ​ກາງ​ເອກະ​ພາບ ຫລື Solidarity Center ຊຶ່ງ​ເປັນ
ກຸ່ມ​ຈັດ​ຕັ້ງ​ທີ່ຂຶ້ນ​ກັບ​ຂະ​ບວນການ​ແຮງ​ງານ​ຂອງ​ສະຫະລັດ. ທ່ານ Welsh ກ່າວ​ວ່າ ຜົນ​ກະ
ທົບ​ຂອງ​ໂຄງ ການ​ໂພຊະ​ນາ​ການນີ້ ​ແລະ​ການ​ເຈລະຈາ​ທີ່​ດຳ​ເນີນ​ຢູ່​ຕໍ່​ມາເລື້ອງການເພີ້​ມ
ຄ່າ​ແຮງ​ງານ​ຕ່ຳ​ສຸດ​ຂຶ້ນ​ນັ້ນ ໝາຍ​ຄວາມ​ວ່າ ກຳປູ​ເຈຍ​ມີ​ໂອກາດທີ່​ຈະສ້າງ​ຊື່​ສຽງ ​ໃນ​ຖານະ
ເປັນປະ​ເທດ​ທີ່​ມີ​ອຸດສາຫະກຳ​ໂຕ​ຢ່າງ.

ທ່ານ Welsh ​ເວົ້າວ່າ “ມັນ​ບໍ່​ແມ່ນແຕ່​ພຽງ​ເລື້ອງ​ການ​ຂຶ້ນ​ເງິນ​ຄ່າ​ຈ້າງຕ່ຳ​ສຸດ​ເທົ່າ​ນັ້ນ ​
ແຕ່​ມັນ​ຍັງ​ແມ່ນ​ເລື້ອງ​ການ​ພິຈາລະນາ​ເບິ່ງ​ການເກື້ອ​ກຸນ ​ໃນ​ດ້ານ​ທີ່​ພວກ​ເຂົາ​ເຈົ້າ​ໃຊ້​ຈ່າຍເງິນຫລາຍທີ່ສຸດ ແລະປັດຈຸ ບັນນີ້ ລາຍຈ່າຍສ່ວນໃຫຍ່ແມ່ນສຳຫລັບຄ່າເຊົ່າ
ເຮືອນຢູ່ ໃນອາຄານ ບ່ອນຢູ່ທີ່ບໍ່ໄດ້ມາດຕະຖານ ແລະສຳຫລັບອາຫານການກິນ
ທີ່ບໍ່ມີຄຸນ ຄ່າທາງໂພຊະນາການ ທີ່ສະໜອງໃຫ້ພວກຄົນງານ. ແລະຖ້າຫາກ ທ່ານ
ເອົາພາກສ່ວນໂພຊະນາການອອກໄປ ທ່ານກໍອາດສາມາດ ປະຫຍັດໄວ້ໄດ້ ຮອດ
50 ສ່ວນຮ້ອຍຂອງຄ່າຈ້າງທີ່ ພວກຄົນງານ ໄດ້ຮັບໃນເວລານີ້.”


ພວກເຄື່ອນໄຫວດ້ານແຮງງານກ່າວວ່າ ອາຫານຟີລື້ລະຄາບ ກັບຄ່າແຮງງານຂັ້ນຕ່ຳສຸດ
ທີ່ສູງຂື້ນ ທີ່ບໍ່ຕ້ອງໄດ້ເອົາໄປໃຊ້ຈ່າຍສຳຫລັບຄ່າເຊົ່າເຮືອນແລະຄ່າອາຫານທີ່ແພງຂຶ້ນນັ້ນ ແນ່ນອນ ກໍແມ່ນຈະປັບປຸງ ຊີວິດການເປັນຢູ່ຂອງພວກຄົນງານຕັດຫຍິບຂະເໝນ ໃຫ້ດີຂຶ້ນ
ຢ່າງຫລວງຫລາຍ.

XS
SM
MD
LG