ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມບໍລິສັດພູເບ້ຍ ວາງແຜນ ຈະສຳຫຼວດ ຫາບໍ່ຄຳໃໝ່ ໃນແຂວງ ຊຽງຂວາງ


ບໍ່ແຮ່ ບ້ານຫ້ວຍຊາຍ
ບໍ່ແຮ່ ບ້ານຫ້ວຍຊາຍ
ກຸ່ມບໍລິສັດພູເບ້ຍ ວາງແຜນການທີ່ຈະຂະຫຍາຍພື້ນທີ່ສຳ
ຫຼວດແລະຂຸດຄົ້ນ ຫາແຮ່ຄຳໃນເຂດແຂວງຊຽງຂວາງ ທັງ ຍັງຈະເພີ້ມການຜະລິດແຮ່ຄຳ ເງິນ ແລະທອງແດງຈາກບໍ່
ແຮ່ 2 ແຫ່ງ ໃນປີນີ້ໃຫ້ຫຼາຍຂຶ້ນດ້ວຍ.

ທ່ານ Richard Taylor ຜູ້ອຳນວຍການຝ່າຍປະສານງານ
ຕ່າງປະເທດຂອງບໍລິສັດພູເບ້ຍມາຍນິງຈຳກັດໄດ້ຖະແຫຼງ
ຢືນຢັນວ່າການຂະຫຍາຍພື້ນທີ່ສຳຫລວດແລະຂຸດຄົ້ນຫາ
ແຮ່ຄຳ ແຮ່ເງິນແລະແຮ່ທອງແດງຢູ່ໃນເຂດເມືອງໂພນສະຫວັນແຂວງຊຽງຂວາງກຳລັງ
ຢູ່ໃນຂັ້ນຕອນຂອງການປະເມີນຜົນ ທີ່ໄດ້ຈາກການສຳຫລວດແລະການຂຸດເຈາະຫາ
ແຫລ່ງແຮ່ທາດຢ່າງຕັ້ງໜ້າໃນເວລານີ້ຊຶ່ງຄາດວ່າຈະສາມາດຕັດສິນໃຈໃນຂັ້ນສຸດທ້າຍ
ໄດ້ພາຍໃນປີ 2014 ນີ້ຢ່າງແນ່ນອນ.

ທັງນີ້ກໍເນື່ອງຈາກວ່າຜົນທີ່ໄດ້ຮັບຈາກການສຳຫລວດແລະການຂຸດເຈາະຫາແຫຼ່ງແຮ່
ທາດຢູ່ເຂດເມືອງໂພນສະຫວັນໃນລະຍະທີ່ຜ່ານມາພົບວ່າມີປະລິມານແຮ່ຄຳ ແຮ່ເງິນ ແລະແຮ່ທອງແດງໃນລະດັບສູງພໍສົມຄວນແຕ່ເພື່ອເປັນການຮັບປະກັນໃຫ້ໄດ້ວ່າການ ລົງທຶນຂຸດຄົ້ນຈະກຸ້ມຄ່າແລະເກີດຜົນປະໂຫຍດຕໍ່ການພັດທະນາທາງເສດຖະກິດໃນ
ລາວຢ່າງແທ້ຈິງຈຶ່ງຈະຕ້ອງໃຊ້ເວລາໃນການສຳຫລວດແລະຂຸດເຈາະຫາແຫຼ່ງແຮ່ທາດ
ຢ່າງລະອຽດອີກລະຍະນຶ່ງນັ້ນເອງ.

ແຕ່ຢ່າງໃດກໍຕາມ ໃນປັດຈຸບັນນີ້ບໍລິສັດພູເບ້ຍມາຍນິງຈຳກັດກໍໄດ້ຜະລິດແຮ່ຄຳ ເງິນ ແລະທອງແດງຢູ່ບໍ່ແຮ່ 2 ແຫ່ງດ້ວຍກັນ ກໍຄືບໍ່ແຮ່ພູຄຳແລະບໍ່ແຮ່ບ້ານຫ້ວຍຊາຍຊຶ່ງຕັ້ງ ຢູ່ໃນເຂດເມືອງອະນຸວົງ ໃນເຂດປົກຄອງຂອງແຂວງໄຊສົມບູນທີ່ສ້າງຕັ້ງຂຶ້ນໃໝ່ ໂດຍ
ໃນປີ 2014 ນີ້ ບໍລິສັດພູເບ້ຍຈຳກັດ ກໍໄດ້ວາງແຜນການຜະລິດ ຈາກບໍ່ແຮ່ທັງ 2 ແຫ່ງ
ໃຫ້ໄດ້ແຮ່ຄຳ ໃນປະລິມານລວມ ລະຫວ່າງ 160,000 ຫາ 165,000 ອອນ ແຮ່ທອງ
ແດງ ລະຫວ່າງ 65,000 ຫາ 70,000 ໂຕນ ແລະແຮ່ເງິນອີກ 1.2 ລ້ານອອນ.
ໂຮງງານຂຸດຄຳ ທີ່ພູຄຳ
ໂຮງງານຂຸດຄຳ ທີ່ພູຄຳ

ທັ້ງນີ້ ຜົນຜະລິດແຮ່ທາດ ຂອງບໍລິສັດພູເບ້ຍຈຳກັດ ຄິດເປັນ 8
ເປີເຊັນຂອງຍອດຜະລິຕະພັນລວມພາຍໃນ (GDP) ຂອງລາວ
ໃນແຜນການປີ 2012-2003 ທີ່ຜ່ານມາແລະຖ້າຫາກຄິດໄລ່ນັບ
ແຕ່ປີ 2003 ເປັນຕົ້ນມາກໍໄດ້ວ່າ ບໍລິສັດພູເບ້ຍຈຳກັດໄດ້ສຳລະ
ພັນທະຕ່າງໆໃຫ້ລັດຖະບານລາວແລ້ວຄິດເປັນມູນຄ່າລວມເຖິງ
280 ລ້ານໂດລາ ທັ້ງຍັງສາມາດ ສ້າງວຽກເຮັດງານທຳ ໄດ້ຫຼາຍ
ກວ່າ 3,300 ຕຳແໜ່ງໂດຍໃນນີ້ເປັນຄົນລາວ 86 ເປີເຊັນ.

ທາງດ້ານກະຊວງແຜນການແລະການລົງທຶນ ລາຍງານວ່າທາງ ການລາວທັ້ງໃນລະດັບຂັ້ນສູນກາງແລະຂັ້ນທ້ອງຖິ່ນໄດ້ອະນຸຍາດສຳປະທານການຂຸດ
ຂົ້ນແຮ່ທາດ ໃຫ້ແກ່ບໍລິສັດເອກະຊົນລາວ ແລະຕ່າງຊາດໄປແລ້ວ 470 ໂຄງການໂດຍ ຄິດເປັນພື້ນທີ່ຂຸດຂົ້ນລວມກວ້າງກວ່າ 36,300 ກິໂລເມັດມົນທົນໃນທົ່ວປະເທດແລະມີ ມູນຄ່າການລົງທຶນລວມກັນເຖິງ 5,900 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ກໍປາກົດວ່າມີຫຼາຍໂຄງການທີ່ອາດຈະສາມາດຍົກເລີກເພາະວ່າ ຜູ້ ລົງທຶນບໍ່ສາມາດປະຕິບັດໄດ້ຕາມເງື່ອນໃຂທີ່ກຳນົດໄວ້ໃນສັນຍາລົງທຶນດັ່ງທີ່ທ່ານສຸລິ
ວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ໄດ້ໃຫ້ການຊີ້ແຈງວ່າ:

“ພວກຂ້າພະເຈົ້າໄດ້ເຊີນຄະເຈົ້າ ທັ້ງເຊີນມາ ທັ້ງເຮັດບົດບັນທຶກ ແນ່ນອນກະສຶກສາ ອົບຮົມ ປຸກລະດົມຈິດໃຈຂອງຄະເຈົ້າ ແລະຂ້າພະເຈົ້າກະຂໍຢືນຢັນວ່າ ການເຮັດອັນ
ນີ້ ບໍ່ໄດ້ເຮັດຕາມອາລົມຈິດ ແລະບໍ່ໄດ້ເຮັດຕາມມາດຕະການບໍລິຫານ ຫຼືວ່າຍາກໃຊ້ ມາດຕະການບໍລິຫານໃສ່ຄະເຈົ້າສື່ໆ ບໍ່ແມ່ນແນວນັ້ນແຕ່ແມ່ນເວົ້າຢ່າງຈະແຈ້ງຕາມ ມາດຕະການທີ່ມີຂໍ້ຜູກພັນສັນຍານຳກັນ.


ໂດຍອີງຕາມການກວດກາຂອງຄະນະສະເພາະກິດທີ່ລັດຖະບານລາວໄດ້ຕັ້ງຂຶ້ນມາທຳ ການກວດສອບ ທັງໃນດ້ານເອກະສານແລະການລົງໄປກວດກາສະພາບຕົວຈິງໃນປີທີ່ ຜ່ານມານັ້ນ ພົບວ່າມີພຽງ 14 ໂຄງການເທົ່ານັ້ນທີ່ຈັດຕັ້ງປະຕິບັດໄດ້ຕາມມາດຕະຖານ ທີ່ກຳນົດໄວ້ໃນສັນຍາລົງທຶນສ່ວນໂຄງການທີ່ເຫຼືອກໍຍັງຈະຕ້ອງມີການພັດທະນາປັບປຸງ ໃຫ້ໄດ້ມາດຕະຖານຕາມສັນຍາລົງທຶນຕໍ່ໄປ.
XS
SM
MD
LG