ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ຟິລິບປີນ ກ່າວຫາວ່າ ຈີນຂົ່ມຂູ່ ຈະເຮັດສົງຄາມ


ປະທານາທິບໍດີຟິລິບປີນ ທ່ານ Rodrigo Duterte (ຊ້າຍ) ແລະປະທານປະເທດຈີນ ທ່ານ Xi Jinping.
ປະທານາທິບໍດີຟິລິບປີນ ທ່ານ Rodrigo Duterte (ຊ້າຍ) ແລະປະທານປະເທດຈີນ ທ່ານ Xi Jinping.

ຜູ້ນຳ​ຟິລິບ​ປິນ ທ່ານ Rodrigo Duterte ກ່າວ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ Xi Jin-
ping ຂົ່ມຂູ່​ທ່ານ​ວ່າ​ ຈະ​ເຮັດສົງຄາມ ຖ້າ​ຫາກ​ຟິລິບ​ປີນ ​ເລີ້ມ​ຂຸດ​ຫານໍ້າມັນ ຢູ່ໃນ​ບໍລິ​
ເວນ​ທີ່ມີ​ການ​ຂັດແຍ້​ງກັນ​ ໃນ​ທະ​ເລ​ຈີນ​ໃຕ້.

ປະທານາທິບໍດີ Duterte ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ ຢູ່​ນະຄອນ​ມະນີລາວ່າ ທ່ານ Xi ​ໄດ້
ກ່າວ​ຕໍ່ທ່ານຢ່າງ​ໜັກ​ແໜ້ນ ​ແຕ່​ກໍເຕືອນ​ແບບເປັນມິດ ​ເວລາພວກ​ທ່ານ​ໄດ້​ພົບ​ປະກັນ
ທີ່​ນະຄອນຫຼວງ​ປັກ​ກິ່ງ​ເມື່ອ​ຫ້າ​ມື້ກ່ອນໃນວັນ​ທີ 15 ພຶດສະພາ. ຜູ້ນຳ​ປະ​ເທດຟິລິບ​ປີນ
​ກ່າວ​ວ່າ ທ່ານໄດ້​ກ່າວ​ຕໍ່ທ່ານ Xi ວ່າ ​ປະ​ເທດ​ຂອງ​ທ່ານ ຕັ້ງ​ໃຈ​ທີ່​ຈະ​ປະຕິບັດ​ຕາມການ
​ຕັດສິນ​ຂອງ​ສານ​ໂລກ ​ແລະ​ເລີ້ມ​ຊອກ​ຫາ​ນໍ້າມັນ​ໃນ​ບໍລິ​ເວນທະ​ເລ​ຈີນ​ໃຕ້ ທີ່​ປັກ​ກິ່ງ​ອ້າງ​ກຳມະສິດ​ວ່າ​ ຕົນ​ມີ​ອະທິປະ​ໄຕ​ແຕ່​ພຽງຜູ້ດຽວນັ້ນ.

​ໃນ​ການ​ຕີ​ຄວາມ​ໝາຍກ່ຽວ​ກັບ​ການ​ໂອ້​ລົມ​ກັບ​ທ່ານ Xi ນັ້ນ ທ່ານ Duterte ກ່າວ​ວ່າ
ທ່ານ​ໄດ້​ບອກປະທາ​ນປະ​ເທດ​ຈີນ​ວ່າ “ພວກ​ເຮົາ​ມີຄວາມ​ຕັ້ງ​ໃຈ​ທີ່​ຈະ​ຂຸດ​ຫານໍ້າມັນຢູ່
​ທີ່​ນັ້ນ. ຖ້າ​ຫາກ​ວ່າມັນ​ເປັນ​ຂອງ​ທ່ານ ດີ​ລະ ນັ້ນ​ແມ່ນວິ​ໄສ​ທັດ​ຂອງ​ທ່ານ ​ແຕ່ໃນ​ວິ​ໄສ​
ທັດຂອງ​ຂ້າພະ​ເຈົ້າ​ແລ້ວ ຂ້າພະ​ເຈົ້າ​ສາມາດ​ຂຸດຫາ​ນໍ້າ​ມັນ​ໄດ້ ຖ້າ​ຫາກ​ມີ​ອ່າງນ້ຳມັນ
ຢູ່​ໃຕ້ພື້ນດິນ ​ເພາະວ່າ​ມັນ​ແມ່ນ​ຂອງ​ພວກ​ເຮົາ.”

ຄຳ​ປາ​ໄສຂອງ​ທ່ານ Duterte ​ໃນ​ວັນ​ສຸກ​ວານ​ນີ້​ ປາກົດ​ວ່າ ມີ​ຈຸດປະສົງ​ທີ່​ຈະເຮັດ​ໃຫ້
ຫາ​ງສຽງ​ການ​ຕ້ອງ​ຕິ​ພາຍ​ໃນ​ປະ​ເທດມິດ​ງຽບ​ລົງ ​ທີ່​ໄດ້​ກ່າວ​ຫາ​ທ່ານ​ວ່າ ບໍ່​ສາມາດ​ກົດ
​ດັນ​ໃນ​ການ​ອ້າງ​ເອົາ​ກຳມະສິດເອົາ​ດິນ​ແດນທາງ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນ.

ທ່ານ​ໄດ້​ກ່າວ​ເຖິງການ​ພົບ​ປະ​ກັບທ່ານ Xi ຕໍ່​ໄປວ່າ “ຄຳ​ຕອບຂອງ​ທ່ານຕໍ່​ຄວາມເຫັນ​
ຂອງຂ້າພະ​ເຈົ້າ​ ກໍ​ແມ່ນວ່າ “ພວກ​ເຮົາ​ເປັນ​ມິດກັນ. ພວກ​ເຮົາ​ບໍ່​ຢາກ​ໂຕ້​ຖຽງ​ກັນ​ ກັບ​
ທ່ານ. ພວກ​ເຮົາ​ຕ້ອງການ​ຮັກສາ​ຄວາມສຳພັນ​ອັນ​ອົບ​ອຸ່ນ​ທີ່​ມີຢູ່​ໃນ​ປັດຈຸບັນ​ໄວ້. ​ແຕ່
​ຖ້າ​ຫາກ​ທ່ານກົດ​ດັນ ເລື່ອງ​ດັ່ງກ່າວ ພວກ​ເຮົາ​ກໍ​ຈະ​ເຮັດ​ສົງ​ຄາມ.”

ຮູບພາບທາງອາກາດ ແລະການສ້າງເກາະທຽມຂອງຈີນ ໃນໝູ່ເກາະ Spratly ຢູ່ໃນທະເລຈີນໃຕ້.
ຮູບພາບທາງອາກາດ ແລະການສ້າງເກາະທຽມຂອງຈີນ ໃນໝູ່ເກາະ Spratly ຢູ່ໃນທະເລຈີນໃຕ້.

ບັນດາ​ຜູ້​ສັງ​ເກດ​ການດ້ານ​ການ​ເມືອງ​ກ່າວ​ວ່າ ການ​ເປີດ​ເຜີຍ​ການ​ໂອ້​ລົມ​ຢ່າງ​ກົງໄປ​ກົງ​
ມາ​ຂອງ ທ່ານ Duterte ກ່ຽວ​ກັບ​ການ​ສົນທະນາ​ຢູ່​ໃນ​ນະຄອນຫລວງ​ຈີນ ອາດ​ເຮັດ​ໃຫ້​
ຈີນ​ໂກດ​ແຄ້ນ.

ໃນ​ທາງ​ກົງກັນ​ຂ້າມ ການ​ໃຫ້ຄວາມ​ເຫັນ​ຂອງ​ປະທານາທິບໍດີ​ຟິລິບ​ປີນ ​ໄດ້​ມີຂຶ້ນ​ໃນ​ວັນ
​ດຽວກັນ​ ທີ່​ຈີນ ​ແລະ​ຟິລິບ​ປີນ ​ໄດ້​ເປີດ​ການ​ໂອ້​ລົມ​ສົນທະນາກັນ​ຢູ່​ແຜ່​ນດິນໃຫຍ່ທີ່​ແນ
​ໃສ່ເພື່ອ​ແກ້​ໄຂ​ບັນຫາຂັດແຍ້​ງ ​ໃນທະ​ເ​ລຈີນ​ໃຕ້. ທັງ​ສອງ​ຝ່າຍ​ຕ່າງ​ກໍກ່າວ​ວ່າ ​ຕົນ​ເຫັນ
​ດີ​ທີ່​ຈະ​ຊອກ​ຫາ “ວິທີ​ທາງ ​ທີ່ທັງ​ສອງ​ກໍ້າ​ສອງ​ຝ່າຍຮັບເອົາ​ໄດ້” ​ເພື່ອແກ້​ໄຂ​ບັນຫາ​ຂັດ
​ແຍ້​ງທີ່​ສ້າງ​ຄວາມ​ແຕກແຍກໃຫ້​ແກ່​ພວກ​ທ່ານນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG