ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຟີລິບປິນ ສະໜັບສະໜຸນ ກຸ່ມຍຶດດິນແດນ ຢູ່ມາເລເຊຍ


ຜູ້ປະທ້ວງຊາວຟີລິບປິນ ເວົ້າວ່າ ປະທານາທິບໍດີ Benigno Aquino ບໍ່ໄດ້ຈັດການຢ່າງຖືກຕ້ອງ ກ່ຽວກັບບັນຫາ ການປະເຊີນໜ້າເລື້ອງດິນແດນໃນມາເລເຊຍ ຊຶ່ງເປັນປະເທດເພື່ອນບ້ານນັ້ນ.
ຜູ້ປະທ້ວງຊາວຟີລິບປິນ ເວົ້າວ່າ ປະທານາທິບໍດີ Benigno Aquino ບໍ່ໄດ້ຈັດການຢ່າງຖືກຕ້ອງ ກ່ຽວກັບບັນຫາ ການປະເຊີນໜ້າເລື້ອງດິນແດນໃນມາເລເຊຍ ຊຶ່ງເປັນປະເທດເພື່ອນບ້ານນັ້ນ.
ຜູ້ປະທ້ວງຊາວຟີລິບປິນຫລາຍສິບຄົນພະຍາຍາມທີ່ຈະບຸກ
ເຂົ້າໄປໃນບໍລິເວນ ເຮືອນພັກຂອງປະທານາທິບໍດີ ທີ່ກຸງ
ມະນີລາ ໃນວັນພະຫັດມື້ນີ້ ຍ້ອນພວກເຂົາເຈົ້າເວົ້າວ່າ
ປະທານາທິບໍດີ ບໍ່ໄດ້ຈັດການຢ່າງຖືກຕ້ອງ ກ່ຽວກັບບັນ
ຫາການປະເຊີນໜ້າເລື້ອງດິນແດນໃນມາເລເຊຍ ຊຶ່ງເປັນ
ປະເທດເພື່ອນບ້ານນັ້ນ.

ພວກເດີນຂະບວນປະທ້ວງເວົ້າວ່າ ທ່ານປະທານາທິບໍດີ
Benigno Aquino ຄວນຈະເປັນຜູ້ໜຸນຫລັງໃຫ້ແກ່ການ ເຂົ້າໄປຍຶດເອົາບ້ານແຫ່ງນຶ່ງ ໂດຍກຸ່ມປະກອບອາວຸດ
ຟີລິບປິນ ໃນລັດ Sabah ຂອງມາເລເຊຍ. ກຸ່ມດັ່ງກ່າວ
ອ້າງວ່າ ພວກເຂົາເຈົ້າມີສິດ ທີ່ຕົກທອດມາແຕ່ບັນພະບຸລຸດ ໃນການເຈົ້າຂອງເຂດດັ່ງກ່າວ.

ນັບແຕ່ມີການເຂົ້າໄປຢຶດເອົາບ້ານດັ່ງກ່າວ ໃນເດືອນແລ້ວນີ້ເປັນຕົ້ນມາ ມີຫລາຍ ກວ່າຊາວຄົນໄດ້ເສຍຊີວິດໄປແລ້ວ ໃນຂະນະທີ່ມີການຍິງຕໍ່ສູ້ກັນ ລະຫວ່າງກຸ່ມປະ ກອບອາວຸດຟີລິບປິນ ແລະທະຫານມາເລເຊຍ.

ການເດີນຂະບວນປະທ້ວງໃນວັນພະຫັດມື້ນີ້ ມີຂຶ້ນໃນຂະນະທີ່ພວກປະກອບອາວຸດ
ຊາວຟີລິບປິນ ພາກັນຫາຊອກຊ່ອງທາງໃຫ້ມີການຢຸດຍິງກັບກໍາລັງຮັກສາຄວາມສະ
ຫງົບຂອງມາເລເຊຍ.

ທາງດ້ານທ່ານ ພັນ ກິມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍໄດ້ຮຽກຮ້ອງ
ໃຫ້ມີການຍຸຕິ ການປະເຊີນໜ້າດັ່ງກ່າວ ຢ່າງສັນຕິ.
XS
SM
MD
LG