ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟີລິບປິນ ສຶກສາເບິ່ງ ຂໍ້ສະເໜີ ໃນການໃຊ້ ຖານທັບຮ່ວມ ກັບ ສຫລ


ກໍາປັ່ນ USS Essex ຂອງກອງທັບເຮືອສະຫະລັດ ໄປຮອດຖານທັບທະຫານເຮືອເກົ່າ ຂອງສະຫະລັດຢູ່ອ່າວ Subic ທາງພາກເໜືອຂອງຟີລິບປິນ.
ກໍາປັ່ນ USS Essex ຂອງກອງທັບເຮືອສະຫະລັດ ໄປຮອດຖານທັບທະຫານເຮືອເກົ່າ ຂອງສະຫະລັດຢູ່ອ່າວ Subic ທາງພາກເໜືອຂອງຟີລິບປິນ.
ໃນຂະນະທີ່ຟີລິບປິນຊອກຫາຊ່ອງທາງ ເສີມສ້າງກອງທັບ
ຂອງຕົນໃຫ້ເຂ້ມແຂງຂຶ້ນ ໃນເວລາທີ່ຄວາມເຄັ່ງຕຶງກັບຈີນ ກ່ຽວກັບຂໍ້ຂັດແຍ້ງດ້ານກັນເລື້ອງເຂດນໍ້າແດນດິນ ກໍາລັງ
ເພີ້ມທະວີຂຶ້ນນັ້ນ ພວກເຈົ້າໜ້າທີ່ຟີລິບປິນກໍກໍາລັງພາກັນ
ປູພື້ນຖານ ສໍາລັບການເຮັດຂໍ້ຕົກລົງເລື້ອງການໃຊ້ຖານ
ທັບຮ່ວມກັນ ກັບສະຫະລັດ. Simone Orendain ຜູ້ສື່
ຂ່າວວີໂອເອ ມີລາຍງານເລື້ອງນີ້ ມາຈາກກຸງມະນີລາ ຊຶ່ງ
ວັນນະສອນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ລິງໂດຍກົງ

ທ່ານ Jose Cuisia, ເອກອັກຄະລັດຖະທູດຟີລິບປິນປະ
ຈໍາສະຫະລັດເວົ້າວ່າ ພວກເຈົ້າໜ້າທີ່ກໍາລັງພາກັນກວດເບິ່ງ
ຄືນຂໍ້ຕົກລົງທາງດ້ານ ຄວາມໝັ້ນຄົງ ທີ່ມີຢູ່ແລ້ວ ລະຫວ່າງ
ກຸງມະນີລາ ແລະກຸງວໍຊິງຕັນນັ້ນ ເພື່ອຈະໄດ້ຄວາມຄິດທີ່ດີ
ກ່ວາເກົ່າຂຶ້ນມາກ່ຽວກັບວ່າ ຄວນຈະມີການເປັນພາຄີໃນເລື້ອງການໃຊ້ຖານທັບຮ່ວມກັນ
ນັ້ນແນວໃດ ຈຶ່ງຈະໄດ້ຮັບຜົນດີ.

ທ່ານ Cuisia ເວົ້າວ່າ ໂດຍສະເພາະແລ້ວ ພວກເຈົ້າໜ້າທີ່ກໍາລັງພາກັນສຶກສາເບິ່ງ ຂໍ້
ຕົກລົງກ່ຽວກັບກໍາລັງທະຫານທີ່ຖືກເຊີນໄປປະຕິບັດ ງານ ຊຶ່ງນັບແຕ່ປີ 2002 ເປັນຕົ້ນ
ມາ ໄດ້ອໍານວຍໃຫ້ຄະນະທະຫານສະຫະລັດ ຈໍານວນປະມານ 500 ຄົນ ຜັດປ່ຽນກັນ
ເຂົ້າໄປເຮັດວຽກຊ່ວຍເຫລືອທະຫານຟີລິບປິນ ຢູ່ໃນເຂດທີ່ມີຄວາມວຸ້ນວາຍ ເທິງເກາະ Mindanao ຊຶ່ງເປັນບ່ອນທີ່ກຸ່ມ Abu Sayyaf ທີ່ມີການເຊື່ອມໂຍງກັບເຄືອຂ່າຍ al-Qaida ປະຕິບັດການຢູ່ນັ້ນ. ທ່ານທູດ Cuisia ເວົ້າວ່າ:

ຊາວຟີລິບປິນເດີນຂະບວນປະທ້ວງໄປຍັງປະຕູເຂົ້າສະຖານທູດສະຫະລັດ ທີ່ກຸງມະນີລາ ໃນວັນທີ 4 ກໍລະກົດ 2013 ເພື່ອປະທ້ວງການກັບຄືນໄປ ປະຈໍາຢູ່ຟີລິບປິນຂອງທະຫານອາເມຣິກັນ
ຊາວຟີລິບປິນເດີນຂະບວນປະທ້ວງໄປຍັງປະຕູເຂົ້າສະຖານທູດສະຫະລັດ ທີ່ກຸງມະນີລາ ໃນວັນທີ 4 ກໍລະກົດ 2013 ເພື່ອປະທ້ວງການກັບຄືນໄປ ປະຈໍາຢູ່ຟີລິບປິນຂອງທະຫານອາເມຣິກັນ

“ຂ້າພະເຈົ້າຂໍເນັ້ນຢໍ້າດັ່ງນີ້ ສິ່ງໃດກໍຕາມ ທີ່ພວກ
ເຮົາໄດ້ຕົກລົງນໍາກັນ ແມ່ນຈະຕ້ອງມີຜົນປະ
ໂຫຍດແກ່ຟີລິບປິນເພາະວ່າ ຖ້າມັນບໍ່ໃຫ້ຜົນປະ
ໂຫຍດແກ່ພວກເຮົາແລ້ວ ພວກເຮົາກໍຈະ ບໍ່ຕົກ
ລົງເຫັນດີນໍາ. ມັນຈະຕ້ອງເປັນຂໍ້ຕົກລົງທີ່ຕ່າງ
ຝ່າຍ ຕ່າງກໍຕ້ອງໄດ້ຮັບຜົນປະໂຫຍດນໍາກັນ”


ທູດ Cuisia ຍັງເວົ້າອີກວ່າ ການໃຊ້ຖານທັບຮ່ວມກັນ
ໃດໆກໍຕາມຈະຕ້ອງຢູ່ໃນກອບລັດຖະທໍາມະນູນຂອງຟີ
ລິບປິນ. ສະຫະລັດເຄີຍມີຖານທັບຢູ່ໃນຟີລິບປິນ ເປັນ
ເວລາເກືອບ 100 ປີ ຈົນກະທັ່ງການຕໍ່ຕ້ານຈາກປະຊາຊົນຟີລິປິນ ໄດ້ບັງຄັບໃຫ້ຕ້ອງ
ອັດຄ້າຍທະຫານແຫ່ງສຸດທ້າຍ ລົງໃນປີ 1992.

ແຜນການໃຊ້ຖານທັບຮ່ວມກັນ ແມ່ນຈະເຫັນທະຫານສະຫະລັດໄປໆ ມາໆ ໃນຈໍານວນ
ຫລາຍຂຶ້ນ ແລະອາວຸດຍຸດໂທປະກອນທະຫານອາເມຣິກັນ ພ້ອມທີ່ຈະຂົນເອົາໄປໃຊ້
ຢູ່ໃນຖານທັບເຫລົ່ານັ້ນ. ອຸປະກອນບາງຈໍານວນ ຄາດວ່າຈະເອົາມາຈາກອາວຸດຂອງ
ກອງທັບສະຫະລັດທີ່ຖອນອອກມາຈາກອັຟການິສຖານຕະຫລອດທັງອຸປະກອນບາງ
ອັນທີ່ຖອນອອກມາຈາກອີຣັກ.

ທ່ານທູດ Cuisia ເວົ້າຕໍ່ໄປວ່າ ຂໍ້ສະເໜີກ່ຽວກັບການໃຊ້ຖານທັບຮ່ວມກັນນັ້ນແມ່ນຈະ
ສະໜັບສະໜຸນ ການດໍາເນີນຄວາມພະຍາຍາມຂອງປະເທດທ່ານ ເພື່ອສ້າງຕັ້ງຈຸດຢືນ “ດ້ານປ້ອງກັນປະເທດທີ່ໜ້າເຊື່ອຖືໄດ້ໃນລະດັບຕໍ່າສຸດ” ແລະຊ່ວຍເພີ້ມທະວີຄວາມ
ເຂັ້ມແຂງໃນການຮັກ ສາຄວາມປອດໄພແລະຄວາມຕື່ນຕົວກ່ຽວກັບອະນາເຂດທາງ
ທະເລ.
ພາບເກາະ Scarborough Shoal ທີ່ຖ່ານຈາກເທິງເຮືອບິນ
ພາບເກາະ Scarborough Shoal ທີ່ຖ່ານຈາກເທິງເຮືອບິນ

ຟີລິບປິນ ພວມຈົມຢູ່ກັບບັນຫາຂັດແຍ່ງທາງການທູດກັບ
ຈີນ ກ່ຽວກັບການອ້າງກຳມະສິດເອົາເຂດນໍ້າແດນດິນ ໃນ
ທະເລຈີນໃຕ້ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາ
ມະຊາດ. ເມື່ອໝໍ່ໆມານີ້ ການອ້າງເອົາກໍາມະສິດ ທີ່ຊ່ວງຊິງ
ກັນຕໍ່ເກາະ Scarborough ແລະເກາະThomas ທີສອງ ໄດ້ເຮັດໃຫ້ມີຄວາມເຄັ່ງຕຶງຄັ້ງໃໝ່ ເກີດຂຶ້ນ. ຈີນ, ໄຕ້ຫວັນ
ແລະຫວຽດນາມ ຕົວຈິງແລ້ວແມ່ນໄດ້ ອ້າງເອົາເຂດທະເລ
ຈີນໃຕ້ທັງໝົດເລີຍ ໃນຂະນະທີ່ຟີລິບປິນ, ມາເລເຊຍ ແລະ
ບຣູໄນນັ້ນ ໄດ້ອ້າງກໍາມະສິດເອົາບາງສ່ວນຂອງທະເລດັ່ງກ່າວ.

ແຕ່ທູດ Cuisia ໄດ້ເນັ້ນໜັກວ່າ ການມີທະຫານສະຫະລັດປະຈຳການຢູ່ເທດນັ້ນ ກໍບໍ່ໄດ້
ໝາຍຄວາມວ່າ ເພື່ອຮັບມືກັບໄພຂົ່ມຂູ່ຈາກປະເທດໃດປະເທດນຶ່ງເປັນການສະເພາະ.

ທ່ານ Carl Baker, ຜູ້ອໍານວຍການໂຄງການ ສົນທະນາປະຊຸມເຂດປາຊີຟິກຂອງສູນ
ກາງການສຶກສາດ້ານຍຸດທະສາດ ແລະນາໆຊາດ ທີ່ຕັ້ງຢູ່ນະຄອນວໍຊິງຕັນ ເວົ້າວ່າ ແຜນ
ການໃຊ້ຖານທັບຮ່ວມກັນ ຈະຄ້າຍຄືກັບໂຄງການປະຕິບັດການຮ່ວມພິເສດ ຢູ່ໃນເຂດ Mindanao.

ທ່ານ Jose Cuisia (ທີ 2 ຊ້າຍ), ເອກອັກຄະລັດຖະທູດຟີລິບປິນ ປະຈໍາສະຫະລັດ
ທ່ານ Jose Cuisia (ທີ 2 ຊ້າຍ), ເອກອັກຄະລັດຖະທູດຟີລິບປິນ ປະຈໍາສະຫະລັດ
ທ່ານ Baker ໃຫ້ຄໍາເຫັນວ່າ: “ຂ້າພະເຈົ້າຄິດວ່າ ນັ້ນແມ່ນ
ຕົວແບບ ຊະນິດທີ່ເຂົາເຈົ້າຈະເຮັດຕາມ. ເພາະສະນັ້ນ ພວກເຂົາເຈົ້າສາມາດເອົາຄົນມາຢູ່ໃນຖານທັບເຫຼົ່ານີ້ ໃນແບບທີ່ຂ້ອນຂ້າງຖາວອນຫຼາຍຂຶ້ນ ໂດຍບໍ່ເອີ້ນວ່າ
ເປັນການຕັ້ງຖານທັບ ຢ່າງຖາວອນນັ້ນ”

ທ່ານ Baker ກ່າວອີກວ່າ ໂດຍການເປັນເຈົ້າພາບ ຕ້ອນຮັບ
ກໍາລັງ ທະຫານອາເມຣິກັນ ຟີລິບປິນຢາກສະແດງໃຫ້ໂລກ
ເຫັນວ່າ ສະຫະ ລັດກຽມພ້ອມທີ່ຈະປະຕິບັດຕາມຄວາມມຸ້ງ
ໝັ້ນຢູ່ໃນສົນທິສັນຍາປ້ອງ ກັນຊາດຂອງປະເທດທັງສອງ.
ເຖິງແນວນັ້ນກໍຕາມ ສະຫະລັດ ຍັງຮັກສາທ່າທີເປັນກາງ ກ່ຽວກັບບັນຫາຂັດແຍ້ງເລື່ອງເຂດນໍ້າແດນດິນໃນທະເລຈີນໃຕ້ແລະແຫ່ງອື່ນໆ. ທ່ານ Baker ຍັງໃຫ້ຄໍາເຫັນອີກວ່າ ເຈົ້າໜ້າທີ່ສະຫະລັດຢາກມີທາງເຂົ້າເຖິງຖານທັບຕ່າງໆ ທີ່ມີພ້ອມຢູ່ແລ້ວສຳລັບກໍາລັງທາງອາກາດແລະທາງທະເລຢູ່ໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້.

ທ່ານ Cuisia ກ່າວມ້ວນທ້າຍວ່າ ຂໍ້ສະເໜີດັ່ງກ່າວຍັງຢູ່ໃນ “ການເຈລະເຈທີ່ບໍ່ເປັນທາງ
ການຢູ່” ແລະຫລາຍພະແນກ ທີ່ກ່ຽວຂ້ອງກໍາລັງລໍ ຖ້າການໃຫ້ສັນຍານຂອງປະທານາ
ທິບໍດີ Benigno Aquino ເພື່ອຈະ ເຂົ້າຮ່ວມການເຈລະຈາ ຢ່າງເປັນທາງການ. ທ່ານ Aquino ສະແດງໃຫ້ເຫັນວ່າ ທ່ານເປີດກວ້າງຕໍ່ແຜນການດັ່ງກ່າວນີ້ແລະທ່ານ Cuisia ໃຫ້ການຢືນຢັັນວ່າ ຟີລິບປິນຢາກໃຫ້ມີການຕົກລົງກັນບາງຢ່າງກ່ອນປີ 2016 ເມື່ອ
ສະໄໝການດໍາລົງຕໍາແໜ່ງຂອງປະທານາທິບໍດີ Aquino ສິ້ນສຸດລົງ.
XS
SM
MD
LG