ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟີລິບປິນ ປ້ອງກັນ ການຊ່ອຍເຫຼືອ ຜູ້ປະສົບໄພ ລົມໄຕ້ຝຸ່ນ (ສະໄລດ໌/ວີດີໂອ)


Philippines Defending Typhoon Relief Efforts
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ
ລັດຖະບານຟີລິບປິນ ໄດ້ກ່າວປ້ອງກັນ ການດຳເນີນຄວາມພະ
ຍາຍາມຂອງຕົນ ໃນການຈັດສົ່ງຄວາມຊ່ອຍເຫຼືອ ໄປໃຫ້ພວກ
ເຄາະຮ້າຍ ຈາກລົມໄຕ້ຝຸ່ນ Haiyan ຊຶ່ງ ມີຫລາຍໆຄົນໄດ້ຮັບ
ການຊ່ອຍເຫຼືອແຕ່ພຽງເລັກນ້ອຍຫຼືບໍ່ໄດ້ຮັບເລີຍກໍມີນັບຕັ້ງແຕ່ ລົມໄຕ້ຝຸ່ນຮ້າຍແຮງດັ່ງກ່າວພັດເຂົ້າຖະຫຼົ່ມ.

ທ່ານ Mar Roxas ລັດຖະມົນຕີກະຊວງພາຍໃນຂອງຟີລິບປິນ
ກ່າວໃນວັນສຸກມື້ນີ້ວ່າ ໃນສະພາບການແບບນີ້ ແມ່ນບໍ່ມີຫຍັງ
ໄວພຽງພໍ. ໃນການຖະແຫລງຢູ່ທີ່ ເມືອງ Tacloban ທີ່ໄດ້ຮັບ ຄວາມເສຍຫາຍຮ້າຍແຮງນັ້ນ ທ່ານເວົ້າວ່າ ຄວາມຕ້ອງການ
ແມ່ນມີຢ່າງຫລວງຫລາຍ ໃນທັນທີແລະກໍບໍ່ແມ່ນທຸກໆຄົນສາ
ມາດເຂົ້າໄປເຖິງໄດ້.

ສ່ວນທ່ານ Eduardo del Rosario ຫົວໜ້າຄຸ້ມຄອງໄພພິບັດຂອງຟີລິບປິນ ກ່າວຕໍ່ພວກ ນັກຂ່າວໃນວັນສຸກມື້ນີ້ວ່າ ໂຕເລກຜູ້ເສຍຊີວິດຢ່າງເປັນທາງການຍ້ອນໄຕ້ຝຸ່ນຫົວນີ້ໄດ້ເພີ້ມ ຂຶ້ນເປັນ 3,621 ຄົນແລ້ວ.

ຂະນະດຽວກັນກອງທັບເຮືອຂອງສະຫະລັດໄດ້ເລີ້ມການປະຕິບັດງານບັນເທົາທຸກຂະໜາດ ໃຫຍ່ໃນວັນພະຫັດວານນີ້.



ກຳປັ່ນບັນທຸກເຮືອບິນ USS George Washington ແລະກຳປັ່ນລຳລຽງເຄື່ອງບັນເທົາ ທຸກອື່ນໆອີກ 7 ລຳ ເລີ້ມຈັດສົ່ງນໍ້າ ແລະອາຫານແຫ້ງສຸກເສີນ ໄປຍັງເມືອງ Tacloban. ກຳປັ່ນພະຍາບານຂະໜາດໃຫຍ່ຂອງສະຫະລັດ USS Mercy ກໍພວມກະກຽມແບບສຸກ ເສີນ ເພື່ອອອກເດີນທາງ ຈາກສະຫະລັດ ແລະຄາດວ່າ ຈະໄປຮ່ວມສົມທົບ ກອງເຮືອບັນ ເທົາທຸກສຸກເສີນຂອງສະຫະລັດພາຍໃນເວລານຶ່ງອາທິດພ້ອມໆກັບກຳປັ່ນບັນທຸກເຮືອບິນ ອັງກິດ HMS Illustrious.

ຂະນະທີ່ເຮືອບິນເຮຣີຄອບເຕີ້ຂອງສະຫະລັດ ເລັ່ງຂົນອາຫານ ແລະນໍ້າດື່ມທີ່ສະອາດໄປ
ຍັງເມືອງດັ່ງກ່າວຢູ່ນັ້ນ ເຮືອບິນສອດແນມກໍເລີ້ມອອກປະຕິບັດງານ ເພື່ອຊອກຫາເຂດທີ່ ປະສົບກັບຄວາມເສຍຫາຍຮ້າຍແຮງສຸດ.

ຮອງຫົວໜ້າສະຖານທູດສະຫະລັດໃນກຸງມະນີລາທ່ານ Brian Goldbeck ກ່າວວ່າ ທ່ານ ເຊື່ອວ່າ ການແຈກຢາຍການຊ່ອຍເຫຼືອແມ່ນໄດ້ດຳເນີນໄປເປັນຢ່າງດີມາຮອດປັດຈຸບັນນີ້.

ທ່ານ Goldbeck ເວົ້າວ່າ “ຂ້າພະເຈົ້າຄິດວ່າ ຈຸດສຳຄັນໃນທີ່ນີ້ກໍຄືການຊ່ອຍເຫຼືອເປັນຈຳ ນວນຫລວງຫຼາຍໄດ້ຖືກສົ່ງໄປຍັງເມືອງ Tacloban. ເວລານີ້ ແມ່ນຫຍັງພວມເກີດຂຶ້ນ ກໍຄື ເຮືອບິນ Osprey MV-22 ພ້ອມໆກັບເຮືອບິນເຮຣີຄອບເຕີ້ ຈາກກຸ່ມປະຕິບັດງານກຳປັ່ນ ບັນທຸກເຮືອບິນ USS George Washington ພ້ອມໆກັນກັບເຮືອບິນເຮຣີຄອບເຕີ້ຂອງ ຟີລິບປິນເອງ. ເຮືອບິນເຫຼົ່ານັ້ນທັງໝົດ ເວລານີ້ພວມຂົນຍ້າຍເຄື່ອງບັນເທົາທຸກຈາກເມືອງ Tacloban ໄປຍັງຈຸດຕ່າງໆ ຊຶ່ງຂ້າພະເຈົ້າຄິດວ່າ ມີລະຫວ່າງ 16 ຫາ 18 ຈຸດຖິ້ມ ສຳລັບ ວານນີ້ ແລະມື້ນີ້.”

XS
SM
MD
LG