ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

18 ຄົນເສຍຊີວິດ ແລະ 35 ຄົນ ຫາຍສາບສູນ ຍ້ອນໄຕ້ຝຸ່ນ ທີ່ຟິລິບປິນ


ນໍ້າຖ້ວມຈາກພາຍຸໃຕ້ຝຸ່ນ Nesat ທີ່ເກາະລູຊອນ ປະເທດຟິລິບປິນ
ນໍ້າຖ້ວມຈາກພາຍຸໃຕ້ຝຸ່ນ Nesat ທີ່ເກາະລູຊອນ ປະເທດຟິລິບປິນ

ພວກກູ້ໄພສຸກເສີນເລີ່ມພາກັນສະສາງມ້ຽນມັດຖະໜົນຫົນທາງສາຍຕ່າງໆ ໃນນະຄອນ
ຫລວງມະນິລາຂອງຟິລິບປິນທີ່ໄດ້ຮັບຄວາມເສຍຫາຍ ຈາກພາຍຸໄຕ້ຝຸ່ນ Nesat ທີ່ຍັງຜົນ
ໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະຫາຍສາບ ສູນອີກ 35 ຄົນ.

ພາຍຸດັ່ງກ່າວ ໄດ້ພັດເຂົ້າຝັ່ງເມື່ອວັນອັງຄານວານນີ້ ທາງກໍ້າຝັ່ງຕາເວັນອອກຂອງເກາະໃຫຍ່
Luzon ແລະພັດຜ່ານເກາະດັ່ງກ່າວດ້ວຍລົມແຮງເຖິງ 140 ກິໂລແມດຕໍ່ຊົ່ວໂມງ. ລົມແຮງ
ໄດ້ເຮັດໃຫ້ຕົ້ນໄມ້ຫັກ ລົ້ມເດຍລະດາດ ແລະເກີດຄື້ນຟອງທະເລໃຫຍ່ປະທະຄູກັ້ນນໍ້າໃນ
ອ່າວມະນິລາ ໂດຍໄດ້ພາໃຫ້ເກີດນໍ້າຖ້ວມໂຮງໝໍແຫ່ງນຶ່ງ ຕຶກຮ້ານຄ້າທຸລະກິດຫລາຍໆ
ແຫ່ງ ແລະພ້ອມດ້ວຍສະຖານທູດສະຫະລັດ.

ປະຊາຊົນຫລາຍພັນຄົນໄດ້ຖືກຍົກຍ້າຍໜີຈາກເຮືອນຊານຂອງພວກເຂົາເຈົ້າລ່ວງໜ້າ ກ່ອນ
ພາຍຸດັ່ງກ່າວຈະພັດເຂົ້າເຖິງຝັ່ງ ແຕ່ແນວໃດກໍດີ ພວກໂຮງຮຽນ ພວກບໍລິການຂົນສົ່ງ ຕະຫລາດການເງິນແລະໂຮງການລັດຖະ ບານທີ່ຖືກບັງຄັບໃຫ້ປິດກິດຈະການນັ້ນກໍໄດ້ເປີດ
ຄືນໃນວັນພຸດມື້ນີ້ແລ້ວ.

ພາຍຸດັ່ງກ່າວນີ້ ໄດ້ເຄື່ອນອອກສູ່ທະເລຈີນໃຕ້ແລ້ວແລະຢູ່ໃນເສັ້ນທາງ ມຸ່ງໜ້າໄປຍັງຈີນ.

ໃນຂະນະດຽວກັນ ພວກພະຍາກອນອາກາດຟິລິບປິນກ່າວວ່າ ພາຍຸເຂດຮ້ອນອີກລູກນຶ່ງ ຈາກມະຫາສະມຸດປາຊິຟິກ ກໍຢູ່ໃນເສັ້ນທາງທີ່ຈະພັດເຂົ້າຝັ່ງຂອງເກາະລູຊອນ ໃນທ້າຍ ອາທິດນີ້

XS
SM
MD
LG