ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟີລິບປິນ ຈະຮັກສາສາຍພົວພັນກັບ ສະຫະລັດ ໄວ້ ແຕ່ຈະບໍ່ໃຫ້ການສະໜັບສະໜູນ


ກຸ່ມຊົນເຜົ່າ ຟີລິບປິນ ແລະ ພວກນັກເຄື່ອນໄຫວ ຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາຈູດທຸງ ສະຫະລັດ ຈຳລອງໃກ້ກັບທຳນຽບ
ປະທານາທິບໍດີ Malacanang, ນະຄອນຫຼວງ ມະນິລາ, ຟີລິບປິນ, 21 ຕຸລາ, 2016.
ກຸ່ມຊົນເຜົ່າ ຟີລິບປິນ ແລະ ພວກນັກເຄື່ອນໄຫວ ຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາຈູດທຸງ ສະຫະລັດ ຈຳລອງໃກ້ກັບທຳນຽບ ປະທານາທິບໍດີ Malacanang, ນະຄອນຫຼວງ ມະນິລາ, ຟີລິບປິນ, 21 ຕຸລາ, 2016.

ລັດຖະມົນຕີການຕ່າງປະເທດຂອງ ຟີລິບປິນ ກຳລັງອະທິບາຍກ່ຽວກັບສາຍພົວພັນກັບ ສະຫະລັດ ຂອງປະເທດຂອງເພິ່ນ, ສອງມື້ຫຼັງຈາກປະທານາທິບໍດີ Rodrigo Duterte ໄດ້ປະກາດ “ການແຍກທາງ” ຂອງທ່ານອອກຈາກ ວໍຊິງຕັນ ໃນລະຫວ່າງການຢ້ຽມຢາມ ນະຄອນຫຼວງ ປັກກິ່ງຢູ່ນັ້ນ.

ໃນຂະນະທີ່ເອີ້ນ ສະຫະລັດວ່າ ເປັນ “ເພື່ອນທີ່ໃກ້ຊິດທີ່ສຸດ” ຂອງ ຟີລິບປິນ, ລັດຖະມົນ ຕີການຕ່າງປະເທດ ທ່ານ Perfecto Yasay ໄດ້ກ່າວວ່າ ປະເທດຂອງທ່ານຕ້ອງໄດ້ແຍກ ອອກຈາກ “ອະດີດຫົວໜ້າລ້າຫົວເມືອງຂຶ້ນ” ຂອງຕົນເພື່ອຂະຫຍາຍການເຕີບໂຕຂອງ ຕົນ ແລະ ການພົວພັນຕ່າງປະເທດ.

ນັບຕັ້ງແຕ່ທ່ານໄດ້ຖືກຮັບເລືອກໃນເດືອນພຶດສະພາທີ່ຜ່ານມາ, ປະທາ ນາທິບໍດີ Duterte ໄດ້ດຳເນີນຄຳໝັ້ນສັນຍາສຳລັບການປາບປາມທົ່ວປະເທດ ກ່ຽວກັບ ຢາເສບຕິດ, ໂດຍ ໄດ້ຮັບການຕຳນິວິຈານຈາກບັນດາອົງການສິດທິມະນຸດ ແລະ ປະເທດຕ່າງໆລວມທັງ ສະ ຫະລັດ. ໃນການຕອບໂຕ້, ທ່ານໄດ້ຢຸດການຊ້ອມຮົບຮ່ວມກັບກອງກຳລັງ ສະຫະລັດ ແລະ ໄດ້ຫັນໄປຜູກມິດສາຍພົວພັນທີ່ໃກ້ຊິດກວ່າກັບ ປັກກິ່ງ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ກ່າວຄຳປາໄສ ໃນລະຫວ່າງ ການປະຊຸມການຄ້າ ແລະ ການລົງທຶນ ຟີລິບປິນ-ຈີນ ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນໃນນະຄອນຫຼວງ ປັກກິ່ງ. 20 ຕຸລາ, 2016.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ກ່າວຄຳປາໄສ ໃນລະຫວ່າງ ການປະຊຸມການຄ້າ ແລະ ການລົງທຶນ ຟີລິບປິນ-ຈີນ ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນໃນນະຄອນຫຼວງ ປັກກິ່ງ. 20 ຕຸລາ, 2016.

ໃນລະຫວ່າງການໃຫ້ຄຳປາໄສຂອງທ່ານ ຕໍ່ໜ້າບັນດາຜູ້ນຳດ້ານທຸລະກິດຂອງ ຈີນ ໃນ ສັບປະດາທີ່ຜ່ານມາ, ທ່ານ Duterte ໄດ້ກ່າວວ່າ “ອາເມຣິກາ ຕອນນີ້ໄດ້ສູນເສຍໄປ ແລ້ວ. ຂ້າພະເຈົ້າໄດ້ປັບປຸງຕົນເອງເຂົ້າກັບກະແສອຸດົມການຂອງພວກທ່ານ.”

ຕໍ່ມາທ່ານໄດ້ກ່າວວ່າ ທ່ານບໍ່ໄດ້ໝາຍຄວາມວ່າ ມະນິລາ ຈະຕັດສາຍພົວພັນທາງການ ທູດກັບ ສະຫະລັດ, ເຊິ່ງທ່ານ Yasay ໄດ້ກ່າວໃນການຂຽນຂໍ້ຄວາມລົງ Facebook ໃນ ວັນເສົາວານນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG