ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຕ້ຫວັນ ຊ້ອມລົບ ໃກ້ຊາຍແດນ ຟີລິບປິນ (ວີດິໂອ/ສະໄລດ໌)


ກອງທັບເຮືອຂອງໄຕ້ຫວັນໄດ້ຂົນເອົາຈະຫລວດແບບມາດຕະຖານ ຊະໜິດ II ໄປທໍາ ການຊ້ອມລົບຢູ່ເມືອງ Kaohsiung ຂອງໄຕ້ຫວັນໃນວັນທີ 16 ພຶດສະພາ 2013.
ກອງທັບເຮືອຂອງໄຕ້ຫວັນໄດ້ຂົນເອົາຈະຫລວດແບບມາດຕະຖານ ຊະໜິດ II ໄປທໍາ ການຊ້ອມລົບຢູ່ເມືອງ Kaohsiung ຂອງໄຕ້ຫວັນໃນວັນທີ 16 ພຶດສະພາ 2013.
ບັນຫາຂັດແຍ້ງກັນທາງການທູດລະຫວ່າງໄຕ້ຫວັນແລະຟີລິບ
ປິນໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນ ໃນວັນພະຫັດມື້ນີ້ໃນ
ຂະນະທີ່ກຸງໄທເປ ໄດ້ເລີ້ມທໍາການຊ້ອມລົບທາງທະຫານຢູ່ໃນ
ເຂດນ່ານນໍ້າທີ່ມີບັນຫາຂັດແຍ້ງກັນລະຫວ່າງສອງປະເທດ.

ການຊ້ອມລົບຂອງກອງທັບອາກາດແລະກອງທັບເຮືອ ຢູ່ໃນ
ບໍລິເວນຊ່ອງ ແຄບ Bashi ແມ່ນມີຂຶ້ນໃນເວລາ 1 ອາທິດ ລຸນ
ຫຼັງທີ່ໜ່ວຍຍາມຝັ່ງຂອງຟີລິບປິນ ໄດ້ຍິງຊາວປະມົງໄຕ້ຫວັນ
ອາຍຸ 65 ປີ ຄົນນຶ່ງເສຍຊີວິດໄປຊຶ່ງໄດ້ເຮັດໃຫ້ມີຄວາມໂກດ
ແຄ້ນ ຢູ່ໃນໄຕ້ຫວັນ.

ຄອບຄົວຂອງຊາວປະມົງທີ່ເສຍຊີວິດໄປ ແລະເຈົ້າໜ້າທີ່ໄຕ້ຫວັນໄດ້ປະຕິເສດ ທີ່ຈະ
ພົບກັບຜູ້ຕາງໜ້າສ່ວນຕົວຂອງປະທານາທິບໍດີຟີລິບປິນ ທີ່ຖືກສົ່ງໄປຍັງໄຕ້ຫວັນ ເພື່ອ
ທໍາການຂໍຂະມາໂທດ ສໍາລັບການເສຍຊີວິດຂອງຊາວປະມົງຄົນດັ່ງກ່າວ.

ທ່ານ Jiang Yihuah ນາຍົກລັດຖະມົນຕີໄຕ້ຫວັນໄດ້ປະຕິເສດຕໍ່ການຂໍຂະມາໂທດ
ຂອງປະທານາທິບໍດີ Benigno Aquino ເພາະມັນກ່າວເຖິງ ການຍິງກັນດັ່ງກ່າວນັ້ນ
ວ່າ ເປັນ “ເລື້ອງໂຊກບໍ່ດີ” ແລະກໍ “ບໍ່ໄດ້ຕັ້ງໃຈ.” ນອກນັ້ນ ໄຕ້ຫວັນຍັງໄດ້ປະຕິເສດຕໍ່
ຄຳຖະແຫຼງ ສະແດງຄວາມເສຍໃຈ ຕໍ່ເຫດການດັ່ງກ່າວ ຂອງເຈົ້າໜ້າທີ່ໃນລະດັບຕໍ່າ
ກວ່າ ທີ່ມີຂຶ້ນກ່ອນໜ້ານັ້ນ.

ໄຕ້ຫວັນໄດ້ອອກມາດຕະການລົງໂທດຕໍ່ຟີລິບປິນ ຊຶ່ງລວມທັງການຮຽກ ທູດຂອງຕົນ
ປະຈໍາກຸງມະນີລາກັບຄືນປະເທດ ແລະໂຈະການອອກໃບອະ ນຸຍາດສຳລັບຈ້າງພວກ
ຄົນງານຟີລິບປິນ.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ສະຫະລັດມີຄວາມເປັນຫ່ວງ
ຕໍ່ຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນລະຫວ່າງສອງປະເທດເພື່ອນບ້ານທີ່ມີປະຊາທິປະໄຕ
ແລະເປັນພັນທະມິດທີ່ໃກ້ຊິດຂອງຕົນດັ່ງກ່າວ. ສະຫະລັດໄດ້ຮຽກຮ້ອງໃຫ້ປະເທດທັງ
ສອງແກ້ໄຂບັນຫາການບໍ່ລົງຮອຍກັນແລະໃຫ້ຮັບປະກັນຄວາມປອດໄພກ່ຽວກັບການ
ເດີນເດີນເຮືອທາງທະເລ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ໜ່ວຍຍາມຝັ່ງຂອງຟີລິບປິນເວົ້າວ່າ ຕົນໄດ້ດຳເນີນການດັ່ງກ່າວ ເພື່ອເປັນການປ້ອງ
ກັນຕົວໃນເຫດຮ້າຍທີ່ເກີດຂຶ້ນ ໃນວັນພະຫັດແລ້ວນີ້ ຍ້ອນວ່າ ເຮືອຂອງຊາວປະມົງຜູ້ນັ້ນ
ກໍາລັງຈະແລ່ນເຂົ້າຕໍາເຮືອຂອງໜ່ວຍຍາມຝັ່ງ ຟີລິບປິນ. ສ່ວນໄຕ້ຫວັນ ໄດ້ປະຕິເສດຕໍ່
ການກ່າວຫາດັ່ງກ່າວ.

ໄຕ້ຫວັນ ແລະຟີລິບປິນ ຕະຫລອດທັງບຣູໄນ, ຈີນ, ມາເລເຊຍ ແລະຫວຽດນາມ ຕ່າງ
ກໍອ້າງກໍາມະສິດ ເອົາພາກສ່ວນຕ່າງໆ ໃນເຂດທະເລຈີນໃຕ້ ທີ່ອາດຈະອຸດົມສົມບູນ
ໄປດ້ວຍນໍ້າມັນແລະອາຍແກັສທໍາມະຊາດ.

ເບິ່ງປະມວນພາບກ່ຽວກັບຂ່າວນີ້:

XS
SM
MD
LG