ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພາຍຸນົກເຕັນ ປະທະ ຟີລິບປິນ ຕາຍ 20


ພວກແມ່ຍິງຟີລິບປິນຈຸນຶ່ງທີ່ອູ້ມລູກເຕົ້າ ພາກັນຍາງຜ່າຝົນຕົກໜັກ ບົນຖະໜົນສາຍໜຶ່ງ ໃນເຂດຊານນະຄອນຫລວງມານີລາ,
ວັນທີ 26 ກໍລະກົດ 2011.
ພວກແມ່ຍິງຟີລິບປິນຈຸນຶ່ງທີ່ອູ້ມລູກເຕົ້າ ພາກັນຍາງຜ່າຝົນຕົກໜັກ ບົນຖະໜົນສາຍໜຶ່ງ ໃນເຂດຊານນະຄອນຫລວງມານີລາ, ວັນທີ 26 ກໍລະກົດ 2011.

ຢ່າງ​ໜ້ອຍ​ປະຊາຊົນ 20 ຄົນ​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນ​ໄປ​ຕື່ມ​ອີກ 9 ຄົນ​ໃນ​ຂະນະ​ທີ່ລົມພາຍຸ​ເຂດຮ້ອນ​ຫົວນຶ່ງ​ພັດຜ່ານ​ເກາະ​ໃຫຍ່ Luzon ຂອງ​ຟີ​ລິບ​ປິນ​ໃນ​ວັນ​ພຸດ​ມື້​ນີ້.

ລົມພາຍຸ​ເຂດຮ້ອນນົກ​ເຕັນໄດ້ພັດຂຶ້ນຝັ່ງພ້ອມຝົນຕົກໜັກແລະ​ລົ​ມແຮງ​ເຖິງ 95 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງໃນບາງໄລຍະນັ້ນລົມ​ໄດ້ພັດ​ແຮງ​ເຖິງ 120 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ທ່ານ Benito Ramos ຫົວໜ້າ​ສະພາ​ຫຼຸດຜ່ອນ​ການ​ສ່ຽງ​ໄພພິບັດແລະຄຸ້ມຄອງແຫ່ງຊາດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 640 ພັນ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລົມພາຍຸນົກ​ເຕັນ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ອາ​ໄສ​ຢູ່​ໃນ​ແຂວງ Albay ​ຊຶ່ງເປັນແຂວງແຄມ​ທະ​ເລ.

ພວກ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ຫລາຍ​ສິບ​ຖ້ຽວ​ໄດ້​ຖືກ​ລົບ​ລ້າງ ​ໃນ​ຂະນະ​ດຽວ​ກັນ​ພວກ​ໂຮງ
ຮຽນ​ແຫ່ງ​ຕ່າງໆ​ໃນ​ກຸງ​ມາ​ນີລາ​ໄດ້​ປິດ​ລົງ​ເພື່ອ​ເປັນ​ການ​ປ້ອງ​ກັນ​ລ່ວງ​ໜ້າ.

ຄາດ​ວ່າ​ລົມພາຍຸ​ຫົວ​ນີ້​ຈະ​ເຄື່ອນ​ໄປ​ສູ່​ທະ​ເລ​ຈີນ​ໃຕ້​ໃນ​ແລງ​ວັນ​ພຸດ​ມື້​ນີ້.

ນົກ​ເຕັນ​ເປັນ​ຊື່​ນົກ​ຊະນິດ​ໜຶ່ງ​ຂອງ​ລາວ ​ເປັນ​ລົມພາຍຸ​ຝົນ​ຫົວ​ທີ 10 ທີ່ພັດຖະຫຼົ່ມປະ​ເທດ​ຟີ​
ລິບປິນໃນ​ປີ​ນີ້. ຟີ​ລິບ​ປິນຖືກ​ລົມພາຍຸ​ຖະຫຼົ່ມຄິດ​ສະ​ເລ່ຍ​ຈໍານວນແລ້ວ​ປີ​ໜຶ່ງ 20​ ເທື່ອ.

XS
SM
MD
LG