ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ຟີລິບປີນ ຢ້ຽຢາມ ເມືອງ Zamboanga (ສະໄລດ໌/ວີດີໂອ)


ຊາກຮັກພັງຂອງເຮືອນ ແລະລົດທີ່ຖືກໄຟໄໝ້ ຈາກການສູລົບກັນ ລະຫວ່າງທະຫານລັດຖະບານ ແລະພວກກະບົດມຸສລິມ
ຊາກຮັກພັງຂອງເຮືອນ ແລະລົດທີ່ຖືກໄຟໄໝ້ ຈາກການສູລົບກັນ ລະຫວ່າງທະຫານລັດຖະບານ ແລະພວກກະບົດມຸສລິມ
ປະທານາທິບໍດີ ຟີ​ລິບ​ປີນ ທ່ານ Benigno Aquino ກໍາລັງ​
ຢ້ຽມຢາມ​ຫົວເມືອງແຫ່ງ​ນຶ່ງ ​ໃນພາກ​ໃຕ້ຂອງ​ປະ​ເທດ ບ່ອນ​ທີ່​
ພວກ​ກະບົດມຸສລິ​ມ ຊຶ່ງ​ປະກົດ​ວ່າ ​ຕໍ່ຕ້ານການເຈລະຈາສັນຕິ
ພາບ​ນັ້ນ ​ໄດ້ເຂົ້າຍຶດ​ເອົາ​ຫຼາຍໆ​ຄຸ້ມແລະ​ຈັບ​ເອົາ​ພົນລະ​ເຮືອນ
​ໄວ້ເປັນ​ໂຕ​ປະກັນນັ້ນ.

​ໂຄສົກ​ປະທານາທິບໍດີ ກ່າວ​ຢູ່​ໃນ Twitter ວ່າ ທ່ານ Aquino ​ໄດ້ໄປ​ເຖິງເມືອງ Zamboanga ​ໃນຕອນ​ເຊົ້າ​ວັນ​ສຸກມື້ນີ້ “​ເພື່ອ​ຊັ່ງຊາ​ເບິ່ງສະຖານະ​ການຢູ່​ທີ່​ນັ້ນ ດ້ວຍ​ຕົນ​ເອງ”. ​ເມືອງ Zamboanga ເປັນ​ທ່າ​ເຮືອ​ສໍາຄັນ​ ທີ່​ມີ​ພົນລະ​ເມືອງ ເກືອບ 1 ລ້ານ​ຄົນ.

ທະຫານ​ຟະ​ລິບ​ປີນ ຢູ່​ທີ່​ນັ້ນ ພວມ​ສູ້​ລົບ​ກັບ​ພວກ​ກະບົດປະມານ 200 ຄົນ ທີ່​ພົວພັນ​ກັບ​ກຸ່ມແນວ​ໂຮມ​ປົດ​ປ່ອຍ​ຊາດ Moro ຫລື MNLF ​ໄດ້​ບຸກ​ໂຈມ​ຕີ​ເມືອງ​ດັ່ງກ່າວໃນ​ວັນ​ຈັນຜ່ານ​ມາ ​ແລະ​ກໍ​ໄດ້​ຈັບຕົວປະກັນຈຳນວນ​ນຶ່ງ ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເພື່ອ​ໃຊ້ເປັນ​ເກາະກໍາບັງນັ້ນ.



ຢ່າງ​ໜ້ອຍ 9 ຄົນ​ໄດ້​ເສຍ​ຊີວິດ​ໃນການ​ສູ້​ລົບ ທີ່ບັງຄັບ​ໃຫ້​ຊາວ ​ເມືອງ​ປະມານ 13 000 ຄົນ​ພາກັນ​ຫລົບໜີ​ໄປ​.

ນອກ​ນັ້ນການ​ປະ​ທະ​ກັນ​ຍັງໄດ້ເກີດ​ຂື້ນ​ຢູ່​ທີ່​ເກາະ Basilan ຊຶ່ງ ຕັ້ງຢູ່​ໃກ້​ຄຽງ ບ່ອນ​ທີ່​ພວກ​ກະບົດ ໄດ້​ທຳ​ການໂຈມ​ຕີ​ເປົ້າໝາຍ​ທາງທະຫານ ປັນ​ເວລາ​ສອງ​ວັນ. ທະຫານ​ຟີ​ລິບ​ປີນ ກ່າວ​ວ່າ ​ທະ​ຫານ ​ໄດ້​ຕ້ານຢັນ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ເປັນ​ເວລາ​ສອງ​ຊົ່ວ​ໂມງ ​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ​ທີ່​ເມືອງ Lamitan. ລາຍ​ງານ​ກ່າວ​ວ່າ ທະຫານ 6 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກຸ່ມ MNLF ແມ່ນໄດ້ພະຍາຍາມມາດົນນານແລ້ວ ເພື່ອຊອກສະ​ແຫ​ວງຫາຊ່ອງ​ທາງ​ໃນການ​ປົກຄອງ​ຕົນ​ເອງ​ຫຼາຍຂຶ້ນໃນເຂດພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງສ່ວນໃຫຍ່ ມີຊາວ
ມຸສລິມອາໄສຢູ່ນັ້ນ ບ່ອນທີ່ໄດ້ມີຫຼາຍກ່ວາ 150 ພັນຄົນລົ້ມຕາຍຍ້ອນການ​ກໍ່​ກະບົດທີ່​
ດຳ​ເນີນ​ມາ​ເປັນ​ເວລາ 4 ທົດ​ສະ​ວັດ.

philippines
please wait
Embed

No media source currently available

0:00 0:00:32 0:00



XS
SM
MD
LG