ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຟີລິບປິນ ກຽມຮັບມື ລົມໄຕ້ຝຸ່ນ ຣາມມະສູນ


ຊາວບ້ານໄດ້ພາກັນ ມັດເຮືອ ຂອງພວກເຂົາເຈົ້າໄວ້ ໃນບໍລິເວນ ທີ່ປອດໄພ ຢູ່ເມືອງ Cavite ຝັ່ງທະເລພາກໃຕ້ຂອງ ມານີລາ ເມື່ອວັນທີ 15 ກໍລະກົດ 2014.
ຊາວບ້ານໄດ້ພາກັນ ມັດເຮືອ ຂອງພວກເຂົາເຈົ້າໄວ້ ໃນບໍລິເວນ ທີ່ປອດໄພ ຢູ່ເມືອງ Cavite ຝັ່ງທະເລພາກໃຕ້ຂອງ ມານີລາ ເມື່ອວັນທີ 15 ກໍລະກົດ 2014.

ປະຊາຊົນຫຼາຍພັນຄົນ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ
​ຟີ​ລິບ​ປິນ ​ໄດ້​ຖືກ​ຍົກຍ້າຍ ອອກ​ຈາກເຮືອນຊານ ​ຂອງພວກ
ເຂົາ​ເຈົ້າກ່ອນ​ໜ້າການ​ໄປເຖິງ​ຂອງໄຕ້ຝຸ່ນ​ຫົວທຳ​ອິດໃນ​ລະ
ດູ​ລົມໄຕ້ຝຸ່ນຂອງ​ປະ​ເທດ ໃນປີນີ້.

​ໄຕ້​ຝຸ່ນ ຣາມມະ​ສູນ (Rammasun) ຊຶ່ງມີລົມແຮງ​ເຖິງ 150
ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ມີ​ກຳນົດ​ຈະພັດຂຶ້ນຝັ່ງຢູ່​ເຂ​ດ​ Bicol ທີ່​
ທຸກ​ຍາກຂອງປະເທດ ​ໃນ​ວັນ​ອັງຄານ​ມື້​ນີ້.

ບັນ​ດາ​ເຈົ້າໜ້າ​ທີ່ ໄດ້ຟ້າວ​ຟັ່ງ ​ຍົກຍ້າຍ​ປະຊາ​ຊົນ​ຫຼາຍໝື່ນ​ຄົນ
​ອອກ​ຈາກ​ບໍລິ​ເວນ​ທີ່​ມັກເກີດ​ໄພ​ນ້ຳ​ຖ້ວມ ແລະດິນ​ເຈື່ອນ​ໄປ​ຢູ່​
ສູນ​ຫລົບໄພແຫ່ງຕ່າງໆ.

ໄຕ້ຝຸ່ນ ຣາມມະສູນ
ໄຕ້ຝຸ່ນ ຣາມມະສູນ

ຖ້ຽວບິນ​ພາຍ​ໃນປະ​ເທດ ຫຼາຍສິບ​ຖ້ຽວ​ໄດ້​ຖືກ​ຍົກເລີກ ​ແລະ​
ໂຮງຮຽນຫຼາຍໆ​ແຫ່ງ​ໄດ້​ຖືກປິດລົງ. ​ການຂົນ​ສົ່ງທາງ​ທະ​ເລກໍ
ໄດ້ຖືກ​ປິດ​ໝົດ ​ເຊັ່ນ​ກັນ ເຮັດ​ໃຫ້ຜູ້ໂດຍສານ ​ເຮືອຂ້າມ​ຟາກ
ຫຼາຍຮ້ອຍ​ຄົນ ຕົກ​ຄ້າງ​ຢູ່ຕາມ​ທ່າ​ເຮືອຕ່າງໆ.

ໄຕ້ຝຸ່ນ Rammasun ທີ່ມີຄວາມ​ໝາຍ​ວ່າ “ເທບພະ​ເຈົ້າແຫ່ງ
​ຟ້າຮ້ອງ”
ໃນ​ພາສາ​ໄທ ​ໄດ້ເພີ້​ມຄວາມ​ແຮງຂຶ້ນ​ ໃນ​ຄ່ຳຄືນຂອງ​
ວັນ​ຈັນ​ວານ​ນີ້ ​ຈາກລົມພາ​ຍຸ​ເຂດ​ຮ້ອນ ​ມາ​ເປັນ​ລົມໄຕ້​ຝຸ່ນ.

ຄາດ​ວ່າ​ລົມໄຕ້​ຝຸ່ນ​ດັ່ງກ່າວ ​ຊຶ່ງ​ເປັນ​ໄຕ້​ຝຸ່ນ​ ມີຄວາມແຮງອັນດັບໜຶ່ງ ຈະພັດເຂົ້າຖະ​ຫລົ່ມ
ນະຄອນຫລວງມາ​ນີລາ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ ແລະມັກ​ເກີດ​ໄພນ້ຳ​ຖ້ວມ
ງ່າຍ​ນັ້ນ​ ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້​ອື່ນ​.

ມີລົມພາຍຸຂະໜາດໃຫຍ່ປະມານ 20 ຫົວ ພັດຖະຫຼົ່ມ​ປະ​ເທດ​ຟີ​ລິບ​ປິນ​ໃນແຕ່ລະ​ປີ. ບາງເຂດຂອງ​ປະ​ເທດດັ່ງກ່າວ ​ຍັງກຳລັງ​ຟື້ນຕົວຄືນ​ຈາກ​ໄຕ້​ຝຸ່ນ Haiyan ໃນ​ປີ​ແລ້ວ​ນີ້
ທີ່​ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 6,300 ຄົນ​ ຍ້ອນຟອງນ້ຳ​ທະເລທີ່ໃຫຍ່ ຄືກັນກັບ
ຄື້ນຟອງຊູ​ນາ​ມິນັ້ນ.

XS
SM
MD
LG