ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟີລິບປິນວ່າ ວິກິດການ ຢູ່ເມືອງ Zamboanga ສິ້ນສຸດ ລົງແລ້ວ (ສະໄລດ໌/ວີດີໂອ)


ຜູ້ຕ້ອງສົງໄສ ເປັນກະບົດມຸສລິມ ທີ່ທະຫານເວົ້າວ່າ ຖືກຈັບໄດ້ ຫລືບໍ່ກໍຍອມຈຳນົນ ຖືກສົ່ງໂຕໄປໃຫ້ການ ຢູ່ປ້ອມຕຳຫຼວດ ທີ່ເມືອງ Zamboanga ໃນພາກໃຕ້ຟີລິນ (26 ກັນຍາ 2013)
ຜູ້ຕ້ອງສົງໄສ ເປັນກະບົດມຸສລິມ ທີ່ທະຫານເວົ້າວ່າ ຖືກຈັບໄດ້ ຫລືບໍ່ກໍຍອມຈຳນົນ ຖືກສົ່ງໂຕໄປໃຫ້ການ ຢູ່ປ້ອມຕຳຫຼວດ ທີ່ເມືອງ Zamboanga ໃນພາກໃຕ້ຟີລິນ (26 ກັນຍາ 2013)
ເຈົ້າໜ້າທີ່ຟີລິບປິນກ່າວວ່າ ໂຕປະກັນທັງໝົດທີ່ຖືກຈັບໂດຍພວກ
ກະບົດມຸສລິມ ຢູ່ເມືອງ Zamboanga ໃນລະຫວ່າງການສູ້ລົບກັນ ກັບກຳລັງທະຫານລັດຖະບານເປັນເວລາເກືອບ 3 ອາທິດນັ້ນຖືກ
ປ່ອຍໃຫ້ເປັນອິດສະຫຼະແລ້ວ.

ພວກເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າໂຕປະກັນທັງໝົດ 195 ຄົນ
ແມ່ນໄດ້ພາກັນຫຼົບໜີ ຖືກເຈົ້າໜ້າທີ່ຊ່ອຍອອກມາ ຫຼືບໍ່ກໍຖືກປ່ອຍ ໂດຍພວກກະບົດຈາກກຸ່ມແນວໂຮມປົດປ່ອຍຊາດໂມໂຣ.

ກອງທັບຟີລິບປິນ ກ່າວວ່າ ມີພວກກະບົດຫຼາຍກວ່າ 165 ຄົນ ທະ
ຫານ ແລະຕຳຫຼວດອີກ 23 ຄົນ ກໍໄດ້ເສຍຊີວິດ ໃນການສູ້ລົບກັນ
ດັ່ງກ່າວ.



ແຕ່ແນວໃດກໍຕາມເຈົ້າໜ້າທີ່ຟີລິບປິນກ່າວວ່າ ມີມືປືນຈຳນວນນຶ່ງຍັງພາກັນຫຼົບລີ້ແລະພວມ ຖືກຕາມລ່າ ໂດຍທະຫານລັດຖະບານ.

ຂະນະດຽວກັນກອງທັບຟີລິບປິນເວົ້າວ່າ ຕົນພວມພິຈາລະນາເບິ່ງວ່າຜູ້ນຳຂອງພວກກະບົດ ທ້າວ Habier Malik ຫລົບລີ້ຢູ່ໃສແທ້.

ປະຊາຊົນໃນເມືອງ Zamboanga ຫລາຍກວ່າ 100,000 ຄົນ ຄືປະມານນຶ່ງສ່ວນສິບ ຂອງ ປະຊາຊົນທັງໝົດໃນເມືອງດັ່ງກ່າວ ໄດ້ຖືກບັງຄັບ ໃຫ້ອົບພະຍົບຫລົບໜີໄປຈາກເຮືອນຊານ ບ້ານຊ່ອງຂອງພວກເຂົາເຈົ້າໃນລະຫວ່າງທີ່ເກີດການຍິງຕໍ່ສູ້ກັນ. ເຈົ້າໜ້າທີ່ເວົ້າວ່າ ມີເຮືອນ 10,000 ຫຼັງໄດ້ຖືກທຳລາຍ.

Philippines Rebels
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG