ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟິລິບ​ປິນ ກ່າວວ່າ ພວກກະບົດ MILF ມອບອາວຸດ ແລະ ປົດປະຈຳການນັກລົບ


ປະທານາທິບໍດີ ຟິລິບປີນ ທ່ານ Benigno Aquino (ຊ້າຍເສື້ອເຫລືອງ) ໂອ້ລົມກັບຜູ້ນຳທາງສາສະໜາ .
ປະທານາທິບໍດີ ຟິລິບປີນ ທ່ານ Benigno Aquino (ຊ້າຍເສື້ອເຫລືອງ) ໂອ້ລົມກັບຜູ້ນຳທາງສາສະໜາ .

ພວກກະບົດ​ມຸສລິ​ມ ຟິລິບ​ປິນກຸ່ມ​ນຶ່ງ ​ໄດ້ໃຫ້ພວກ​ນັກ​ລົບຂອງ
ຕົນ​ຫລາຍ​ສິບຄົນ​ອອກ​ບຳນານ​ ແລະ​ໄດ້​ມອບ​ອາວຸດ​ໂຈມ​ຕີ​ຈຳ
ນວນ​ນຶ່ງ​ ໃຫ້​ແກ່ລັດຖະບານ ອັນ​ເປັນ​ພາກສ່ວນນຶ່ງຂອງ​ພິທີ
ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໝາຍ​ ໄປ​ສູ່​ການ​ສ້າງສັນ​ຕິ
​ພາບ ທີ່ພວມຕົກຢູ່ໃນສະພາບບໍ່ໄປບໍ່ມາ.

​ປະທານາທິບໍດີ Benigno Aquino ​ໄດ້​ຮ່ວມພິທີໃນ​ວັນ​ອັງ
ຄານ​ມື້​ນີ້ ​ໃນ​ຂະນະ​ທີ່ກຸ່ມແນວໂຮມປົດປ່ອຍສາສະໜາ​ອິສລາມ
Moro ຫລື MILF ​ໄດ້​ປົດປະຈຳການ ອາວຸດປືນ 75 ກະບອກ
ຮວມທັງ​ປືນ​ຄົກ ​ແລະ ປືນຍິງລູກ​ຈະ​ຫລວດ ​ແລະ​ປົດປະຈຳ
ການກອງ​ໂຈນ 145 ຄົນໃຫ້ໃຊ້​ຊີວິດເປັນ​ພົນລະ​ເຮືອນ.

ທ່ານ Aquino ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຮູ້ເຫັນ​ເປັນ​ພິຍານໃນ​ມື້​ນີ້ ​ເປັນ​ການສະ​ແດງ​ອອກ
​ມາ​ໃຫ້​ເຫັນ​ຢ່າງ​ຈະແຈ້ງໃນການເຂົ້າຮ່ວມແບບບໍ່ມີການສົງໄສ ​ແລະ​ຊື່​ສັດ​ຂອງກຸ່ມ MILF
​ໃນ​ການ​ເຈລະ​ຈາ​ສັນ​ຕິ​ພາບ ຂອງພວກເຮົາ ​ແລະ​ການ​ກະກຽມ​ຂອງ​ເຂົາ​ເຈົ້າ​ທີ່ ​ຈະ​ປະລະ
ເສັ້ນທາງ​ຂອງ​ຄວາມ​ຮຸນ​ແຮງ.”

ການ​ປົດ​ປະຈຳການດັ່ງກ່າວນີ້ ​ແມ່ນໄດ້ຮຽກ​ຮ້ອງ​ມີຂຶ້ນ ​ເປັນ​ພາກສ່ວນນຶ່ງຂອງ​ຂໍ້ຕົກລົງ
ຢຸດຍິງທີ່ສຳຄັນ ​ປີ 2014 ​ລະຫວ່າງກຸ່ມ MILF ​ແລະ​ລັດຖະບານແຫ່ງ​ຊາດ ທີ່​ໄດ້​ເຮັດໃຫ້
ການສູ້ລົບ​ເປັນເວລາຫລາຍ​ສິບປີ​ ສິ້ນສຸດລົງຢ່າງເປັນທາງ ການ ທີ່​ໄດ້​ເຮັດ​ໃຫ້​ກວ່າ
120,000 ຄົນ​ເສຍ​ຊີວິດ.

ທັງ​ສອງ​ຝ່າຍ​ຫວັງ​ວ່າ ການສະ​ແດງ​ອອກ​ມາ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ຈະ​ຊ່ວຍ​ເຮັດ​ໃຫ້ບັນ
ດາຜູ້​ແທນ​ຟິລິບ​ປີນ​ ປ​ະຕິ​ບັດ​ງານ​ຢ່າງ​ເຕັມທີ່ ໃນອີກ​ພາກສ່ວນນຶ່ງ​ຂອງ​ຂໍ້​ຕົກລົງ​ສັນຕິ​
ພາບ ນັ້ນກໍຄືໃຫ້ການອະນຸມັດຕໍ່​ຮ່າງ​ກົດໝາຍ ໂອນ​ການ​ປົກຄອງ​ຕົນ​ເອງ​ໃຫ້​ແກ່ຊາວ​
ມຸສລິ​ມຊຶ່ງເປັນຊົນກຸ່ມ​ໃຫຍ່​ຢູ່​ໃນເຂດ​ພາກ​ໃຕ້ຂອງປະເທດ.

ບັນດາ​ສະມາຊິກສະພາ ​ໃນ​ເດືອນ​ນີ້​ ບໍ່ສາມາດຮັບ​ຜ່ານ ຮ່າງກົດ​ໝາຍ​ພື້ນຖານ Bangsamoso ສ່ວນນຶ່ງແມ່ນເປັນຍ້ອນປະຊາຊົນມີຄວາມ​ຄຽດ​ແຄ້ນ ຕໍ່​ເຫດຮ້າຍໃນ
​ເດືອນ​ມັງ​ກອນ ທີ່ໜ່ວຍ​ກ້າ​ຕາຍຂອງ​ລັດຖະບານ 44 ຄົນ​ ໄດ້​ຖືກ​ສັຫານ​ ໂດຍພວກ​ກະ
ບົດ MILF.

XS
SM
MD
LG