ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະຊາຊົນ ຟີລິບປິນ ສະເຫຼີມສະຫຼອງວັນ ຂັບໄລ່ຜູ້ນຳຜະເດັດການ ລົງຈາກອຳນາດ


ພວກປະທ້ວງ ຍົກປ້າຍຂໍ້ຄວາມຂອງລາວຂຶ້ນ ໃນລະ
ຫວ່າງການຊຸມນຸມທີ່ສຸສານວິລະຊົນ ເພື່ອປະທ້ວງ ການຝັງສົບຂອງຜູ້ນຳຜະເດັດການຂອງ ຟີລິບປິນທ່ານ Ferdinand Marcos ໃສ່ສະຖານທີ່ດັ່ງກ່າວ.
ພວກປະທ້ວງ ຍົກປ້າຍຂໍ້ຄວາມຂອງລາວຂຶ້ນ ໃນລະ ຫວ່າງການຊຸມນຸມທີ່ສຸສານວິລະຊົນ ເພື່ອປະທ້ວງ ການຝັງສົບຂອງຜູ້ນຳຜະເດັດການຂອງ ຟີລິບປິນທ່ານ Ferdinand Marcos ໃສ່ສະຖານທີ່ດັ່ງກ່າວ.

ຜູ້ປະທ້ວງຫຼາຍພັນຄົນໄດ້ເຕົ້າໂຮມກັນໃນນະຄອນຫຼວງ ມະນິລາ ຂອງ ຟີລິບປິນ ໃນວັນ ເສົາວານນີ້ ເພື່ອເຫຼີມສະຫຼອງວັນຄົບຮອບຂອງການປະຕິວັດອຳນາດປະຊາຊົນ ທີ່ໄດ້ ເຮັດໃຫ້ຜູ້ນຳຜະເດັດການທ່ານ Ferdinand Marcos ອອກຈາກຕຳແໜ່ງເມື່ອ 31 ປີທີ່ ຜ່ານມາ.

ພວກປະທ້ວງໄດ້ເດີນຂະບວນຜ່ານຖະໜົນຫຼາຍສາຍໄປຫາສະຖານທີ່ສັກສິດ ປະຊາທິ ປະໄຕອຳນາດປະຊາຊົນໃນນະຄອນຫຼວງ ມະນິລາ, ເຊິ່ງຖືກຂີດໝາຍເປັນຈຸດທີ່ຊາວ ຟີ ລິບປິນ ຫຼາຍລ້ານຄົນໄດ້ໄປເຕົ້າໂຮມກັນໃນປີ 1986, ໃນການລຸກຂຶ້ນຍຶດອຳນາດ ເພື່ອ ຂັບໄລ່ທ່ານ Marcos ອອກຈາກຕຳແໜ່ງ.

ການລຸກຂຶ້ນຍຶດອຳນາດຕໍ່ມາ ໄດ້ເປັນຕົວຢ່າງສຳລັບການປະຕິວັດແບບສັນຕິໃນທົ່ວໂລກ ແລະ ໄດ້ເຮັດໃຫ້ການປົກຄອງ​ 20 ທີ່ຖືກໝາຍໂດຍການສໍ້ລາດບັງຫຼວງ, ຂ່າວນອງນັນ ແລະ ການລະເມີດສິດທິມະນຸດສິ້ນສຸດລົງ.

ເຫດການດັ່ງກ່າວແມ່ນຖືກສະເຫຼີມສະຫຼອງທຸກໆປີໃນ ຟີລິບປິນ, ເຖິງແມ່ນວ່າພິທີສະ ເຫຼີມສະຫຼອງຂອງລັດຖະບານໃນປີນີ້ຈະມີຄວາມສະຫຼງົບງຽບກໍຕາມ, ແລະ ປະທານາ ທິບໍດີິ ທ່ານ Rodrigo Duterte ກໍບໍ່ໄດ້ເຂົ້າຮ່ວມໃນງານດ້ວຍ.

ໃນທາງກົງກັນຂ້າມທ່ານໄດ້ເລືອກທີ່ຈະໃຊ້ເວລາວັນພັກທ້າຍສັບປະດາຢູ່ບ້ານຂອງ ທ່ານ ໃນເມືອງ Davao ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ.

ທ່ານ Duterte ໃນປີກາຍນີ້, ທ່ານໄດ້ອະນຸຍາດສົບຂອງທ່ານ Marcos ຖືກຝັງຢູ່ໃນສຸ ສານຂອງວິລະຊົນ, ເຊິ່ງໄດ້ນຳໄປສູ່ການຄັດຄ້ານຢ່າງຮຸນແຮງໃນບັນດາປະຊາຊົນ ຟີ ລິບປິນ ຜູ້ທີ່ຕໍ່ຕ້ານຜູ້ນຳຜະເດັດການ.

ພວກຜູ້ສະໜັບສະໜູນທ່ານ Duterte ໄດ້ຈັດການຊຸມນຸມຂອງພວກເຂົາເຈົ້າເອງໃນນະ ຄອນຫຼວງ ມະນິລາ ໃນວັນເສົາວານນີ້, ໄດ້ອວຍພອນສົງຄາມຕໍ່ຕ້ານຢາເສບຕິດຂອງ ທ່ານ Duterte ໃຫ້ປະສົບຄວາມສຳເລັດ, ເຊິ່ງສົງຄາມດັ່ງກ່າວໄດ້ນຳໄປສູ່ການຂ້າຜູ້ ຕ້ອງສົງໄສຄ້າຢາເສບຕິດທີ່ຖືກລາຍງານວ່າມີຢ່າງໜ້ອຍ 2,555 ຄົນນັບຕັ້ງແຕ່ທ່ານໄດ້ ເຂົ້າດຳລົງຕຳແໜ່ງໃນປີກາຍນີ້. ອີກ 4,000 ຄົນໄດ້ຖືກຂ້າຕາຍໃນລະຫວ່າງການປາບ ປາມພາຍໃຕ້ສະຖານະການທີ່ບໍ່ໄດ້ຖືກອະທິບາຍ.

XS
SM
MD
LG