ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ ຟິລິບປິນ ປ່ອຍໂຕປະກັນ ອອສເຕຣເລຍ (ວີດີໂອ)


ທະຫານອາເມຣິກັນ ຊ່ອຍໂຕປະກັນຊາວອອສເຕຣເລຍ ທີ່ຫາກໍຖືກປ່ອຍ ທ່ານ Warren Richard Rodwell ລຸນຫຼັງລົງຈາກເຮຣີຄອບເຕີ້ ທີ່ຄ້າຍທະຫານ ໃນເມືອງ Zamboanga (23 ມີນາ 2013)
ທະຫານອາເມຣິກັນ ຊ່ອຍໂຕປະກັນຊາວອອສເຕຣເລຍ ທີ່ຫາກໍຖືກປ່ອຍ ທ່ານ Warren Richard Rodwell ລຸນຫຼັງລົງຈາກເຮຣີຄອບເຕີ້ ທີ່ຄ້າຍທະຫານ ໃນເມືອງ Zamboanga (23 ມີນາ 2013)
ບັນດາ​ເຈົ້າໜ້າ​ທີ່ ​ໃນພາກ​ໃຕ້​ຂອງ​ຟິລິບ​ປີນ ກ່າວ​ວ່າ ​ແກັ່ງທີ່​ເປັນ
​ເຄືອຂ່າຍ ຂອງ​ກຸ່ມກໍ່​ການ​ຮ້າຍ Al-Qaida ​ໄດ້​ປ່ອຍ​ໂຕ​ປະກັນ
ຊາວອອສ​ເຕຣ​ເລຍຄົນ​ນຶ່ງ​ ທີ່​ຖືກ​ຈັບ​ໂຕ​ໄວ້​ເປັນ​ເວລາ 15 ​ເດືອນ.

ທ່ານ Warren Rodwell ​ອ​ະດີດ​ທະຫານອອສ​ເຕ​ເລຍ ​ໄດ້​ຖືກ​
ປ່ອຍ ​ໃນ​ຕອນ​ເຊົ້າ​ມືດ ຂອງ​ວັນ​ເສົາມື້​ນີ້ ​ໃກ້​ກັບ​ເມືອງ Pagadian
ທີ່​ເກາະ Mindanao. ທ່ານໄດ້​ຖືກ​ລັກພາ​ໂຕ​ໄປ ໂດຍ​ກຸ່ມ​ຫົວ​
ຮຸນ​ແຮງມຸສລິ​ມ Abu Sayyaf ​ໃນ​ເດືອນ​ທັນວາ​ປີ 2011 ຢູ່ທີ່​
ເຮືອນຂອງ​ລາວ ຊຶ່ງ​ຕັ້ງ ຢູ່​ທາງພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ
Pagadian ບ່ອນ​ທີ່​ລາວ​ຢູ່​ກັບ​ພັນ​ລະ​ຍາ​ຂອງ​ລາວ.

ຕໍາຫລວດ​ກ່າວ​ວ່າ ທ່ານ Rodwell ອາຍຸ 54 ປີ ຢູ່​ໃນ​ສະພາບ​ທີ່ຈ່​ອຍ ຜອມ ​ແຕ່​ວ່າ ມີ​ຈິດ​ໃຈ​ເຂັ້ມ​ແຂງດີ.

ລັດຖະມົນ​ຕີ​ການ​ຕ່າງປະ​ເທດອອສ​ເຕຣ​ເລຍ ທ່ານ Bob Carr ​ໄດ້ສະ ແດງຄວາ​ມຍິນ​ດີ​ ກ່ຽວ​ກັບການ​ປ່ອຍ​ທ່ານ Rodwell ​ແລະ​ຂອບ​ໃຈຕໍ່ ລັດຖະບານ​ຟິລິບ​ປິນໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າທີ່​ພາ​ໃຫ້​ມີການ ປ່ອຍ​ໂຕດັ່ງກ່າວ. ປະ​ເທດ​ທັງ​ສອງບໍ່ໄດ້ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ມີການ ຈ່າຍເງິນ​ຄ່າ​ໄຖ່​ຫລື​ບໍ່.

Philippines Hostage
please wait
Embed

No media source currently available

0:00 0:00:33 0:00

ກຸ່ມ​ຫົວ​ຮຸນ​ແຮງ Abu Sayyab ແມ່ນ​ມີ​ຊື່​ສຽງ​ບໍ່​ດີ ໃນ​ການ​ລັກພາ​ໂຕ​ຊາວ​ຕ່າງ​ດ້າວ ​ແລະ​ຈັບໂຕ​ຂອງ​ເຂົາ​ເຈົ້າໄວ້ເພື່ອ​ຮຽກ​ຄ່າ​ໄຖ່. ເວລາ​ນີ້ ພວກເຂົາ​ເຈົ້າ​ຍັງ​ກັກ​ໂຕຊາວ​ສະ​ວິສຄົນ​ນຶ່ງ ຊາວດັດ​ຄົນ​ນຶ່ງ ​ແລະຊາວຍີ່ປຸ່ນຄົນ​ນຶ່ງ​ໄວ້ ທີ່ເກາະ Jolo ​ແລະ Basilan ​ໃນ​ພາກ​ໃຕ້​ຟີ​ລິບ​ປິນ.
XS
SM
MD
LG