ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝົນຕົກໜັກ ຮອບໃໝ່ ຖະຫຼົ່ມ ເຂດອ້ອມແອ້ມ ນະຄອນຫລວງມະນີລາ (ສະໄລດ໌)


ເດັກຊາຍນັ່ງຢູ່ໃນກ໋ອງເຈ້ຍເປົ່າໃນຂະນະທີ່ລໍຖ້າພໍ່ແມ່ຂອງລາວ ຮັບເອົາອາຫານບໍລິຈາກ
ເດັກຊາຍນັ່ງຢູ່ໃນກ໋ອງເຈ້ຍເປົ່າໃນຂະນະທີ່ລໍຖ້າພໍ່ແມ່ຂອງລາວ ຮັບເອົາອາຫານບໍລິຈາກ

ຝົນຕົກ​ໜັກ​ຮອບ​ໃໝ່ຈາກລະດູ​ລົມມໍ​ລະ​ສຸມ​ຢູ່ໃນ​ພາກ​ເໜືອ​ຂອງ​ຟິລິບ​ປີ​ນ ​ໄດ້​ຖະຫຼົ່ມບໍລິ​ເວນ​ທີ່​ປະສົບ​ກັບ​ໄພ​ນໍ້າ​ຖ້ວມ​ຢູ່​ແລ້ວ​ນັ້ນ ​ໃນ​ເຂດອ້ອມ​ແອ້ມນະຄອນຫຼວງ​ມະນີ​ລາ.

ຝົນ​ໄດ້ຕົກ​ລົງ​ມາຢ່າງ​ໜັກ ເປັນ​ບາງ​ຄັ້ງບາງ​ຄາວ​ ໃນ​ຂົງ​ເຂດເຂດ​ນະຄອນຫຼວງ​ມະນີ​ລາ​ໃນ​ວັນຈັນ​ວານ​ນີ້ ນຶ່ງ​ອາທິດ​ລຸນ​ຫຼັງທີ່​ໄດ້​ເກີດລົມພະຍຸ​ທີ່​ເຮັດ​ໃຫ້ມີຜູ້ເສຍ​ຊີວິດ​ຫຼາຍ​ກ່ວາ 90 ຄົນ​.

ກົມ​ອຸຕຸນິຍົມ​ວິທະຍາຂອງ​ຟີ​ລິບ​ປິນ​ກ່າວ​ວ່າ ​ເມກ​ເຝື້ອ​ຝົນ​ຂອງ​ລົ​ມມໍ​ລະ​ສຸມແມ່ນ​ໄດ້​ຮັບ​ການ​ຂັບ​ດັນໂດຍລົມຈາກພາຍຸ​ເຂດ​ຮ້ອນ​ທີ່​ພວມ​ປົກ​ຄຸມ​ບັນດາແຂວງ​ທາງ​ພາກ​ເໜືອ.

ພວກນັກ​ພະຍາກອນ​ອາກາດ​ໄດ້ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ລົມພາຍຸ​ ​ໃນ 7 ​ແຂວງ ເໜືອສຸດ​ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່ລັດຖະບານ​ຟີ​ລິບ​ປິນກ່າວ​ວ່າ ພວກກູ້​ໄພ​ແມ່ນພ້ອມ​ແລ້ວ​ທີ່ຈະ​ຊ່ອຍ​ຍົກຍ້າຍ
​ປະຊາຊົນ ​ທີ່​ອາ​ໄສຢູ່​ເຂດ​ດິນ​ຕໍ່າ ຖ້າຫາກມີ​ຄວາມ​ຈໍ​າເປັນ. ປະຊາຊົນ​ຈຳ ນວນນຶ່ງຫາກໍກັບ​ໄປ
ຍັງ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ເມື່ອ​ໄວໆ​ມານີ້​ ຫຼັງ​ຈາກໄດ້​ຖືກ​ຍົກຍ້າຍ​ຍ້ອນໄພນໍ້າ​ຖ້ວມ​ນັ້ນ.

ຫົວໜ້າຝ່​າຍປ້ອງ​ກັນ​ພົນລະ​ເຮືອນ ທ່ານ Benito Ramos ກ່າວ​ວ່າ ​ຝົນ​ໃນ​ລະ ດູ​ລົມ​ມໍ​ລະ​ສຸມ ​ທີ່​ຕົກ​ລົງມາຢ່າງ​ຕໍ່​ເນື່ອງ ເປັນ​ເວລາ 2 ອາທິດ ໄດ້​ເຮັດ​ໃຫ້​ຜູ້ຄົນ ຫຼາຍ​ກວ່ານຶ່ງ​ລ້ານ​ຄົນ ຕ້ອງຍົກຍ້າຍ​ອອກ​ໜີ​ຈາກ​ບ້ານ​ເຮືອນ​ຂອງພວກ​ເຂົາ​ເຈົ້າ.

XS
SM
MD
LG