ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຟີລິບປີນ ສະຫຼອງບຸນ Easter (ວີດິໂອ)


ແຜນທີ່ຟີລິບປິນ ທີ່ຜູ້ຄົນຢູ່ໃນຫລາຍໆແຂວງ ຕີຫລັງຕົນເອງດ້ວຍໂສ້ ແລະເຖິງຂັ້ນໃຊ້ຂອງແຫລມທໍລະມານ ເພື່ອສະແດງເຖິງ ຄວາມເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມເຈັບປວດ ຂອງພະເຢຊູ.
ແຜນທີ່ຟີລິບປິນ ທີ່ຜູ້ຄົນຢູ່ໃນຫລາຍໆແຂວງ ຕີຫລັງຕົນເອງດ້ວຍໂສ້ ແລະເຖິງຂັ້ນໃຊ້ຂອງແຫລມທໍລະມານ ເພື່ອສະແດງເຖິງ ຄວາມເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມເຈັບປວດ ຂອງພະເຢຊູ.
ເໝືອນດັ່ງພວກທີ່ນັບຖືສາສະໜາກາໂທລິກ ຢູ່​ໃນແຫ່ງອື່ນໆ
ຂອງໂລກ ພວກນັບຖືສາສະໜາກາໂທລິກຊາວຟີລິບປິນກໍາລັງ
ສະຫລອງການກິນອາຫານແລງ ຄາບສຸດທ້າຍຂອງພະເຢຊູ
ໃນວັນພະຫັດກ່ອນບຸນອິສ​ເຕີ້ ຊຶ່ງເປັນການເຂົ້າຮ່ວມ ​ໃນພິທີ ທາງສາສະໜາທີ່ລົງໂທດຕົນເອງ ເພື່ອລະນຶກເຖິງການທົນ
ທຸກທໍລະມານຂອງພະອົງທີ່ຖືກນຳ​ໄປ​ຕຶງໄວ້ເທິງໄມ້ກາງເຂນ.

ຢູ່ໃນຫລາຍໆແຂວງຂອງຟີລິບປິນ ຜູ້ຄົນຕີຫລັງຕົນເອງດ້ວຍໂສ້ແລະເຖິງຂັ້ນດ້ວຍການ
ໃຊ້ຂອງແຫລມ ເພື່ອສະແດງເຖິງຄວາມເຂົ້າໃຈເລິກເຊິ່ງ ເຖິງຄວາມເຈັບປວດຂອງພະເຢຊູ.

ສໍາລັບຢູ່ໃນຟີລິບປິນນັ້ນ ການຂ້ຽນຕີຕົນເອງຍັງຖືກັນວ່າ ເປັນວິທີນຶ່ງທີ່ພວກນັບຖືສາສະໜາ
ສາມາດໄຖ່ບາບຂອງພວກ​ເຂົາ​ເຈົ້າ​ໄດ້.

ຢູ່ຊານເມືອງຂອງນະຄອນຫລວງມະນີລາ ພວກນັບຖືສາສະໜາກາໂທລິກ ບາງຄົນນໍາສະ
ແດງສາກຕ່າງໆ​ທີ່​ກ່າວ​ເຖິງ​ໃນພະຄໍາພີ ທີ່ທະຫານໂຣມັນຂ້ຽນຕີພະເຢຊູນັ້ນ ໃນຂະນະທີ່
ພະອົງຖື​ໄມ້ກາງເຂນຂະໜາດໃຫຍ່ ໄປຫາບ່ອນທີ່ພະອົງ ຖືກ​ນຳ​ໄປ​ຕຶງໄວ້ເທິງໄມ້ກາງເຂນ.

ອີກບໍ່ເທົ່າໃດມື້ຕໍ່ໜ້ານີ້ ຊາວຄຣິສຢູ່ທົ່ວໂລກ ກໍຈະສະເຫລີມສະຫລອງການຟື້ນຄືນຊີບ
ຂອງພະເຢຊູ ໃນວັນບຸນ Easter ຊຶ່ງເປັນວັນອາທິດທີ່ຈະມາເຖິງນີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ການສະຫລອງ ວັນບຸນ Easter ຢູ່ຟີລິບປິນ
please wait

No media source currently available

0:00 0:00:36 0:00
XS
SM
MD
LG