ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Duterte ຂູ່ວ່າຈະຖອນໂຕ ຟີລິບປິນ ອອກຈາກ UN


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທີ ໃນຂະນະທີ່ທ່ານກຳລັງເວົ້າ ຢູ່ໃນລະຫວ່າງ ການສະເຫຼີມສະຫຼອງວັນຕຳຫຼວດ ຄົບຮອບ 115 ປີທີ່ສຳ
ນັກງານໃຫຍ່ ຕຳຫຼວດແຫ່ງຊາດໃນນະຄອນຫຼວງ ມະນີລາ. 17 ສິງຫາ, 2016.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທີ ໃນຂະນະທີ່ທ່ານກຳລັງເວົ້າ ຢູ່ໃນລະຫວ່າງ ການສະເຫຼີມສະຫຼອງວັນຕຳຫຼວດ ຄົບຮອບ 115 ປີທີ່ສຳ ນັກງານໃຫຍ່ ຕຳຫຼວດແຫ່ງຊາດໃນນະຄອນຫຼວງ ມະນີລາ. 17 ສິງຫາ, 2016.

ປະທານາທິບໍດີຜູ້ທີ່ມີກິລິຍາເວົ້າຈາຮຸນແຮງຂອງ ຟີລິບປິນ ໄດ້ຂົ່ມຂູ່ ວ່າ ຈະຖອນປະເທດ ຂອງທ່ານອອກຈາກ ອົງການສະຫະປະຊາຊາຊາດ ຫຼື UN ໃນການເວົ້າທີ່ມີອາລົມດຸ ເດືອດຕໍ່ພວກນັກວິຈານ ກ່ຽວກັບ ການຕໍ່ສູ້ ຕ້ານຢາເສບຕິດຂອງທ່ານ ທີ່ໄດ້ເຮັດໃຫ້ຜູ້ ຕ້ອງສົງໄສຫຼາຍຮ້ອຍຄົນເສຍຊີວິດ.

ປະທານາທິບໍດີ Rodrigo Duterte ໄດ້ເວົ້າເຢາະເຢີ້ຍວ່າ UN ບໍ່ໄດ້ ມີປະໂຫຍດຫຍັງ, ແລະ ໄດ້ເວົ້າໂຈມຕີໃສ່ການຂ້າຜູ້ຊາຍຜິວດຳໂດຍ ຕຳຫຼວດ ສະຫະລັດ.

ທ່ານໄດ້ສະແດງໃຫ້ເຫັນ ໃນຕອນເຊົ້າຂອງວັນອາທິດມື້ນີ້ ຮູບພາບທີ່ ເປັນຕາຢ້ານ ກ່ຽວ ກັບ ເດັກຊາຍຄົນໜຶ່ງທີ່ມີເລືອດເຕັມຕົວ ເຊິ່ງ ຖືກດຶງອອກມາຈາກຊາກຫັກພັງ ທີ່ຖືກຍິງ ໂດຍລູກສອນໄຟໃນ ເມືອງ Aleppo ຂອງປະເທດ ຊີເຣຍ ເພື່ອໂຈມຕີຄວາມບໍ່ສາມາດ ຍຸຕິ ຄວາມຂັດແຍ້ງກັນທີ່ຮຸນແຮງຂອງອົງການ UN ແລະ ສະຫະລັດ, ໃນເມື່ອທ່ານກ່າວ ວ່າ ທ່ານໄດ້ຖືກໂຈມຕີຍ້ອນການຕາຍຂອງ ພວກອາຊະຍາກອນທັງຫຼາຍ.

ນອກນັ້ນ ທ່ານ Duterte ຍັງໄດ້ກົດດັນໃຫ້ຕັ້ງຂໍ້ກ່າວຫາໃສ່ສະມາຊິກສະພາສູງ ແລະ ນັກວິຈານຟີລິບປິນຄົນໜຶ່ງ ວ່າເປັນຊູ້ກັບຄົນຂັບລົດຜູ້ທີ່ທ່ານ ໄດ້ເຊື່ອມຕໍ່ໃສ່ຢາເສບຕິດ ທີ່ຜິດກົດໝາຍ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG