ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການຂົ່ມຂູ່ຄັ້ງໃໝ່ ຈາກປະທານາທິບໍດີ ຟີລິບປິນ


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ກ່າວໃນກອງປະຊຸມຖະແຫຼງຂ່າວ ກ່ອນເດີນທາງ ໄປຢາມປະເທດ ຍີ່ປຸ່ນ ຢ່າງເປັນທາງການສາມມື້ທີ່ ສະໜາມບິນສາກົນ Ninoy Aquino ໃນເມືອງ Pasay, ພາກໃຕ້ຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 25 ຕຸລາ, 2016.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ກ່າວໃນກອງປະຊຸມຖະແຫຼງຂ່າວ ກ່ອນເດີນທາງ ໄປຢາມປະເທດ ຍີ່ປຸ່ນ ຢ່າງເປັນທາງການສາມມື້ທີ່ ສະໜາມບິນສາກົນ Ninoy Aquino ໃນເມືອງ Pasay, ພາກໃຕ້ຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 25 ຕຸລາ, 2016.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໃນຕອນເລີ່ມຕົ້ນຂອງການຢ້ຽມຢາມ ປະເທດ ຍີ່ປຸ່ນ 3 ມື້ນັ້ນ, ທ່ານໄດ້ເພັ່ງເລັ່ງໃສ່ ສະຫະລັດ ອີກຄັ້ງໜຶ່ງໃນວັນພຸດມື້ນີ້ ໂດຍສະ ເໜີວ່າໃນລະຫວ່າງການດຳລົງຕຳແໜ່ງຫົກປີ ທ່ານຢາກເຫັນທຸກໆກອງກຳລັງຕ່າງປະ ເທດຖອນຕົວອອກຈາກປະເທດຂອງທ່ານ.

ໃນການກ່າວຄຳປາໄສທີ່ກອງປະຊຸມເສດຖະກິດໃນນະຄອນຫຼວງ ໂຕກຽວ, ທ່ານໄດ້ຫາ ທາງທີ່ຈະຮັບປະກັນ​ໃຫ້​ແກ່​ພວກ​ຜູ້ຟັງຂອງທ່ານກ່ຽວ ກັບການເດີນທາງໄປ ຈີນ ໃນສັບປະ ດາທີ່ຜ່ານມາວ່າມັນ ກ່ຽວກັບ ເສດຖະກິດ, ບໍ່ແມ່ນບັນຫາທາງການທະຫານ.

ສະຫະລັດ ໄດ້ສົ່ງກອງກຳລັງຈຳນວນນ້ອຍ ໄປປະຈຳການໃນເກາະ ມິນດານາວ ທີ່ຕັ້ງຢູ່ ພາກໃຕ້ຂອງປະເທດ ເພື່ອຊ່ອຍເຫຼືອໃນການປາບປາບພວກກໍ່ການຮ້າຍອິສລາມ ໃນປະ ເທດ.

ທ່ານ Duterte ມີກຳນົດທີ່ຈະພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຜູ້ທີ່ໄດ້ເນັ້ນຢ້ຳຄວາມແໜ້ນແຟ້ນສາຍພົວພັນຂອງ ໂຕກຽວ ກັບ ວໍຊິງຕັນ ​ເພື່ອ​ເປັນ​ແຮງ ຖ່ວງດຸນຕໍ່ການຂະຫຍາຍການລ່ວງລ້ຳໃນທະເລຈີນໃຕ້ຂອງ ປັກກິ່ງ.

ທ່ານ Duterte ໄດ້ເຂົ້າດຳລົງຕຳແໜ່ງໃນວັນທີ 30 ມິຖຸນາທີ່ຜ່ານມາ, ໄດ້ກ່າວວິຈານ ວໍຊິງຕັນ ສຳລັບການຄວາມສົງໄສໃນການຕໍ່ສູ້ຕ້ານຢາເສບຕິດຂອງທ່ານ, ໄດ້ກ່າວປ້ອຍ ດ່າປະທານາທິບໍດີ ບາຣັກ ໂອບາມາ ແລະ ໄດ້ປະກາດໃນສັບປະດາທີ່ຜ່ານມາໃນ ປັກກິ່ງ ວ່າ ມະນີລາ ໄດ້ແຍກທາງຈາກ ວໍຊິງຕັນ ແລ້ວ. ຄຳຖະແຫຼງດັ່ງກ່າວໄດ້ເຮັດໃຫ້ມີປະຕິກິລິ ຍາ ຈາກໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ John Kirby.

ນັກວິເຄາະສັງຄົມຊາວ ເອເຊຍ ທ່ານ Stephen Rood ໃນນະຄອນຫຼວງ ມະນີລາ ໄດ້ ກ່າວຕໍ່ນັກຂ່າວວີໂອເອ ທ່ານ Victor Beattie ວ່າ ທ່ານ Duterte ບໍ່ມັກການກ່າວວິຈານ ຕໍ່ສາທາລະນະ ແລະ ເປັນທີ່ຮູ້ຈັກສຳລັບວິໄສທັດຕໍ່ຕ້ານ ອາເມຣິກາ, ແລະ ໄດ້ສະເໜີວ່າ ການປ່ຽນແປງນະໂຍບາຍໃໝ່ອັນແທ້ຈິງ ອາດຈະເກີດຂຶ້ນໃນໄວໆນີ້.

ທ່ານ Stephen Rood ໄດ້ກ່າວວ່າ ຜູ້ທີ່ມີຄວາມສຳຄັນທີ່ສຸດໃນບັນຫານີ້ ຈະເປັນລັດຖະ ມົນຕີປ້ອງກັນປະເທດຄົນປະຈຸບັນ ແລະ ນາຍພົນຜູ້ທີ່ໄດ້ຢຸດປະຈຳການແລ້ວ ທ່ານ Delfin Lorenzana ຜູ້ທີ່ໄດ້ມີສາຍພົວພັນອັນຍາວນານກັບ ວໍຊິງຕັນ. ທ່ານກໍຍັງໄດ້ກ່າວ ວ່າ ສາຍພົວພັນຕ່າງໆ, ບາງຄັ້ງບາງຄາວກໍບໍ່ມີການສັ່ນຄອນ, ແຕ່ໂດຍລວມແລ້ວທັງສອງ ປະເທດໄດ້ມີຄວາມໃກ້ຊິດຕໍ່ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Japan Duterte
please wait
Embed

No media source currently available

0:00 0:01:53 0:00

XS
SM
MD
LG