ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລົດບັນທຸກ ຕໍາກົ້ນລົດເມ ເຮັດໃຫ້ເສຍຊີວິດ ຢ່າງໜ້ອຍ 20 ຄົນ ໃນຟິລິບປີນ (ວີດີໂອ)


philippines
please wait
Embed

No media source currently available

0:00 0:00:26 0:00
ຕໍາ​ຫລວດ​ຟິລິບ​ປີນ ກ່າວ​ວ່າ ລົດ​ບັນທຸກ​ຄັນ​ນຶ່ງ​ໄດ້​ແລ່ນເຂົ້າຕໍາ​
ກົ້ນ​ລົດເມຄັນ​ນຶ່ງ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ກໍ່​ໃຫ້​ເກີດ​ອຸປະຕິ​ເຫດ​
​ຕໍ່ເນື່ອງກັນ ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍ 20 ຄົນ ​ແລະ​ໄດ້
​ຮັບ​ບາດ​ເຈັບອີກ ​ຫລາຍ​ສິບ​ຄົນ.

ຕໍາຫລວດ​ກ່າວ​ວ່າ ລົດ​ບັນທຸກ​ບັນ​ຈຸ​ອາຫານ​ສັດ ​ໄດ້​ຕໍາກົ້ນ​ລົດ
ບັສ ​ໃນ​ຂະນະ​ທີ່​ແລ່ນ​ລົງ​ຄ້ອຍ ກ່ອນ​ຈະ​ໄປ​ຕໍາ​ເອົາ​ລົດ​ອີກ​ຫົກ​ຄັນ ທີ່​ແລ່ນສວນ​ທາງມາ.

ພວກເຄາະ​ຮ້າຍ ​ແມ່ນເສຍ​ຊີວິດ​ໃນການ​ຕໍາ​ກັນກັບ​ລົດ​ເມ​ຄັນ​ທໍາ​ອິດ. ທາງການ​ກໍາລັງສືບ
ສວນຫາສາ​ເຫດຢູ່.​

ອຸປະຕິ​ເຫດລົດ​ມັກ​ເກີດ​ຂື້ນຢູ່​ເລື້ອຍ ຢູ່​ທ້ອງ​ຖະໜົນ​ໃນຟີ​ລິບ​ປີ​ນ ຊຶ່ງ​ມີ​ສາ​ເຫດ​ສ່ວນ​ໃຫຍ່
ມາ​ຈາກ​ການ​ຂັບ​ລົດ​ບໍ່​ມີຄວາມລະມັດ ລະວັງ ​ແລະ​ຖະໜົນ​ຢູ່​ໃນ​ສະພາບ​ບໍ່​ດີ.


Police in the Philippines say a truck slammed into the rear of a passenger bus early Saturday, triggering a sequence of accidents that killed at least 20 people and injured dozen of others.

Police say the truck (loaded with animal feed) collided with the bus while traveling downhill before striking six other vehicles traveling in the opposite direction.

Those killed were involved in the first collision. The cause is under investigation.

Road accidents are common in the Philippines, mainly because of reckless driving and poor road conditions.
XS
SM
MD
LG